Friday, November 14, 2025
Kbank Laos โอน รับ จ่าย

ຜົນງານ “Through” ງານສິລະປະໃນຮູບແບບ Installation Art ຂອງ ວິນລີ້ ໄຊວຸດ ທີ່ສື່ເຖິງອາລົມຄວາມຮູ້ສຶກ ຜ່ານງານສິລະປະ

ຈຸດດຳທີ່ກາງເອີກ ຄືຈຸດລວມຂອງຈິດໃຈ ແລະ ຄວາມຮູ້ສຶກຂອງຜູ້ສ້າງເອງ ເນື່ອງຈາກວ່າເວລາທີ່ເກີດ ເຫດການ ທີ່ເປັນພາວະຄວາມເສົ້າ ກໍຈະມີເສັ້ນສາຍອັນດຳມຶດກໍ່ຕົວ ແລະ ມ້ວນພັນກັນ ຈົນກາຍເປັນກ້ອນຄວາມຮູ້ສຶກທີ່ໃຫຍ່ ແລະໃຫຍ່ຂຶ້ນເລື້ອຍໆ ຈົນຮອດຈຸດໜຶ່ງ ເສັ້ນສາຍເຫຼົ່ານັ້ນ ກໍຄ່ອຍໆຄາຍອອກຈາກກັນ.

Willie XAIWOUTH (ວິນລີ້ ໄຊວຸດ) ອາຍຸ 21 ປີ ນັກສຶກສາ ພາກຈິດຕະກຳ ປີທີ 5 ທີ່ສະຖາບັນວິຈິດສິນແຫ່ງຊາດ ເຈົ້າຂອງຜົນງານ “Through” ງານສິລະປະໃນຮູບແບບ Installation Art ເຊິ່ງໃຊ້ເສັ້ນລວດ ແລະ ຝ້າຍເປັນສ່ວນປະກອບ.

ວິນລີ້ເວົ້າວ່າ: ເສັ້ນລວດ ເປັນຕົວແທນໃຫ້ກັບເລືອດເນື້ອ, ກາຍຍາທັງປວງ ເພື່ອເບິ່ງທະລຸເຂົ້າໄປຫາເສັ້ນສາຍ ແຫ່ງຈິດວິນຍານ, ຈິດໃຈ, ຄວາມຄິດ, ເລື່ອງລາວ, ປະສົບການ, ທຸກສິ່ງທຸກຢ່າງ ທີ່ໄດ້ປະສົບພົບພໍ້ມາ ແລະ ຝ້າຍ: ເປັນຕົວແທນໃຫ້ກັບອາລົມ ແລະຄວາມຮູ້ສຶກທັງໝົດທີ່ໄດ້ຜ່ານເຂົ້າມາ ແລະຜ່ານອອກໄປ ເຊິ່ງມີສີສັນເປັນຕົວບົງບອກ ວ່າມີຄວາມຮູ້ສຶກໃດແດ່ ທີ່ປະປົນກັນຢູ່ ເຊິ່ງໃຊ້ຝ້າຍຫຼາຍກວ່າ 100 ເສັ້ນ.

ແຮງບັນດານໃຈ ທີ່ສ້າງຜົນງານນີ້ອອກມາ ໄດ້ມາຈາກຄວາມຮູ້ສຶກພາຍໃນຂອງຕົນເອງ ແລະຫຼາຍໆຢ່າງທີ່ເກີດຂຶ້ນຢູ່ອ້ອມຕົວເຮົາ ເພື່ອອະທິບາຍ ສິ່ງທີ່ເຮົາໄດ້ຮູ້ສຶກຢູ່ພາຍໃນ ອອກມາໃຫ້ຄົນອື່ນຮັບຮູ້ນຳ ໂດຍໃຊ້ສິລະປະ, ການຈັດວາງ ເປັນຕົວຖ່າຍທອດ.

ເຊິ່ງມີຄວາມໝາຍວ່າ: ເມື່ອເວລາໄດ້ດຳເນີນໄປ ສິ່ງທີ່ຈະເກີດຂຶ້ນຕາມມານັ້ນ ກໍຄືເລື່ອງລາວ ແລະ ເຫດການ, ສະຖານະການຕ່າງໆ ຜັນປ່ຽນໝູນວຽນກັນຢູ່ເລື້ອຍໆ ເຖິງວ່າເລື່ອງລາວທີ່ຜ່ານເຂົ້າມານັ້ນ ຈະກໍເກີດເປັນຄວາມຮູ້ສຶກ ທີ່ມະຫາສານພຽງໃດກໍຕາມ ບໍ່ວ່າຈະເປັນເລື່ອງລາວທີ່ດີ, ຄວາມປະທັບໃຈ, ຄວາມສຸກ, ຄວາມໂຫດຮ້າຍ, ຄວາມໂສກເສົ້າ, ຄວາມເສຍໃຈ ແລະ ຄວາມຜິດຫວັງ ແຕ່ໃນທ້າຍທີ່ສຸດແລ້ວ ທຸກໆຢ່າງທີ່ຜ່ານເຂົ້າມານັ້ນ ກໍຍ້ອມຜ່ານພົ້ນໄປສະເໝີ.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.