Monday, November 10, 2025
Kbank Laos โอน รับ จ่าย

ລາຄາປີ້ເຂົ້າຊົມບານໂລກ 2022 ນັດຊິງຊະນະເລີດ ສູງເຖິງ 26 ລ້ານກວ່າກີບ.

ການແຂ່ງຂັນບານໂລກປີນີ້ ຈະເລີ່ມຂຶ້ນລະຫວ່າງວັນທີ 20 ພະຈິກ ຫາ 18 ທັນວາ 2022 ທີ່ປະເທດ ກາຕາ (Qatar). ມື້ນີ້ ຈະພາທ່ານມາເບິ່ງ ລາຄາປີ້ເຂົ້າຊົມການແຂ່ງຂັນໃນແຕ່ລະນັດ.

ໝາຍເຫດ: QAR ຄືສະກຸນເງິນຂອງປະເທດ ກາຕາ 1 QAR (Qatari riyal) = 0.27 ດອນລາສະຫະລັດ = 4,600 ກີບ

ລຳດັບ 4 ຄືລາຄາປີ້ສໍາລັບຄົນພິການທີ່ອາໄສຢູ່ ກາຕາ ແລະ ຄົນພິການໃນເກມນັດເປີດສະໜາມ.

ນັດເປີດສະໜາມ (ກາຕາ ພົບ ເອກວາດໍ)

  • ລະດັບ 1: QAR 2,250 = 10,350,000 ກີບ
  • ລະດັບ 2: QAR 1,600 = 7,360,000 ກີບ
  • ລະດັບ 3: QAR 1,100 = 5,060,000 ກີບ
  • ລະດັບ 4: QAR 200 = 920,000 ກີບ

ຮອບແບ່ງກຸ່ມທັງໝົດ (32 ທີມ)

  • ລະດັບ 1: QAR 800 = 3,680,000 ກີບ
  • ລະດັບ 2: QAR 600 = 2,760,000 ກີບ
  • ລະດັບ 3: QAR 250 = 1,150,000 ກີບ
  • ລະດັບ 4: QAR 40 = 184,000 ກີບ

ຮອບ 16 ທີມສຸດທ້າຍ

  • ລະດັບ 1: QAR 1,000 = 4,600,000 ກີບ
  • ລະດັບ 2: QAR 750 = 3,450,000 ກີບ
  • ລະດັບ 3: QAR 350 = 1,610,000 ກີບ
  • ລະດັບ 4: QAR 70 = 322,000 ກີບ

ຮອບ 8 ທີມສຸດທ້າຍ

  • ລະດັບ 1: QAR 1,550 = 7,130,000 ກີບ
  • ລະດັບ 2: QAR 1,050 = 4,830,000 ກີບ
  • ລະດັບ 3: QAR 750 = 3,450,000 ກີບ
  • ລະດັບ 4: QAR 300 = 1,380,000 ກີບ

ຮອບ 4 ທີມສຸດທ້າຍ

  • ລະດັບ 1: QAR 3,480 = 16,008,000 ກີບ
  • ລະດັບ 2: QAR 2,400 = 11,040,000 ກີບ
  • ລະດັບ 3: QAR 1,200 = 5,520,000 ກີບ
  • ລະດັບ 4: QAR 500 = 2,300,000 ກີບ

ຮອບຊີງລຳດັບທີ 3

  • ລະດັບ 1: QAR 1,500 = 6,900,000 ກີບ
  • ລະດັບ 2: QAR 1,100 = 5,060,000 ກີບ
  • ລະດັບ 3: QAR 750 = 3,450,000 ກີບ
  • ລະດັບ 4: QAR 300 = 1,380,000 ກີບ

ຮອບຊີງຊະນະເລີດ

  • ລະດັບ 1: QAR 5,850 = 26,910,000 ກີບ
  • ລະດັບ 2: QAR 3,650 = 16,790,000 ກີບ
  • ລະດັບ 3: QAR 2,200 = 10,120,000 ກີບ
  • ລະດັບ 4: QAR 750 = 3,450,000 ກີບ

ການແຂ່ງຂັນບານໂລກ (FIFA World Cup) ເປັນການແຂ່ງຂັນບານເຕະ ລະຫວ່າງປະເທດ ໂດຍມີທີມຊາດ (32 ທີມ) ເຂົ້າຮ່ວມໃນກຸ່ມສະມາຊິກ ສະຫະພັນບານເຕະລະຫວ່າງປະເທດ ຫຼື ຟີຟາ (FIFA). ການແຂ່ງຂັນຈັດຂຶ້ນທຸກໆ 4 ປີ, ຄັ້ງທຳອິດ ຈັດຂຶ້ນເມື່ອປີ 1930, ແຕ່ມາຍົກເວັ້ນລະຫວ່າງປີ 1942 ແລະ 1946 ຍ້ອນສົງຄາມໂລກຄັ້ງທີ 2. ທີມທີ່ເປັນແຊ້ມຄັ້ງຫຼ້າສຸດແມ່ນ ທີມຊາດຝຣັ່ງ ໃນປີ 2018.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.