Monday, February 10, 2025

ເມືອງ ປາກຊ່ອງ ສະໜອງຜົນຜະລິດເພີ່ມຂຶ້ນ 22,30% ຍ້ອນຫັນມາລ້ຽງສັດເປັນສິນຄ້າ.

ທ່ານ ອະນຸສອນ ສິດທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກຊ່ອງ ແຂວງ ຈຳປາສັກ ໄດ້ໃຫ້ຮູ້ວ່າ: ໃນໄລຍະເວລາ 8 ເດືອນ ໃນປີ 2022 ການລ້ຽງສັດ ແລະ ປາເປັນສິນຄ້າ ຢູ່ເມືອງປາກຊ່ອງ ມີການຂະຫຍາຍຕົວຂຶ້ນຫຼາຍ ການລ້ຽງແບບຄອບຄົວກໍກ້າວໄປສູ່ການລ້ຽງແບບເປັນຟາມ ດ້ວຍການນຳໃຊ້ເຕັກນິກໃໝ່ ແລະ ສາຍພັນປັບປຸງ, ໄດ້ຮັບການສົ່ງເສີມ ດ້ານວິຊາການນຳພາຢ່າງຕໍ່ເນື່ອງຈາກລັດຖະບານ ແລະ ບວກກັບປະຊາຊົນ ຜູ້ປະກອບການມີຄວາມຫ້າວຫັນດຸໝັ່ນ.

ການລ້ຽງງົວ ແລະ ປາ ໃນຮູບແບບຄອບຄົວ ແລະ ເອກກະຊົນພາຍໃນ-ຕ່າງປະເທດມາລົງທຶນ ມີຟາມ ທັງໝົດ 10 ແຫ່ງ ໃນປີ 2021 ເຊິ່ງມາເປັນ 18 ແຫ່ງ ໃນ ປີ 2022 ອັນພົ້ນເດັ່ນໄດ້ແກ່: ຟາມລ້ຽງງົວ ມີ 11 ຟາມ, ມີຈໍານວນ ງົວ 1.335 ໂຕ; ຟາມລ້ຽງແບ້ 3 ຟາມ, ມີຈໍານວນແບ້ 184 ໂຕ; ຟາມລ້ຽງໝູຊີ້ນ 4 ຟາມ, ມີຈໍານວນໝູ 1.598 ໂຕ.

ທົ່ວເມືອງປາກຊ່ອງ ສາມາດບັນລຸຜົນຜະລິດສັດ, ປາ ແລະ ອື່ນໆ ເພື່ອສະໜອງແກ່ການບໍລິໂພກໄດ້ເຖິງ 1.718,68 ໂຕນ, ສະເລ່ຍໄດ້ 19,75 ກິໂລ/ຄົນ, ທຽບໃສ່ແຜນການປະຕິບັດໄດ້ 49,76 %, ທຽບໃສ່ໄລຍະດຽວກັນເພີ້ມຂຶ້ນ 22,30 %, ໃນນັ້ນມີ ຊີ້ນ 538,02 ໂຕນ, ປາ 642,71 ໂຕນ, ໄຂ່ 1,55 ໂຕນ ແລະ ອື່ນໆ 536 ໂຕນ.

ນອກຈາກ ການລ້ຽງສັດ-ປາເປັນສິນຄ້າຂະຫຍາຍຕົວນັ້ນ ການສ້າງຕົວແບບດ້ານການລ້ຽງສັດ ແລະ ການປະມົງ ກໍມີທ່າຂະຫຍາຍຕົວເພີ່ມຂຶ້ນຫຼາຍຄອບຄົວ ແຕ່ພົ້ນເດັ່ນກ່ວາໝູ່ແມ່ນ ຄອບຄົວຂອງ ທ່ານ ຄໍາມົນ ແພງພັນ ບ້ານ ຫ້ວຍກອງ, ເມືອງ ປາກຊ່ອງ (ລ້ຽງປາ) ມີລາຍຮັບ ສະເລັ່ຍ 100.000.000 ກີບ/ປີ

ທີ່ມາ: Lao National Radio

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: