Friday, November 14, 2025
Kbank Laos โอน รับ จ่าย

ນ້ຳຕົກຕາດຜາສ້ວມ ແຫ່ງທ່ອງທ່ຽວທາງທຳມະຊາດ ຂອງເມືອງບາຈຽງ

ນ້ຳຕົກຕາດຜາສ້ວມ ເປັນຕາດທີ່ມີຄວາມສວຍສົດງົດງາມ, ມີປ່າໄມ້ທີ່ອຸດົມສົມບູນ ເຕັມໄປດ້ວຍທຳມະຊາດ ແລະ ນ້ຳໃສສະອາດ, ນ້ຳຈະງາມໃນຊ່ວງເດືອນ ຕຸລາ ຮູບຮ່າງຂອງຕາດຈະມີລັກສະນະເປັນຜາລຽນຕັ້ງເປັນລະບຽບ ມີຄວາມສູງປະມານ 5-7 ແມັດ ແລະ ມີກະແສນ້ຳທີ່ໄຫຼຜ່ານຕາມຜາຫີນດັ່ງກ່າວ  ເຊິ່ງນ້ຳຕົກທີ່ໄຫຼຈາກຫ້ວຍຈຳປີ ອັນມີຈຸດກຳເນີດຈາກ ພູເທວະດາ, ເມືອງປາກຊ່ອງ ເຊິ່ງເປັນສາຍນ້ຳທີ່ໄຫຼຈາກໃຕ້ໄປຫາເໜືອ ທີ່ຜ່ານຫີນທີ່ມີຂະໜາດໃຫຍ່ ທີ່ມີລັກສະນະເປັນໂງ່ນຫີນ ຮູບຮ່າງຄືກັບຫ້ອງນອນຂອງຄູ່ບ່າວສາວ.

ນ້ຳຕົກຕາດຜາສ້ວມ ຕັ້ງຢູ່ບ້ານໜອງກອກ ຄຸ້ມບ້ານໂດນ,  ເມືອງບາຈຽງ,  ແຂວງຈຳປາສັກ ຫ່າງຈາກຕົວເມືອງປາກເຊປະມານ 24 ກິໂລແມັດ ຕາມເສັ້ນທາງເລກທີ 23 ຈະຜ່ານທາງແຍກເຂົ້າຄອນພະເພັງ ຕ້ອງລ້ຽວໃຫ້ໄປຊື່ ຈົນຮອດຫຼັກ ກມ ທີ່ 21 ແລ້ວລ້ຽວຊ້າຍເຂົ້າໄປອີກປະມານ 3 ກິໂລແມັດ ກໍຈະຮອດອຸທິຍານເມືອງບາຈຽງ ແລ້ວລ້ຽວຊ້າຍເຂົ້າໄປອີກ 1 ກິໂລແມັດ ຈະຮອດ ນ້ຳຕົກຕາດຜາສ້ວມ.

ພາຍໃນບໍລິເວນຕາດຜາສ້ວມ ຈະມີການບໍລິການທີ່ອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວເຊັ່ນ: ຮ້ານອາຫານ, ຮ້ານຂາຍສິ່ງຂອງທີ່ລະນຶກ ເພື່ອເປັນຂອງຝາກຂອງຕ້ອນ, ຫ້ອງນ້ຳ ແລະ ການໃຫ້ຂໍ້ມູນແຫຼ່ງທ່ອງທ່ຽວ ຈາກພະນັກງານນຳທ່ຽວປະຈຳທ້ອງຖິ່ນ ນອກນັ້ນຍັງມີປ້າຍຫ້າມ ແລະ ປ້າຍບອກທາງໃນການຍ່າງ ໄປສະຖານທີ່ທ່ອງທ່ຽວນຳອີກ.

ການເຂົ້າເຖິງຕາດຜາສ້ວມ ແມ່ນສະດວກສະບາຍ ເພາະເປັນທາງປູຢາງ ແລະລົດທຸກຊະນິດສາມາດເຂົ້າເຖິງໄດ້.

ນອກນັ້ນ ຍັງມີໝູ່ບ້ານຊົນເຜົ່າ 8 ຊົນເຜົ່າ ທີ່ຮວບຮວມເອົາພິພິດຕະພັນຂອງຊົນເຜົ່າ ມາຮວມກັນ ເພື່ອມາວາງສະແດງໃຫ້ນັກທ່ອງທ່ຽວໄດ້ຊົມ ເຊັ່ນ: ເຜົ່າກະລ່ຽງ, ເຜົ່າກະຕ້າງ, ເຜົ່າອາລັກ, ເຜົ່າກະຕູ ແລະ ຍັງມີເຮືອນເສົາດຽວ ເຊິ່ງແຕ່ກ່ອນເພິ່ນບອກວ່າ: ເປັນເຮືອນທີ່ສ້າງໄວ້ເພື່ອບ່າວສາວ ມາລົມກັນ ແຕ່ການລົມກັນໃນທີ່ນີ້ ແມ່ນລົມກັນພຽງແຕ່ຊົ່ວໂມງດຽວ ຖ້າມັກຮັກກັນແລ້ວ ແມ່ນໃຫ້ພໍ່ແມ່ມາສູ່ຂໍ ດັ່ງນັ້ນ, ນ້ຳຕົກຕາດຜາສ້ວມ ຈຶ່ງເປັນສິ່ງຈູງໃຈໃຫ້ນັກທ່ອງທ່ຽວພາກັນຢາກມາທ່ຽວຢູ່ສະຖານທີ່ແຫ່ງນີ້.                                                                                           

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.