ສວນຊຽງຄວນ ປັບປຸງສະຖານທີ່ໃໝ່ ເພື່ອດຶງດູດນັກທ່ອງທ່ຽວ.

ສວນວັດທະນະທໍາຊຽງຄວນ ທີ່ຕັ້ງຢູ່ ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ ເປັນສະຖາທີ່ທ່ອງທ່ຽວດ້ານວັດທະນະທໍາ ທີ່ມີຄວາມສຳຄັນ ເຊິ່ງມີນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈໄປຢ້ຽມຢາມເປັນຈຳນວນຫຼາຍ, ໂດຍສວນແຫ່ງນີ້ ໄດ້ມີການປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນການປັບປຸງເສັ້ນທາງຍ່າງພາຍໃນສວນ, ສ້າງສວນສາທາລະນະ, ຮ້ານອາຫານ, ບ່ອນຫຼິ້ນເດັກນ້ອຍ, ຕູບພັກເຊົາ ແລະ ສະຖານທີ່ຈອດລົດໃຫ້ກວ້າງຂວາງ ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ.

ທ່ານນາງ ສ້ອຍສຸດາ ອິນເມືອງໄຊ, ຜູ້ອໍານວຍການບໍລິສັດ ສວນວັດທະນະທໍາຊຽງຄວນ ຈໍາກັດຜູ້ດຽວ ກ່າວວ່າ: ສວນວັດທະນະທໍາຊຽງຄວນ ແຫ່ງນີ້ ເປັນສະຖານທີ່ທ່ອງທ່ຽວທີ່ມີເອກະລັກພິເສດ ແລະ ແຕກຕ່າງຈາກສະຖານທີ່ທ່ອງທ່ຽວອື່ນໆ ເຊັ່ນ: ມີພະພຸດທະຮູບປາງຕ່າງໆທີ່ມີຄວາມເກົ່າແກ່ເປັນຈຳນວນຫຼາຍ, ມີທັງພະພຸດທະຮູບນ້ອຍ ແລະ ໃຫ່ຍ ນອກນັ້ນ, ຍັງມີຮູບປັ້ນຈຳລອງກ່ຽວກັບນະຣົກ, ສະຫວັນທີ່ເປັນເອກະລັກ ທີ່ຫຼາຍຄົນໃຫ້ຄວາມສົນໃຈເຂົ້າໄປທ່ຽວຊົມ ແລະ ຖ່າຍຮູບຢູ່ຊັ້ນສູງສຸດ.

ສິ່ງທີ່ພິເສດ ແລະ ໂດດເດັ່ນກວ່າໝູ່ ແມ່ນປະຕູໂຂງທາງເຂົ້າສວນທີ່ມີຄວາມສວຍງາມ ສື່ໃຫ້ເຫັນເຖິງວັດທະນະທໍາທີ່ມີການປະສົມປະສານວັດທະນະທໍາຮ່ວມສະໄໝ ພ້ອມນັ້ນ ສວນແຫ່ງນີ້ຍັງໄດ້ມີການປັບປຸງພື້ນຖານໂຄງລ່າງ ໂດຍສະເພາະ ເສັ້ນທາງຍ່າງຊົມວິວ ປູກຕົ້ນໄມ້ຫຼາຍສີສັນອ້ອມຮອບ, ມີຈຸດຊົມວິວ ມີຮ້ານອາຫານ ມີຕູບພັກເຊົາໃຫ້ບໍລິການລູກຄ້າທີ່ສາມາດຮອງຮັບລູກຄ້າໄດ້ເຖິງ 300-400 ຄົນ.

ສວນວັດທະນະທໍາຊຽງຄວນ ນອກຈາກເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາທີ່ຕິດພັນກັບທໍາມະຊາດແລ້ວ, ກໍຍັງເປັນສະຖານທີ່ສັກສິດແຫ່ງໜຶ່ງ ທີ່ຊາວເມືອງ ຫາດຊາຍຟອງ ໃຫ້ການເຄົາລົບນັບຖື ແລະ ສັກກາລະບູຊາຕະຫຼອດມາ ເຊິ່ງສວນແຫ່ງນີ້ໄດ້ເປີດໃຫ້ບໍລິການໃນທຸກໆວັນ ເລີ່ມແຕ່ເວລາ 8:30 – 16:00 ໂມງ ໂດຍປີ້ເຂົ້າຊົມສໍາລັບຄົນລາວ 15.000 ຕໍ່ຄົນ ແລະ ຄົນຕ່າງປະເທດ 40.000 ກີບຕໍ່ຄົນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...