Sunday, November 9, 2025
Kbank Laos โอน รับ จ่าย

ຍັງບໍ່ແລ້ວ 12 ຫຼັງ! ໂຄງການກໍ່ສ້າງເຮືອນຢູ່ຖາວອນໃຫ້ຜູ້ປະສົບໄພພິບັດຢູ່ ເມືອງ ສະໜາມໄຊ

ໂຄງການກໍ່ສ້າງເຮືອນຢູ່ຖາວອນຈໍານວນ 700 ຫຼັງ ມູນຄ່າ 24 ລ້ານ 5 ແສນໂດລາສະຫະລັດ ດ້ວຍທຶນຊົດເຊີຍບໍລິສັດຜູ້ພັດທະນາໂຄງການ ມາຮອດປະຈຸບັນປະຕິບັດສໍາເລັດໄປແລ້ວຫຼາຍກວ່າ 99% ເຂົ້າຢູ່ທັງໝົດແລ້ວ 688 ຫຼັງ ແລະ ຍັງເຫຼືອພຽງແຕ່ 12 ຫຼັງເທົ່ານັ້ນ ທີ່ຍັງກໍ່ສ້າງບໍ່ທັນສໍາເລັດ.

ຕາມການລາຍງານຢູ່ໃນກອງປະຊຸມອົງການປົກຄອງແຂວງອັດຕະປື ປະຈໍາງວດ III ໄດ້ໃຫ້ຮູ້ວ່າ ໄດ້ມອບບ້ານໃຫ້ປະຊາຊົນທີ່ໄດ້ເຂົ້າອາໄສ ມີຈຳນວນດັ່ງນີ້:

  • ບ້ານດົງບາກໃໝ່ຫີນຄຳ ມີທັງໝົດຈໍານວນ 335 ຫຼັງ, ສໍາເລັດມອບໃຫ້ປະຊາຊົນເຂົ້າຢູ່ແລ້ວ 333 ຫຼັງ, ຍັງຄ້າງ 2 ຫຼັງ, ຍັງຄ້າງວຽກສຸຂະພັນ,ບານປະຕູ-ປ່ອງຢ້ຽມ,ໄຟຟ້າ,ຝາ ແລະ ອະນາໄມ.
  • ບ້ານຫີນລາດມີທັງໝົດ 197 ຫຼັງ, ສໍາເລັດມອບໃຫ້ປະຊາຊົນເຂົ້າຢູ່ແລ້ວ 187 ຫຼັງ, ຍັງຄ້າງ 10 ຫຼັງ,ຍັງຄ້າງວຽກພະນັກ,ເພດານ,ໄຟຟ້າ,ສີ,ສຸຂະພັນ ແລະ ບານປະຕູ-ປ່ອງຢ້ຽມ,ບ້ານດອນບົກໃໝ່ແສງຈັນ ມີທັງໝົດ 70 ຫຼັງ,ມອບໃຫ້ປະຊາຊົນເຂົ້າຢູ່ແລ້ວ 70 ຫຼັງ.
  • ບ້ານສະໝອງໃໝ່ປີນດົງມີທັງໝົດ 98 ຫຼັງ,ມອບໃຫ້ປະຊາຊົນແລ້ວ 98 ຫຼັງ, ສ່ວນໂຄງການກໍ່ສ້າງທາງ 18 ເອ ມູນຄ່າການກໍ່ສ້າງທັງໝົດ 96 ຕື້ກວ່າກີບ.

ນອກນັ້ນ, ຍັງມີຫຼາຍໂຄງການທີ່ສຳເລັດ ເຊິ່ງມີໂຄງການກໍ່ສ້າງວັດ 2 ແຫ່ງ ມູນຄ່າລວມ 9 ຕື້ກວ່າກີບ ຢູ່ບ້ານດົງບາກໃໝ່ຫີນຄໍາ ແລະ ບ້ານຫີນລາດ ປະຕິບັດ ສໍາເລັດ 100%, ໂຄງການກໍ່ສ້າງຫ້ອງການບ້ານ 4 ບ້ານ ມູນຄ່າລວມ 5 ຕື້ກວ່າກີບ ປະຕິບັດສໍາເລັດ 100%, ໂຄງການກໍ່ສ້າງ ອາຄານຫ້ອງການປະສານງານ ບ້ານດົງບາກໃໝ່ຫີນຄໍາມູນຄ່າ 3 ຕື້ກວ່າກີບ ປະຕິບັດໄດ້ 100%, ໂຄງການກໍ່ສ້າງຕະຫຼາດ 3 ຈຸດ ມູນຄ່າທັງໝົດ 3 ຕື້ກວ່າກີບ ປະຕິບັດໄດ້ 100%, ໂຄງການກໍ່ສ້າງສະໜາມຂີ້ເຫຍື່ອ ບ້ານດົງບາກໃໝ່ຫີນຄໍາ ມູນຄ່າ 2 ຕື້ກວ່າກີບ ປະຕິບັດໄດ້ 100%, ໂຄງການກໍ່ສ້າງນ້ຳປະປາ 3 ພື້ນທີ່ ມູນຄ່າລວມ 22 ຕື້ກວ່າກີບປະຕິບັດໄດ້ຫຼາຍກວ່າ 90% ,ວຽກງານກໍ່ສ້າງຊົນລະປະທານ 4 ແຫ່ງ ມູນຄ່າ 59 ຕື້ກວ່າກີບ ມີ 5 ສັນຍາສໍາເລັດແລ້ວ 100% ແລ້ວ.

ຂ່າວ: ວັດທະນາ

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.