ມາຮູ້ຈັກ! ອີກມູມໜຶ່ງຂອງສາວ ລິ່ນດ້າ ໃນນາມແມ່ພິມຂອງຊາດ.

ອາຊີບຄູ ເປັນອາຊີບທີ່ໃຫ້ຄວາມຮູ້ໃຫ້ກັບຫຼາຍໆຄົນ ຄຳວ່າ: “ຄູ ຫຼື ແມ່ພິມຂອງຊາດ” ໝາຍເຖິງ ຄົນທີ່ມີຄວາມຮູ້ ແລະ ປະສົບການ ທີ່ສາມາດຖ່າຍທອດຄວາມຮູ້ນັ້ນໄປສູ່ບຸກຄົນອື່ນໆໄດ້, ມື້ນີ້ Inside Laos ຈະພາທຸກຄົນມາຮູ້ຈັກ ລິ່ນດ້າ ໃນນາມ ຄູສອນພາສາອັງກິດ ເຊິ່ງປັດຈຸບັນ ສອນຢູ່ຊັ້ນ ມ4 ຢູ່ທີ່ ໂຮງຮຽນ ລິ່ນດ້າ, ເມືອງ ສີໂຄດຕະບອງ, ນະຄອນຫຼວງ ວຽງຈັນ.

ລິ່ນດ້າ ບອກວ່າ: ການທີ່ເລືອກຮຽນຄູສາຍພາສາອັງກິດ ເພາະພາສາອັງກິດ ເປັນພາສາກາງ ທີ່ຄົນສ່ວນໃຫຍ່ ໃຊ້ສື່ສານວຽກງານໃນຫຼາຍໆ ປະເທດ ຈຶ່ງເຫັນໄດ້ເຖິງຄວາມສຳຄັນ ຂອງການຮຽນພາສາອັງກິດ ແລະ ບໍ່ພຽງແຕ່ປະກອບອາຊີບເປັນຄູໄດ້ທົ່ານັ້ນ ແຕ່ຍັງສາມາດ ປະກອບອາຊີບເປັນນັກແປພາສາ ໃຫ້ກັບຄົນຕ່າງຊາດ ແລະ ເຮັດວຽກນຳອົງກອນໃຫຍ່ໆ ໄດ້ນຳອີກດ້ວຍ, ທີ່ ລິ່ນດ້າເລືອກ ເປັນຄູສອນພາສາອັງກິດ ເພື່ອຢາກນຳເອົາຄວາມຮູ້ ທີ່ຮຽນມາເຜີຍແຜ່ແກ່ປວງຊົນຄົນຮຸ່ນຕໍ່ໄປ ແລະ ເປັນອີກອາຊີບທີ່ ລິ່ນດ້າ ມັກ.

ເມື່ອເວົ້າເຖິງເທັກນິກໃນການສອນ ລິ່ນດ້າ ບອກວ່າ: ເທັກນິກວິທີສອນຂອງຄູແຕ່ລະຄົນ ຈະບໍ່ຄືກັນ, ສ່ວນຂອງ ລິ່ນດ້າ ເອງ ຈະເປັນການວາງບຸກຄະລິກ ຂອງຕົນເອງກ່ອນ ເປັນອັນດັບທຳອິດ, ວາງກົດລະບຽບກ່ອນຂຶ້ນຫ້ອງ ແລະ ສຶກສານັກຮຽນຢ່າງໃກ້ຊິດຕິດແທດ, ສ່ວນເອກະລັກເວລາສອນ ຈະເປັນການເນັ້ນສຽງໃຫ້ຖືກ ນັກຮຽນ ທີີ່ຮຽນນຳຈະຮູ້ເລີຍວ່າ ຂ້ອນຂ້າງຈິງຈັງ ກັບເລື່ອງການອອກສຽງ ພາສາອັງກິດເປັນຫຼັກ.

ປີນີ້ຖືວ່າເປັນປີທີ 2 ທີີ່ໄດ້ເຂົ້າຮ່ວມວັນຄູ ຢ່າງເປັນທາງການ, ຮູ້ຊຶ້ງເຖິງອາຊີບຄູ ກໍຕອນໄດ້ລົງປະຕິບັດ ສອນຕົວຈິງ, ບາງຄັ້ງກໍເມື່ອຍ ແຕ່ວ່າຮູ້ສຶກພູມໃຈ ທີ່ໄດ້ດຳເນີນໜ້າທີ່ ຂອງຄູຢ່າງເຕັມຕົວ ແລະ ພູມໃຈ ທີ່ໄດ້ເປັນໜຶ່ງໃນບຸກຄະລາກອນ ທີ່ສົົ່ງຄວາມຮູ້ໃຫ້ແກ່ນັກຮຽນ ໄດ້ເຕີບໂຕມາເປັນຜູ້ໃຫຍ່ ທີ່ມີຄຸນນະພາບໃນອະນາຄົດ ພາຍພາກໜ້າ.

ວັນທີ 7 ຕຸລາ ທີ່ຈະມາເຖິງນີ້ ຂໍອວຍໄຊໃຫ້ພອນ ໃຫ້ຄູອາຈານ ແລະ ນ້ອງນັກຮຽນທຸກຄົນ ຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ ແລະ ກ້າວໜ້າໃນໜ້າທີ່ການງານ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...