Friday, April 18, 2025

4 ເຄັດລັບ ອອກແບບບົດພີເຊັ້ນ ສຳລັບມືໃໝ່ໃຫ້ໜ້າສົນໃຈ

ຫຼາຍຄົນອາດພົບບັນຫາໃນການເຮີັດ Presentation ແຕ່ຄິດໄອເດຍບໍ່ອອກ ບໍ່ຮູ້ວ່າຄວນເລີ່່ມຈາກຈຸດໃດ ແລະ ຈະເຮັດແນວໃດໃຫ້ປັງ ອິນໄຊລາວ ເລີຍຈະລວມເອົາເຄັດລັບງ່າຍໆໃນການເຮັດ Presentation ມາໃຫ້ລອງເອົາໄປໃຊ້ນໍາກັນ ໂດຍຈະມີຢູ່ 4 ຫົວຂໍ້ຫຼັກໆທີ່ຕ້ອງເອົາໃຈໃສ່.

1. ໃຊ້ຮູບພາບຫຼາຍກວ່າຕົວອັກສອນ

ເພາະຖ້າມີແຕ່ໂຕອັກສອນຈະເຮັດໃຫ້ບົດເຮົາໜ້າເບື່ອ ແນະນຳໃຫ້ໃຊ້ຮູບພາບໃນການເລົ່າເລື່ອງແທນ ເພື່ອເພີ່ມຄວາມໜ້າສົນໃຈຂຶ້ນ ແຕ່ພະຍາຍາມຢ່າໃສ່ແຕ່ຮູບພາບລ້ວນໆເກີນໄປ ຢ່າລືມແຊກຊ້ອນໂຕໜັງສືເພື່ອໃຫ້ຄົນໄດ້ຢຸດອ່ານ ແລະ ໂຟກັດກັບໜ້ານັ້ນດົນຂຶ້ນ ຫຼື ເຮັດໃຫ້ຢາກຕິດຕາມຕໍ່ໄປ.

2. ໃຊ້ສີທີ່ເປັນເອກະລັກ

ໃຫ້ວາງກອບ Layout ແລະ ສີທີ່ເຮົາຕ້ອງການໃຊ້ ໂດຍເລືອກສີໃຫ້ເຂົ້າກັບຫົວຂໍ້ ແລະ ບໍ່ຄວນໃຊ້ສີພື້ນຫຼັງທີ່ເຂັ້ມກວ່າຕົວອັກສອນ ເນື່ອງຈາກຈະເຮັດໃຫ້ບໍ່ເຫົັນຕົວອັກສອນ

ພະຍາຍາມບໍ່ໃຊ້ສີທີ່ຫຼາກຫຼາຍຈົນເກີນໄປ ເພື່ອໃຫ້ງ່າຍຕໍ່ການອ່ານ ແລະ ຈັບໃຈຄວາມແບບໄວໆໄດ້ ຫຼື ລອງແບ່ງສີທີ່ຈະໃຊ້ເປັນເປີເຊັນເບິ່ງ ແຍກສີຫຼັກ ສີຮອງ ກໍຈະເຮັດໃຫ້ບົດພີເຊັ້ນເຮົາເບິ່ງຄືມີອາຊີບຂຶ້ນ.

3. ເລືອກ Template ໃຫ້ດີ

ຫາກເບື່ອຮູບແບບເກົ່າໆ ເຮົາສາມາດດາວໂຫລດ Template ໄດ້ຈາກເວັບໄຊຕ່າງໆ ເພື່ອເພີ່ມຄວາມໂດດເດັ່ນ ຫຼື ເປັນໄອເດຍໃຫ້ເຮີົາໄປຕໍ່ຍອດໄດ້ ເພາະດຽວນີ້ Template ມີໃຫ້ເລືອກຫຼາກຫຼາຍ ເໝາະກັບຮູບແບບງານທີ່ຕ້ອງການ ທັງຮູບແບບງານນໍາສະເໜີ Resume ແລະ ງານໂຊຊຽວມີເດຍ. ນອກນັ້ນ ໃຜທີ່ຄ້ານຊອກຫາ Template ກໍສາມາດເຂົ້າໄປດາວໂຫຼດໄດ້ທີ່ ລວມເວັບດາວໂຫລດ TEMPLATE ຟຣີ

4. ຫົວໃຈຫຼັກຢູ່ທີ່ Font

ເລືອກໃຊ້ Font ໃຫ້ເໝາະກັບເປົ້າໝາຍ ຫາກເປັນທາງການໃຫ້ໃຊ້ແບບລຽບໆ ອ່ານງ່າຍ ຖ້າເປັນງານທົ່ວໄປໃຫ້ໃຊ້ Font ທີ່ໜ້າດຶງດູດ ຄົນເຫັນແລ້ວຢາກອ່ານຕໍ່ໄປເລື້ອຍໆ ເຊິ່ງດຽວນີ້ເຮົາສາມາດຫາ Font ຟຣີທີ່ບໍ່ມີລິຂະສິດໄດ້ງ່າຍໆ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.