
ຜາສາດ ກໍໝາຍເຖິງ ເຮືອນ, ຫໍ ຫຼື ພະລາຊະວັງ, ໂດຍ ໄດ້ເກີດຂຶ້ນມາກ່ອນສາສະໜາພຸດ ທີ່ປະເທດອິນເດຍ ອັນໄດ້ມີການພົວພັນເຖິງ ຫຼາຍສາສະໜາເຊັ່ນ: ສາສະໜາພາມ, ຮິນດູ ແລະ ສາສະໜາຜີ ທີ່ໄດ້ມີການເຊື່ອຖືກັນວ່າ ເວລາຕາຍໄປແລ້ວ ກໍຕ້ອງໃຫ້ມີຜາສາດ ຫຼື ເຮືອນຫໍ ພໍໄດ້ພັກພາອາໃສຄືຕອນຍັງມີຊີວິດຢູ່ ຈຶ່ງໄດ້ພາກັນນິຍົມກັນສ້າງຜາສາດຂຶ້ນ ແລ້ວແຫ່ໄປຖວາຍ ໃຫ້ພະພິກຂຸສົງເພື່ອອຸທິດເຖິງ ດວງວິນຍານຜູ້ທີ່ລ່ວງລັບໄປແລ້ວນັ້ນ ໃຫ້ມີເຮືອນຢູ່ອາໄສ.
ຜາສາດເຜິ້ງ ແມ່ນເກີດມາຈາກ ວັດເຊຕາວັນ, ເມືອງ ສາວະຖີ, ປະເທດອິນເດຍ, ເຊິ່ງໃນເມື່ອກ່ອນປະຊາຊົນ ໄດ້ເຮັດຜາສາດ ແລະ ດອກໄມ້ທູບທຽນທໍາມະດາ ບໍ່ມີຂີ້ເຜິ້ງມາປະດັບປະດາ, ພາຍຫຼັງສາສະໜາພຸດເກີດຂຶ້ນມາ, ພະພຸດທະເຈົ້າໄດ້ອອກ ໄປເຜີຍແຜ່ສາສະໜາໃຫ້ອອກຕົນຍາດໂຍມທັງຫຼາຍ, ເຊິ່ງໃນຕອນນັ້ນ, ມີພະເຈົ້າ ໂກສິນ ຜູ້ປົກຄອງເມືອງ ໄດ້ຮັບຟັງການທໍາມະເທສະໜາຂອງພະພຸດທະເຈົ້າ ແລ້ວກໍເກີດເຫຼື້ອມໃສໃຈສັດທາທາງພຸດທະສາສະໜາ ຂຶ້ນມາ, ແຕ່ກໍບໍ່ປະວາງ ທາງສາສະໜາພາມ, ຮິນດູ ແລະ ຜີ ເມື່ອເປັນເຊັ່ນນັ້ນ, ພະພຸດທະເຈົ້າ ຈຶ່ງຊົງຕັດສິນບັນຫາ ໂດຍໃຫ້ມີສາສະໜາພຸດ ຄຽງຄູ່ກັນໄປ ແລະ ອະນຸຍາດໃຫ້ນໍາເອົາຂີ້ເຜິ້ງ ມາປະດິດເປັນດອກໄມ້ ແລະ ທຽນ ແລ້ວມາປະດັບໃສ່ຜາສາດໃຫ້ສວຍສົດງົດງາມຂຶ້ນກວ່າເກົ່າ ແລ້ວກໍໄປຖວາຍໃຫ້ພະພຸດທະເຈົ້າ ຈຶ່ງເອີ້ນກັນວ່າ: ຜາສາດເຜິ້ງ ແລະ ໄດ້ສືບທອດຕໍ່ກັນມາ ຈົນຮອດປັດຈຸບັນ.
ການແຫ່ຜາສາດເຜິ້ງ ເປັນປະເພນີທີ່ໄດ້ສືບທອດປະຕິບັດກັນມາແຕ່ດົນນານຕາມຄວາມເຊື່ອທີ່ວ່າ “ການແຫ່ຜາສາດເຜິ້ງ ເປັນການສ້າງບຸນກຸສົນເມື່ອຕາຍໄປແລ້ວຈະໄດ້ຂຶ້ນສະຫວັນຊັ້ນຟ້າ” ເຊິ່ງຄວາມເຊື່ອນີ້ມາຈາກເຫດການທີ່ພະພຸດທະເຈົ້າສະເດັດໄປຈຳພັນສາເທສະໜາໂປດພະພຸດທະມານດາ ແລະ ເຫຼົ່າເທວະດາດ້ວຍການເປີດໂລກທັງສາມຄື ສະຫວັນພູມ, ມະນຸດພູມ ແລະ ນະຣົກພູມໄດ້ເຫັນເຊິ່ງກັນ ແລະ ກັນ ໂດຍຕະຫຼອດ ເພື່ອເຮັດໃຫ້ຄົນເຫັນຄວາມແຕກຕ່າງ ຂອງຄວາມສະດວກສະບາຍເທິງສະຫວັນຊັ້ນຟ້າ ແລະ ຄວາມຕົກທຸກໄດ້ຍາກ ຢູ່ນາຣົກພູມ.

ການແຫ່ຜາສາດເຜິ້ງ ຖືເປັນໜຶ່ງໃນກິດຈະກໍາບຸນນະມັດສະການພະທາດຫຼວງທີ່ສືບທອດປະຕິບັດກັນມາແຕ່ບູຮານນະການ ການແຫ່ຜາສາດເຜິ້ງເປັນປະເພນີທີ່ກ່ຽວພັນກັບພິທີທາງສາສະໜາ ແມ່ນວັດທະນະທຳອັນດີງາມສະແດງເຖິງຄວາມພາກພຽນ, ການປະດິດຄິດສ້າງ ທັງເປັນການເຕົ້າໂຮມຄວາມສາມັກຄີລະຫວ່າງຄອບຄົວ, ບ້ານ ແລະ ເມືອງ ໂດຍຈະຈັດຂຶ້ນທຸກໆປີໃນການສະເຫຼີມສະຫຼອງບຸນນະມັດສະການພະທາດຫຼວງ ໃນມື້ຂຶ້ນ 14 ຄໍ່າ ເດືອນສິບສອງລາວນັ້ນເອງ.
ໃນມື້ແຫ່ຜາສາດເຜິ້ງ, ປະຊາຊົນລາວຈະປະດິດສ້າງຕົ້ນເຜິ້ງຂະໜາດໃຫຍ່ເປັນຮູບຄື ຜາສາດ ໂດຍໃຊ້ຫຼາຍຄົນແບກຫາມ, ສ່ວນຂະບວນແຫ່ ກໍມີສີສັນ ແຕກຕ່າງກັນຄື: ມີຂະບວນທັ່ງບັ້ງ, ຂະບວນຊຸດຊົນເຜົ່າ, ຕໍາເຂົ້າ ເປົ່າແຄນ, ທັງຕີກອງ, ຕີແຊ່ງ, ລໍາເຊີ້ງ, ມີຂະບວນນັກຮຽນ, ຂະບວນປະເພນີລາວ ຍິງສາວນຸ່ງຊຸດໄໝ, ເກົ້າຜົມ, ບ່ຽງແພ, ຜູ້ຊາຍ ນຸ່ງເສື້ອຂາວ, ມັດແພກັດຕ້ຽວ, ຂະບວນເຖົ້າແກ່ ແນວໂຮມ ນຳໜ້າໂດຍຂະບວນພະສົງ ແລະ ຜູ້ນຳລາວ.




ເມື່ອໄປຮອດເດີ່ນພະທາດຫຼວງ ຂະບວນຈະໄດ້ເຄື່ອນໄປແບບຊ້າໆ ຕາມຄວາມກວ້າງຂອງເດີ່ນ ຍ່າງອ້ອມກົມມະລຽນພະທາດຫຼວງ ແລະ ວາງຕົ້ນເຜິ້ງ ເປັນອັນວ່າ ສຳເລັດພິທີ ເຊິ່ງໃນຕອນຄ່ຳ ມີການຄົບງັນຕາມປະເພນີ.
ສໍາລັບພິທີ ຫຼື ຂະບວນແຫ່ຜາສາດເຜິ້ງໃນບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2022 ນີ້ ຈະຈັດຂຶ້ນ ໃນຕອນບ່າຍຂອງ ມື້ຂຶ້ນ 14 ຄໍ່າເດືອນ 12 ລາວ ກົງກັບວັນທີ 7 ພະຈິກ 2022.
Hits: 56