ຂໍຂອບໃຈນຳຜູ້ສະໜັບສະໜູນ

ກາເຟ ເປັນເຄື່ອງດື່ມທີ່ເປັນທີ່ນິຍົມ ສຳລັບໄວເຮັດວຽກ, ຄົນເຖົ້າຄົນແກ່ ແລະ ລວມເຖິງໄວລຸ້ນບາງຄົນ ດ້ວຍລົດຊາດທີ່ຫອມເຂັ້ມ ບໍ່ຄືກັບເຄືຶ່ອງດື່ມຊະນິດໃດ ແລະ ຍັງເປັນເຄື່ອງດື່ມເຮັດຊົດຊື່ນມີແຮງໃນການເຮັດວຽກ ດ້ວຍລິດຂອງຄາເຟອີນ. ແຕ່ລິດຂອງຄາເຟອີນ ອາດສົ່ງຜົນເສຍຫຼາຍກວ່າຜົນດີໄດ້ ຫາກເຈົ້າດື່ມກາເຟແລ້ວເກີດອາການຜິດປົກກະຕິຂຶ້ນ. ມື້ນີ້ ແອັດມິນ ຈະພາມາເບິ່ງສັນຍານອັນຕະລາຍ ວ່າເຮົາຕ້ອງຫຼຸດການກິີນກາເຟລົງແບບດ່ວນໆ ເພາະອາດຈະເປັນອັນຕະລາຍໄດ້.

  1. ປວດຫົວ
  2. ນອນບໍ່ຫຼັບ
  3. ກັງວົນ
  4. ອາລົມຂຶ້ນໆ ລົງໆ
  5. ຖ່າຍເບົາໄດ້ງ່າຍ ຫຼື ບໍ່ສາມາດກັ້ນໄວ້ໄດ້
  6. ຫົວໃຈເຕັ້ນໄວ
  7. ກ້າມເນື້ອສັ່ນ

ສາເຫດທີ່ເຮັດໃຫ້ເກີດອາການຜິດປົກກະຕິເມື່ອດື່ມກາເຟ

  • ຮ່າງກາຍໄດ້ຮັບຄາເຟອີນຫຼາຍເກີນໄປ
  • ຮ່າງກາຍມີປະຕິກິລິຍາຫຼາຍກວ່າຄົນອື່ນ
  • ນອນບໍ່ຫຼັບ ຫຼື ນອນບໍ່ພຽງພໍ ແລ້ວກິນກາເຟເພື່ອໃຫ້ຕົນເອງຕື່ນໂຕ ເຊິ່ງເຮັດໃຫ້ຄືນຕໍ່ໄປນອນບໍ່ຫຼັບ ນອນບໍ່ພຽງພໍ ຕ້ອງວົນວຽນແບບນີ້ໄປເລື້ອຍໆ ອາດເຮັດໃຫ້ຮ່າງກາຍອ່ອນເພຍເກີນໄປຈົນເກີດອາການຜິດປົກກະຕິ.

ວິທີຫຼຸດກາເຟຢ່າງປອດໄພ ແລະ ໄດ້ຜົນ

  • ຈຳກັດປະລິມານໃນການດື່ມຂອງໂຕເອງ ແລະ ພະຍາຍາມບໍ່ດື່ມຫຼາຍໄປກວ່ານັ້ນ ເພາະປະລິມານທີ່ເໝາະສົມຂອງແຕ່ລະຄົນບໍ່ເທົ່າກັນ ແຕ່ທາງທີ່ດີແມ່ນບໍ່ຄວນດື່ມເກີນ 4 ແກ້ວຕໍ່ວັນ.
  • ຢາລືມເຊັກວ່າມີຄາເຟອື່ນໃນເຄື່ອງດື່ມຫຼືອາການອື່ນໆອີກຫຼືບໍ່ ເພາະຢ່າລືມວ່າຄາເຟອີນບໍ່ໄດ້ຢູ່ໃນກາເຟຢ່າງດຽວ.
  • ຄ່ອຍໆຫຼຸດລົງຢ່າງຊ້າໆຈາກທີ່ເຄີຍກິນ 4 ແກ້ວຕໍ່ວັນ ກໍຄ່ອຍໆຫຼຸດລົງເຫຼືອ 3 ແກ້ວຕໍ່ວັນ ຈົນກວ່າຂະໜ້ອຍລົງໃນປະລິມານທີ່ເຮົາກິນແລ້ວບໍ່ເກີດສິ່ງຜິດປົກກະຕິຕໍ່ຮ່າງກາຍເຮົາ.
  • ເລືອກດື່ມກາເຟທີ່ບໍ່ມີຄາເຟອີນ
  • ເຮົາອາດຈະຕ້ອງປ່ຽນໄປດື່ມເຄື່ອງດື່ມອື່ນໆ ແທນເຊັ່ນ: ຊາ, ໂກ້ໆ ແລະ ອື່ນໆ ທີ່ມີປະລິມານຄາເຟອີນໜ້ອຍຫຼືໍ່ມີຄາເຟອີນເລີຍ.

ຂໍ້ມູນຈາກ: ມູນລະນິທິມາໂຍເພື່ອການສຶກສາ ແລະ ວິໄຈທາງການແພດ (MFMER)

Hits: 5

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້