ກະຊວງປ້ອງກັນຄວາມສະຫງົບ ຢູ່ນະຄອນຫຼວງວຽງຈັນ ໄດ້ມີການຮິບເອົາຊັບສິນ ທີ່ຖືກສານຕັດສິນຕາມຄະດີຕ່າງໆ ມອບໃຫ້ກັບກະຊວງການເງິນຈຳນວນຫຼາຍລາຍການ ເພື່ອມອບເຂົ້າບັນຊີເປັນຊັບສິນຂອງລັດຕາມກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ລະບຽບການ.
ໂດຍຕາງໜ້າເຊັນບົດບັນທຶກມອບຂອງທ່ານ ພັອ ສາລີ ພຸດທະວົງ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ຕາງໜ້າເຊັນບັດບັນທຶກຮັບຂອງທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ.
ສຳລັບຊັບສິນທີ່ສານຕັດສິນຮິບເປັນຂອງລັດມອບ-ຮັບປະກອບມີ: ທີ່ດິນພ້ອມເຮືອນຈໍານວນ 8 ຕອນ, ໄມ້ແປຮູບຈໍານວນ 92 ໂຕ, ລົດໃຫຍ່ຈໍານວນ 12 ຄັນ, ລົດຈັກຈໍານວນ 19 ຄັນ, ວັດຖຸມີຄ່າຈໍານວນ 43 ລາຍການໃນ 17 ຄະດີ; ເງິນສົດ. ໃນນີ້, ເງິນກີບຈຳນວນ 2,103 ຕື້ກີບ, ເງິນບາດໄທຈຳນວນ 698.680 ບາດ, ເງິນໂດລາສະຫະລັດຈຳນວນ 4.202 ໂດລາສະຫະລັດ, ເງິນຢວນຈຳນວນ 50 ຢວນ, ເງິນດົງ ຈຳນວນ 10.000 ດົງ.
ຂໍ້ມູນຈາກ: ກະຊວງການເງິນ