ປະເທດໄທມີຊື່ສຽງໄປທົ່ວໂລກເລື່ອງຄວາມມີອັດທະຍາໃສໄມຕີຂອງຜູ້ຄົນ ໄທຈຶ່ງມັກຕິດອັນດັບປະເທດທີ່ໄດ້ຮັບຄວາມນິຍົມໃນດ້ານການທ່ອງທ່ຽວຂອງໂລກ ແລະ ຂອງອາຊຽນຢູ່ສະເໝີສົ່ງຜົນໃຫ້ອຸດສາຫະກໍາການທ່ອງທ່ຽວຂອງໄທ ຈະເລີນເຕີບໂຕຢ່າງຫຼວງຫຼາຍ ແລະ ສາຂາວິຊາກ່ຽວກັບການໂຮງແຮມ ການທ່ອງທ່ຽວ ແລະ ການປະກອບອາຫານ ທີ່ເປັນທີ່ນິຍົມໃນໝູ່ເຍົາວະຊົນ.

ແນ່ນອນວ່າ ໃນປະເທດໄທມີຫຼາຍສະຖາບັນທີ່ເປີດສອນລະດັບປະລິນຍາຕີດ້ານການໂຮງແຮມ ການທ່ອງທ່ຽວ ແລະ ການປະກອບອາຫານ ແຕ່ມີພຽງວິທະຍາໄລດຸສິດທານີເທົ່ານັ້ນທີ່ເປັນສະຖາບັນອຸດົມສຶກສາ ພຽງແຫ່ງດຽວຂອງໄທທີ່ສອນດ້ານທຸລະກິດບໍລິການໂດຍກົງ ອີກທັງນັບໄດ້ວ່າເປັນສະຖາບັນແຫ່ງທຳອິດຂອງໄທທີ່ສອນດ້ານນີ້ໃນລະດັບປະລິນຍາຕີ ດ້ວຍເຫດນີ້ວິທະຍາໄລດຸສິດທານີຈຶ່ງມີຄວາມຊ່ຽວຊານສະເພາະທາງ ແລະ ໄດ້ຮັບຄວາມໄວ້ວາງໃຈມາດົນນານຫຼາຍກວ່າ 29 ປີ.
ແລະນີ້ຄື 10 ເຫດຜົນທີ່ເຜີຍວ່າ ເປັນຫຍັງວິທະຍາໄລດຸສິດທານີ ປະເທດໄທ ຈຶ່ງເປັນສະຖາບັນສອນທຸລະກິດບໍລິການທີ່ມີຄວາມໜ້າສົນໃຈຫຼາຍທີ່ສຸດແຫ່ງໜຶ່ງໃນອາຊຽນ

1. ເປັນສະຖາບັນການສຶກສາໃນເຄືອໂຮງແຮມດຸສິທານີ ໂຮງແຮມລະດັບ 5 ດາວ ສັນຊາດໄທທີ່ມອບຄວາມເປັນ Thai Hospitality ໄປສູ່ນັກທ່ອງທ່ຽວ ຜ່ານທາງໂຮງແຮມສາຂາທີ່ມີທົ່ວໂລກ ກ່ອນສົ່ງຕໍ່ປະສົບການ ແລະ ທັກສະໃນການເຮັດທຸລະກິດບໍລິການໄປສູ່ການສຶກສາ ເຊິ່ງນັບເປັນເອກະສິດສະເພາະຂອງວິທະຍາໄລດຸສິດທານີ ທີ່ຫາຈາກໃສບໍ່ໄດ້ອີກແລ້ວ
2. ນອກຈາກທັກສະຈາກໂຮງແຮມດຸສິດທານີ ທີ່ເປັນເອກະສິດສະເພາະແລ້ວ ການຮຽນການສອນຂອງວິທະຍາໄລດຸສິດທານີຍັງໄດ້ມາດຕະຖານສາກົນ ຈຶ່ງເອີ້ນໄດ້ວ່າ ເປັນການປະສົມປະສານທັກສະທີ່ເປັນ International Standard ເຂົ້າກັບທັກສະແບບ Thai Hospitality ທີ່ທົ່ວໂລກໃຫ້ການຍອມຮັບໄດ້ຢ່າງລົງໂຕ

3. ມີສາຂາວິຊາທີ່ຄວບຄຸມດ້ານການໂຮງແຮມ ການທ່ອງທ່ຽວ ແລະ ການປະກອບການອາຫານ ທັງຫຼັກສູດນານາຊາດ ແລະ ຫຼັກສູດໄທ. ຫຼັກສູດນານາຊາດໄດ້ແກ່ ສາຂາວິຊາສິລະປະການປະກອບອາຫານຢ່າງມືອາຊີບ ( Professional Culinary Arts) ແລະ ສາຂາວິຊາການຈັດການການບໍລິການ (Hospitality Management), ສຳລັບຫຼັກສູດພາສາໄທ ປະກອບມີ ສາຂາວິຊາການຈັດການໂຮງແຮມ (Hotel management) ສາຂາວິຊາການຈັດການຄົວ ແລະ ສິລະປະການປະກອບອາຫານ (Culinary Arts and Kitchen Management) ແລະ ສາຂາວິຊານະວັດຕະກຳການບໍລິການທ່ອງທ່ຽວ (Tourism Service Innovation) ນອກຈາກນີ້ຫຼັກສູດພາສາໄທຍັງບໍ່ຈຳກັດວ່າຜູ້ທີ່ຮຽນຈະຕ້ອງເປັນຄົນໄທເທົ່ານັ້ນ ຖ້າຫາກໃຜທີ່ສາມາດສື່ສານພາສາໄທໄດ້ ກໍສາມາດລົງຮຽນຫຼັກສູດພາສາໄທໄດ້ເຊັ່ນກັນ

4. ຫຼັກສູດນານາຊາດ ສາຂາວິຊາສິລະປະການປະກອບອາຫານຢ່າງມືອາຊີບ (Professional Culinary Arts) ຮ່ວມມືກັບ ສະຖາບັນ ເລີ ກໍດອງ ເບຼີ (Le Cordon Bleu) ສະຖາບັນສອນການປະກອບອາຫານທີ່ມີຊື່ສຽງລະດັບໂລກ ນັບເປັນສະຖາບັນອຸດົມສຶກສາແຫ່ງດຽວຂອງໄທ ທີ່ໄດ້ຮັບເອກະສິດ Joint Program ນີ້

5. ຫຼັກສູດນານາຊາດ ສາຂາວິຊາການຈັດການການບໍລິການ (Hospitality Management) ໄດ້ຮັບການຮັບຮອງຫຼັກສູດຈາກ ໂຮງຮຽນການໂຮງແຮມໂລຊານ (École hôtelière de Lausanne) ສະວິດເຊີແລນ ໜຶ່ງໃນສະຖາບັນການໂຮງແຮມທີ່ມີຊື່ສຽງທີ່ສຸດຂອງໂລກ

6. ມີຫ້ອງຄົວປະຕິບັດຕົວຈິງ ແລະ ຫ້ອງປະຕິບັດການໂຮງແຮມທີ່ຄົບເຄື່ອງ ທັນສະໄໝ ແລະ ໄດ້ມາດຕະຖານ ສຳລັບໃຫ້ນັກສຶກສາຝຶກຝົນປະຕິບັດໄດ້ຢ່າງເຕັມທີ ຈົນສາມາດກ້າວໄປສູ່ຄວາມເປັນ Professional ໃນທີ່ສຸດ

7. ຈັດການຮຽນການສອນຮູບແບບ WIL (Work Integrated Learning) ທີ່ຊຸກຍູ້ໃຫ້ນັກສຶກສາໄດ້ລົງສະໜາມຝຶກປະຕິບັດຕົວຈິງກັບພາກອຸດສາຫະກຳຕັ້ງແຕ່ຊັ້ນປີຕົ້ນໆເພື່ອໃຫ້ນັກສຶກສາມີຄວາມຊ່ຽວຊານໃນວິຊາຊີບ ເມື່ອສໍາເລັດການສຶກສາກໍສາມາດປະຕິບັດງານຈິງໄດ້ທັນທີ ບໍ່ວ່າທຸລະກິດໃດໆ ກໍຕ້ອງການຕົວຜູ້ທີ່ມີຄຸນສົມບັດດັ່ງກ່າວ
8. ອາຈານທຸກຄົນລ້ວນເປັນຜູ້ຊ່ຽວຊານທີ່ມີປະສົບການຈາກດ້ານການໂຮງແຮມ ການທ່ອງທ່ຽວ ແລະ ການປະກອບອາຫານ ຈຶ່ງພ້ອມທີ່ຈະຖ່າຍທອດຄວາມຮູ້ທີ່ສະສົມມາໃຫ້ແກ່ນັກສຶກສາຢ່າງເລິກເຊິ່ງ

9. ໃຫ້ຄວາມຮ່ວມມືກັບພັນທະມິດພາກທຸລະກິດລະດັບສາກົນຫຼາກຫຼາຍ ອີກທັງຍັງຊຸກຍູ້ໃຫ້ນັກສຶກສາມີໂອກາດຝຶກງານໃນຕ່າງປະເທດ ເພື່ອເສີມສ້າງໃຫ້ນັກສຶກສາມີ International Mindset ແລະ ພ້ອມທີ່ຈະກ້າວໄປເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບຂອງສັງຄົມໂລກ
10. ດ້ວຍສາເຫດທີ່ວິທະຍາໄລດຸສິດທານີ ຢູ່ໃນເຄືອໂຮງແຮມດຸສິດທານີ ຈຶ່ງເຮັດໃຫ້ຜູ້ທີ່ຈົບການສຶກສາມີໂອກາດຮ່ວມງານກັບໂຮງແຮມດູສິທານີທັງໃນ ແລະ ຕ່າງປະເທດທັນທີທີ່ຮຽນຈົບ
(ຜູ້ສະໝັກສາຂາ Hospitality Management ຈະໄດ້ສ່ວນຫຼຸດ 15% ທັນທີ ນອກຈາກນີ້ສໍາລັບຜູ້ສະໝັກທີ່ມີສັນຊາດຢູ່ໃນປະເທດອາຊຽນ ແລະ ອາຊີປາຊີຟິກ ຍັງມີສິດຍື່ນຂໍທຶນການສຶກສາ 50% ສໍາລັບສາຂາ Hospitality Management ແລະ ທຶນການສຶກສາ 25% ສໍາລັບສາຂາ Professional Culinary Arts ເງື່ອນໄຂເປັນໄປຕາມທີ່ວິທະຍາໄລກຳນົດ ລາຍລະອຽດເພີ່ມເຕິມກົດທີ່ http://www.dtc.ac.th/ ຫຼື www.facebook.com/DTCThailand).
Hits: 53