Monday, April 21, 2025

ໄຫຫີນພູຄູນ ຄວາມມະຫັດສະຈັນ ທາງປະຫວັດສາດ ທີ່ຖ້ານັກທ່ອງທ່ຽວໄປຢ້ຽມຢາມ.

ທົ່ງໄຫຫີນ ຫຼື ໄຫຫີນພູຄູນ ທີ່ຕັ້ງຢູ່ບ້ານ ພູວຽງນ້ອຍ, ເມືອງ ພູຄູນ, ແຂວງ ຫຼວງພະບາງ ເປັນສິ່ງມະຫັດສະຈັນໜຶ່ງ ທີ່ມີຄວາມສຳຄັນທາງດ້ານປະຫວັດສາດ ເຊິ່ງມີຮູບແບບລັກສະນະຄ້າຍຄືກັບໄຫ ເຮັດດ້ວຍຫີນທີ່ແຂງແກ່ນ ແລະ ມີຂະໜາດໃຫຍ່ ກະແຈກກະຈາຍຢູູ່ຕາມບໍລິເວນທົ່ງຫຍ້າ, ໂດຍໄດ້ມີການແກະສະລັກເທິງໄຫແຕ່ລະໜ່ວຍ ມີຮູບແບບສີສັນທີ່ມີຄວາມແຕກຕ່າງກັນ ແລະ ແຕກຕ່າງຈາກໄຫຫີນທີ່ຢູ່ ແຂວງ ຊຽງຂວາງ.

ທົ່ງໄຫຫີນ ແຫ່ງນີ້ ເວົ້າໄດ້ວ່າ ເປັນແຫຼ່ງທ່ອງທຼ່ຽວທີ່ສໍາຄັນໃນອະນາຄົດ ຂອງ ເມືອງພູຄູນ, ເພາະຊາວບ້ານໄດ້ ພົບເຫັນໃນປີ 1992 ໂດຍທ່ານ ລືຊາ ຢ່າ ທີ່ເປັນປະຊາຊົນ ບ້ານ ພູວຽງນ້ອຍ ໃນຂະນະໄປທໍາການຜະລິດ. ດ້ານລັກສະນະຂອງ ໄຫຫີນພູຄູນ ເປັນ ໄຫ ທີີ່ເຮັດດ້ວຍຫີນລາຍ ມີຂະນາດນ້ອຍ ຈົນເຖິງ ຂະໜາດໃຫຍ່ ນໍ້າໜັກຫຼາຍທີີ່ສຸດແມ່ນ 15 ໂຕນ ແລະ ໜ່ວຍທີ່ນ້ອຍທີ່ສຸດແມ່ນ 50 ກິໂລກຼາມ, ເຊິ່ງກະແຈກກະຈາຍຢູູ່ຕາມທົ່ງຫຍ້າ, ສັນພູ ແລະ ແຄມຫ້ວຍ. ດັ່ງນັ້ນ, ຊາວເມືອງພູຄູນ ຈຶ່ງຮ້ອງສະຖານທີ່ດັ່ງກ່າວ ເປັນສະຖານທີ່ທຼ່ອງທຼ່ຽວທົ່ງໄຫຫີນ.

ນອກຈາກນັ້ນ, ຍັງມີທົ່ງໄຫຫີນ ຢູູ່່ບ່ອນອື່ນອີກ ຢູູ່່ພາຍໃນເມືອງ ພູຄູນ ຫຼາຍແຫ່ງດ້ວຍກັນ ແລະ ໄດ້ຂຶ້ນຈົດທະບຽນ ໂດຍກົມມໍ ລະດົກ ໃນປີ 2011 ເຊິ່ງໄຫຫີນສ່ວນຫຼາຍແມ່ນເຮັດດ້ວຍຫີນທີ່ຫາມາງ່າຍຈາກທ້ອງຖິ່ນ ແຕ່ມີຫຼາຍໜ່ວຍທີີ່ມີລັກສະນະມາຈາກທີ່ອື່ນ, ໄຫບາງໜ່ວຍກໍຍັງເຮັດບໍ່ແລ້ວ. ສ່ວນຝາປິດໄຫຫີນ ເຊິີ່ງພົບຢູູ່ໃກ້ໆກັບໄຫຫີນ ທີີ່ໄດ້ແກະສະລັກເປັນຮູບ ຄ້າຍຄືຮູບລີງຍັກໃນວັນນະຄະດີບູຮານ ເຊື່ອຖືກັນວ່າ ແມ່ນພວກຂຸນເຈືອງທີີ່ໄດ້ຫຼົ້ມສະລາຍໄປແລ້ວ ຫຼື ເປັນຂອງເຜົ່າກຶມມຸ ທີ່ອາໄສຢູູ່່ ແຂວງ ອັດຕະປື ທາງທິດຕາເວັນຕົກສ່ຽງໃຕ້ ຂອງ ສປປ ລາວ ຕິດກັບຊາຍແດນ ປະເທດ ກໍາປູເຈຍ ເປັນຜູ້ສ້າງ.

ສໍາລັບທົ່ງໄຫຫີນທີ່ກ່າວມາຂ້າງເທິງນັ້ນ ສະພາບເສັ້ນທາງເຂົ້າໄປ ເຖິງແມ່ນທາງດິນແດງ, ແຕ່ລະຈຸດໄດ້ພົບໄຫຫີນ ຢັັ່ງຢາຍຕາມສະຖານທີີ່ຕ່າງໆ ລວມທັງໝົດ ປະມານ 100 ກວ່າໜ່ວຍ. ດັ່ງນັ້ນ, ຈຶ່ງຂໍແນະນໍາໃຫ້ນັກທ່ອງທ່ຽວທີ່ຈະເຂົ້າໄປ ຕ້ອງມີການກະກຽມເຄື່ອງມືສຳລັບການເດີນທາງໄປພ້ອມ. ເປັນຕົ້ນແມ່ນ ເກີບຍ່າງປ່າ, ອາຫານ, ນ້ຳດື່ມ ແລະ ອື່ນໆ ທີີ່ຈຳເປັນໃນການນຳໃຊ້ເຂົ້າໃນການເດີນທາງໃນແຕ່ລະຄັ້ງ. ປັດຈຸບັນໄດ້ມີການສຳຫຼວດຄວາມເປັນໄປໄດ້ໃນການພັດທະນາ ທ່າແຮງດັ່ງກ່າວ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງເມືອງ.

ສຳລັບໄຫຫີນທີ່ເມືອງພູຄູນ ແມ່ນມີຢູ່ 2 ຫກຸ່ມຄື:

ໄຫຫີນກຸ່ມທີ 1: ຕັ້ງຢູູ່ຫ່າງຈາກຕົວເມືອງ ພູຄູນ ໄປທາງທິດຕາເວັນອອກສ່ຽງໃຕ້ ໄປຕາມເສັ້ນທາງເລກ 7 ຮອດບ້ານ ນ່ານານ 25 ກິໂລແມັດ, ມີທາງແຍກເຂົ້າເຂື່ອນໄຟຟ້ານໍ້າງື່ມ 5 ປະມານ 22 ກິໂລແມັດ, ມີໄຫຫີນກະຈາຍຢູູ່ຕາມສັນພູປະມານ 13 ໜ່ວຍ ແລະ ຝາໄຫຫີນອີກຈໍານວນໜຶ່ງ ທີີ່ມີຂະໜາດໃຫຍ່ ແລະ ນ້ອຍ ຢູູ່ໃກ້ເຂື່ອນໄຟຟ້ານ້ຳງື່ມ 5 ແລະ ລ່ອງນໍ້າພາດ ເປັນຈຸດທຼ່ຽວຊົມ ເຂື່ອນໄຟຟ້ານ້ຳ 5, ນ້ຳຕົກຕາດ ແລະ ຂີ່ເຮືອຊົມທິວທັດທຳມະຊາດ.

ໄຫຫີນກຸ່ມທີ 2:  ຕັ້ງຢູູ່ໃນຂອບເຂດບ້ານ ພູວຽງນ້ອຍ ຫ່າງຈາກຕົວເມືອງ ພູຄູນ ປະມານ 46 ກິໂລແມັດ, ໄປຕາມເສັ້ນທາງເລກ 7 ໄປຮອດ ບ້ານ ພູວຽງນ້ອຍ ຈະມີທາງແຍກໄປບ້ານນໍ້າຕິ່ງ ປະມານ 13 ກິໂລແມັດ. ຈຸດນີ້ເປັນຈຸດທີ່ພົບໄຫຫີນຫຼາຍກວ່າໝູ່ ຢູູ່ໃນຈຸດດຽວກັນ, ເຂດນີ້ເປັນໄຫຫີນທີ່ຢູູ່ລຽບຕາມສັນພູ ທ່ານຈະສາມາດຊົມທັດສະນີຍະພາບທັງດ້ານຊ້າຍມື ແລະ ສາມາດ ຫຼຽວເຫັນບ້ານ ນ້ຳຕິ່ງ ແລະ ບ້ານ ພູວຽງນ້ອຍ ໄດ້ ເຊິ່ງມີທໍາມະຊາດອັນໂດດເດັ່ນ; ດ້ານຂວາມືສາມາດເບິ່ງເຫັນເຂື່ອນໄຟຟ້ານ້ຳງື່ມ 5 ເຊິ່ງປະຊາຊົນເອີື້ນກັນວ່າ ພູຍົນຕົກ ເຊິ່ງເປັນບ່ອນທຳການຜະລິດ ແລະ ລ້ຽງສັດຂອງປະຊາຊົນ ບ້ານ ພູວຽງນ້ອຍ.

ຂໍ້ມູນຈາກ: ປຶ້ມບັນຊີແຫຼ່ງທ່ອງທ່ຽວແຂວງ ຫຼວງພະບາງ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.