Friday, April 18, 2025

4 ຂັ້ນຕອນ ໃນການກຽມໂຕສະໝັກງານ ຂອງນັກສຶກສາຈົບໃໝ່

ພາຍຫຼັງທີ່ນັກສຶກສາຫຼາຍຄົນພາກັນຮັບໃບປະກາດຈົບການສຶກສາ ເປັນຊ່ວງທີ່ກຳລັງຈະກ້າວເຂົ້າສູ່ການໃຊ້ຊີວິດ ແລະ ການເຮັດວຽກ ເຊິ່ງການເຮັດວຽກແບບບໍ່ມີປະສົບການເຮັດໃຫ້ຫຼາຍຄົນອາດຈະບໍ່ລື້ງເຄີຍກັບການສະໝັກງານ ເພາະວ່າການສະໝັກງານບໍ່ໄດ້ໃຊ້ພຽງແຕ່ໃບຈົບການສຶກສາເທົ່ານັ້ນ ແຕ່ຍັງມີລາຍລະອຽດເລັກໆນ້ອຍໆອີກຫຼາກຫຼາຍ ທີ່ອາດຈະກຳນົດຊີວິດໃນອະນາຄົດເຮົາເລີຍກໍໄດ້. ມື້ນີ້, ເຮົາເລີຍຈະມາແນະນຳ 4 ຂັ້ນຕອນໃນການກຽມໂຕສະໝັກງານງ່າຍໆ ສຳລັບນັກສຶກສາຈົບໃໝ່ມາຝາກ.

1. ຕັດສິນໃຈເລື່ອງສາຍອາຊີບ

Tiny people searching for business opportunities. Interview with company supervisor, word job in background flat vector illustration. Employment, HR concept for website design or landing web page

ເລື່ອງທຳອິິດທີ່ນັກສຶກສາຈົບໃໝ່ຄວນສຶກສາກ່ອນສະໝັກງານນັ້ນແມ່ນ ການທີ່ເຮົາຕ້ອງຕັດສິນໃຈກ່ອນວ່າຊີວິດໃນການເຮັດວຽກຂອງເຮົາຈະໄປໃນສາຍງານໃດ ງານແບບໃດທີ່ເຮົາມັກ ແລະ ງານຫຍັງທີ່ເຮົາຢາກໃຊ້ຊີວິດຢູ່ກັບມັນເຖິງ 40 ຊົ່ວໂມງຕໍ່ອາທິດ ຫຼື 8 ຊົ່ວໂມງຕໍ່ວັນ

ເຊິ່ງຖ້າເຮົາເຮັດວຽກໄປແລ້ວ ແຕ່ເຮົາບໍ່ໄດ້ມັກວຽກນັ້ນແທ້ໆ ເຮົາກໍຈະອຶດອັດ ເສີຍໂອກາດ ແລະ ເສີຍເວລາໄປລ້າໆ, ສະນັ້ນ ແລ້ວເຮົາຄວນຫາຂໍ້ມູນກ່ຽວກັບສາຍອາຊີບນັ້ນໆ ແລະ ກັ່ນຕອງໃຫ້ດີກ່ອນເຊັ່ນ ອາດຈະຕ້ອງໄປປຶກສາຄອບຄົວ, ໝູ່ເພື່ອນ ຫຼື ສອບຖາມຄົນທີ່ຢູ່ໃນສາຍອາຊີບທີ່ເຮົາສົນໃຈ ເພື່ອວາງແຜນສາຍອາຊີບຢ່າງເໝາະສົມ.

2. ເກັບລວບລວມຜົນງານ ແລະ ປະສົບການຕ່າງໆໃຫ້ພ້ອມ

ຜົນງານ ແລະ ປະສົບການທັງໃນລະຫວ່າງການຮຽນ ແລະ ການຝຶກງານ ເປັນສິ່ງທີ່ສາມາດບົ່ງບອກຕົວຕົນຂອງເຮົາໄດ້ຢ່າງດີທີ່ສຸດ ໃຫ້ລອງຄິດຍ້ອນຫຼັງໄປເຖິງປະສົບການ ຫຼື ງານພາດທາຍຕ່າງໆທີ່ເຄີຍເຮັດມາ ເພື່ອນໍາຂໍ້ມູນຂຽນລົງໃນ ລີຊູເມ ຫຼື ເອກະສານສະໝັກງານຂອງບໍລິສັດ ລວມໄປເຖິງເກັບກຳລວບລວມເອກະສານ ຫຼື ຫຼັກຖານຕ່າງໆ ທີ່ກ່ຽວກັບປະສົບການ ຫຼື ກິດຈະກຳທີ່ເຄີຍເຮັດ ເພື່ອເອົາໄປແນບຕິດໄປຕອນສະໝັກງານ.

3. ຈັດກຽມ Resume ໃຫ້ສົມບູນ

Back view of employer reading resume focus on document, job applicant waiting for hiring decision at desk on background. Hiring manager studying long list of candidates achievements and experiences

Resume ເປັນສິ່ງທີ່ເຮົາຕ້ອງໃຊ້ໃນການສະໝັກງານທຸກຄັ້ງ ເຊິ່ງເປັນເອກະສານທີ່ຈະແນະນຳໂຕເຮົາໃຫ້ກັບບໍລິສັດເປັນຂັ້ນຕອນທຳອິດ, ດັ່ງນັ້ນ ເຮົາຄວນຕ້ອງຂຽນລາຍລະອຽດທີ່ກ່ຽວຂ້ອງກັບໂຕເອງໃຫ້ຮຽບຮ້ອຍ ບໍ່ວ່າຈະເປັນ ຊື່-ນາມສະກຸນ ຂໍ້ມູນສ່ວນໂຕ ຈຸດມຸ່ງໝາຍໃນອາຊີບ ປະຫວັດການສຶກສາ ປະສົບການການເຮັດວຽກ ແລະ ເບີໂທໃນການຕິດຕໍ່ ແລະ ຢ່າລືມກວດເບິ່ງຄວາມຖືກຕ້ອງຂອງ Resume ກ່ອນທີ່ເຮົາຈະສົ່ງໄປ.

4. ກຽມເອກະສານຕ່າງໆໃຫ້ພ້ອມ

Cropped view of woman holding pen and filling out application form at table with focus on hand with pen

ໃນການສະໝັກງານໜຶ່ງຄັ້ງ ຕ້ອງໃຊ້ເອກະສານສະໝັກງານທີ່ຫຼາຍ ບໍ່ວ່າຈະເປັນ Resum, ໃບຢັ້ງຢືນທີ່ຢູ່, ໃບແຈ້ງໂທດ, ສຳມະໂນຄົວ, ປັດປະຈຳຕົວ ເຊິ່ງເອກະສານເຫຼົ່ານີ້ເປັນສິ່ງທີ່ເຮົາຕ້ອງກະກຽມໃຫ້ພ້ອມກ່ອນທີ່ຈະສະໝັກວຽກ ເພາະບາງເອກະສານຕ້ອງໄດ້ໃຊ້ເວລາດົນ ແລະ ອີກໜຶ່ງສິ່ງສຳຄັນຄື ຮູບຖ່າຍຂອງເຮົາ ທີ່ໃຊ້ໃນການສະໝັກວຽກ ຕ້ອງກຽມໄວ້ຫຼາຍພໍສົມຄວນເພາະຕ້ອງໃຊ້ຮຄບຕິດແປະກັບເອກະສານຕ່າງໆ.

ອິນໄຊລາວ ໄດ້ມີໂອກາດສອບຖາມຄຳຄິດເຫັນນັກສຶກສາຈົບໃໝ່ ທີ່ຜ່ານການສຳພາດວຽກມາແລ້ວ ທ້າວ ສັກອຸລາລິດ ໄຊຍະວົງ ເຊິ່ງເປັນນັກສຶກສາທີ່ຈົບຈາກ ສະຖາບັນການທະນາຄານ, ສາຂາການທະນາຄານ ກ່ຽວກັບ (ຮຽນຈົບແລ້ວ ຕ້ອງມີການກຽມໂຕແນວໃດກ່ອນໄປສຳພາດວຽກ?) ເຊິ່ງລາວໄດ້ກ່າວວ່າ: ຮຽນຈົບແລ້ວຄວນສຶກສາກ່ຽວກັບວຽກ ຫຼື ອົງກອນທີ່ຈະໄປສຳພາດວຽກນຳເພື່ອມີຂໍ້ມູນພື້ນຖານເລັກນ້ອຍກ່ຽວກັບອົງກອນເພິ່ນ, ສຶກສາວ່າເພິ່ນເຮັດວຽກກ່ຽວກັບຫຍັງ, ເໝາະສົມສຳລັບຄວາມຄວາມຮູ້ຄວາມສາມາດເຮົາບໍ່, ເຮົາມີຄວາມສາມາດພຽງພໍ ແລະ ເໝາະສົມກັບຕຳແໜ່ງທີ່ເພິ່ນຕ້ອງການບໍ່? ເພື່ອໄວ້ເວລາທີ່ໄດ້ຮ່ວມງານນຳເພິ່ນຈຶ່ງຮູ້ວ່າວຽກໃດເປັນວຽກໃດ, ໜ້າວຽກນີ້ຕ້ອງຮັບຜິດຊອບຫຍັງແດ່ ແລະ ມັນຈະເຮັດໃຫ້ວຽກງານກ້າວໜ້າໄດ້ໄວຂຶ້ນ

ໃນນາມທີ່ກຳລັງກ້າວເຂົ້າສູ່ໄວເຮັດວຽກ ສິ່ງທີ່ຢາກຈະແນະນຳອີກຢ່າງກໍຄື: ໝັ່ນສຶກສາຮຽນຮູ້ໃນຫຼາຍໆດ້ານເອົາໄວ້, ຢ່າງໜ້ອຍເຮົາມີຄວາມຮູ້ດ້ານວິຊາສະເພາະທີ່ຕົນເອງຈົບມາແລ້ວກໍຍັງມີຄວາມຮູ້ອື່ນໆທີ່ເຮົາສຶກສາໄວ້ຕື່ມອີກ ເຊິ່ງມັນຈະສ້າງຄວາມໄດ້ປຽບທາງດ້ານວຽກງານຕົວຈິງ ເພາະວ່າ ການເຮັດວຽກຕົວຈິງນັ້ນບໍ່ໄດ້ໃຊ້ແຕ່ວິຊາສະເພາະພຽງຢ່າງດຽວ. ຖ້າຢາກຮ່ວມງານກັບອົງກອນໃດ ກໍຕ້ອງສຶກສາຂໍ້ມູນຂອງອົງກອນນັ້ນ ແລະ ອີກຢ່າງຢ່າລືມໝັ່ນຊ້ອມຕອບຄຳຖາມສຳພາດວຽກ ເພື່ອເຮັດໃຫ້ເຮົາມີຄວາມໝັ້ນໃຈເພີ່ມຂຶ້ນໄປອີກເມື່ອຕ້ອງຕົກຢູ່ໃນສະຖານະການທີ່ກົດດັນ ໝັ່ນຊ້ອມເລື້ອຍໆ, ຖາມຕົນເອງເລື້ອຍໆ ຈົນເກີດຄວາມເຄີຍຊິນ ພຽງເທົ່ານີ້ເຮົາກໍມີການພັດທະນາໄປອີກຂັ້ນແລ້ວເພື່ອກຽມພ້ອມເຂົ້າສູ່ການສະໝັກ ແລະ ສຳພາດວຽກ.

ເຊິ່ງນີ້ເປັນ ຂັ້ນຕອນ ແລະ ຄຳແນະນຳເລັກໆນ້ອຍໆ ເພື່ອທີ່ຈະໃຫ້ນັກສຶກສາກຳລັງຈະຈົບ ຫຼື ນັກສຶກສາປີສຸດທ້າຍ ກຽມຄວາມພ້ອມໃນການກ້າວເຂົ້າສູ່ການເປັນໄວເຮັດວຽກ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.