Wednesday, March 26, 2025

ຈາກຄວາມຄາດຫວັງ ແລະ ຕັ້ງໃຈ ພາໃຫ້ໄດ້ຮັບໃບປະກາດແດງ

ນາງ ຈັນນາລີ ຈັນທະປັນຍາ, 22 ປີ ເປັນນັກສຶກສາຄົນດຽວ ໃນສາຂາ ບໍລິຫານທຸລະກິດທົ່ວໄປ ຈາກມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ຮັບໃບປະກາດແດງ ເຊິ່ງຜົນສຳເລັດດັ່ງກ່າວ ແມ່ນເກີດມາຈາກຄວາມຕັ້ງໃຈ ແລະ ຄວາມຄາດຫວັງ ຂອງເຂົາ ທີ່ໄດ້ອົດທົນ, ພະຍາຍາມ, ຕັ້ງໃຈ ແລະ ຊອກສະແຫວງຫາ ຈົນປະສົບຜົນສຳເລັດ.

ຈັນນາລີ ກ່າວວ່າ: ການທີ່ໄດ້ຮັບໃບປະກາດແດງ  ຫຼື ກຽດນິຍົມອັນດັບ 1ຂອງສາຂາ ຮູ້ສຶກດີໃຈຫຼາຍ ເພາະໄດ້ຄາດຫວັງກັບສິ່ງນີ້ມາຕະຫຼອດ ເນື່ອງຈາກວ່າພໍ່ແມ່ທີ່ຄອຍສົ່ງເສີມເຮົາແບບບໍ່ເຄີຍເຮັດໃຫ້ເຮົາຂາດຕົກບົກຜ່ອງໃນດ້ານໃດເລີຍ ບໍ່ວ່າຈະເປັນ ຄວາມອົບອຸ່ນ, ຄວາມຮັກ, ການຮຽນ, ການເງິນ.

ການທີ່ເພິ່ນເຮັດໃຫ້ເຮົາໄດ້ທຸກຢ່າງແບບນີ້ ຈຶ່ງຢາກຕອບແທນເພິ່ນດ້ວຍ ຄວາມສຳເລັດຂອງຕົນເອງ ແລະ ໃຫ້ເພິ່ນພາກພູມໃຈ ກັບຜົນການຮຽນຂອງເຮົາ, ເຊິ່ງຫວັງມາຕະຫຼອດວ່າຢາກໄດ້ໃບປະກາດແດງ ໃນຊັ້ນມໍ 4 ແລະ ມໍ 7 ແຕ່ກໍພາດບາງຢ່າງໄປ ແລະ ດີໃຈທີ່ສາມາດຍາດມາໄດ້ຕອນຈົບມະຫາວິທະຍາໄລ.

ສຳລັບເທັກນິກທີ່ເຮັດໃຫ້ ຈັນນາລີ ໄດ້ໃບປະກາດແດງ ແມ່ນຍ້ອນຄວາມສະແຫວງຫາ, ດຸໝັ່ນຕະຫຼອດເວລາ, ແບ່ງເວລາໃຫ້ເປັນ, ຢູ່ກັບບົດຮຽນຫຼາຍໆ, ບົດເຝິກຫັດທີ່ອາຈານໃຫ້ ຕ້ອງແກ້ສົ່ງອາຈານທຸກເທື່ອ ນອກຈາກອາຈານໃຫ້ແລ້ວ ຍັງຮຽນເທັກນິກການຮຽນ ຈາກອອນລາຍຕື່ມ ເພາະດຽວນີ້ແມ່ນມີຫຼາຍຊ່ອງທາງທີ່ໃຫ້ເຮົາໄດ້ສຶກສາຢູ່ຕະຫຼອດ.

ຈັນນາລີ ກ່າວອີກວ່າ: ການທີ່ໄດ້ຮັບໃບປະກາດແດງ ອາດເປັນຄວາມສຳເລັດໃນເບື້ອງຕົ້ນຂອງນັກສຶກສາ ແຕ່ສິ່ງທີ່ຕ້ອງໄດ້ຮຽນຮູ້ຕໍ່ໄປແມ່ນການເລີ່ມຕົ້ນເຂົ້າສູ່ການເຮັດວຽກ ເພາະຫຼັງຈາກທີ່ຈົບການສຶກສາແລ້ວ ກໍຢາກໄປສະໝັກວຽກຢູ່ລັດ ຫຼື ບໍ່ກໍເອກະຊົນບ່ອນທີ່ດີໆ ແລະ ມີຄ່າຕອບແທນທີ່ເໝາະສົມ.

“ຖ້າມີແຕ່ໃບປະກາດແດງ ແຕ່ຄວາມສາມາດບໍ່ມີ ກໍເປັນບັນຫາໃນການສະໝັກວຽກ ເພາະອົງກອນຕ່າງໆ ບໍ່ໄດ້ເບິ່ງພຽງແຕ່ໃບປະກາດພຽງຢ່າງດຽວ ແຕ່ເພິ່ນເບິ່ງຄວາມສາມາດຕົວຈິງຂອງເຮົາຄວບຄູ່ກັນໄປ” ຈັນນາລີ ກ່າວ.

ສຳລັບອານະຄົດ ແມ່ນຢາກເຮັດທຸລະກິດຂາຍເຄື່ອງອອນລາຍ ແລະ ເຮັດຮ້ານອາຫານເປັນຂອງຕົນເອງເພີ່ມ.

ທ້າຍນີ້ຢາກຝາກເຖິງນ້ອງໆ ທີ່ກຳລັງຮຽນຢູ່ ຢາກໃຫ້ຕັ້ງໃຈຮຽນ ເພາະວ່າເຮົາມີໂອກາດໄດ້ຮຽນ ຖືວ່າໂຊກດີທີ່ສຸດແລ້ວ ເຮົາຕ້ອງເຫັນໃຈຄົນທີ່ເຂົາເຈົ້າຢາກຮຽນ ແຕ່ບໍ່ໄດ້ຮຽນ, ໃນເມື່ອເຮົາໄດ້ຮຽນແລ້ວ ເຮົາຕ້ອງເຮັດໃຫ້ເຕັມທີ່ກັບສິ່ງທີ່ເຮົາໄດ້ຮັບ, ຢາກປະສົບຜົນສຳເລັດ ຕ້ອງຮູ້ຈັກແບ່ງເວລາໃຫ້ເປັນ, ຕ້ອງໝັ່ນຄົ້ນຄວ້າສະແຫວງຫາຢູ່ຕະຫຼອດ.

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ