ຮັບສະໝັກແລ້ວ! ທຶນ SCG Sharing the Dream ປີທີ 11 ສານຝັນເຍົາວະຊົນ ຫຼຸດຜ່ອນຄວາມບໍ່ສະເໝີພາບທາງການສຶກສາ

ເອັດສຊີຈີ ສານຕໍ່ມອບທຶນການສຶກສາລະດັບມັດທະຍົມ ແລະ ປະລິນຍາຕີ ໃນໂຄງການ “Sharing the Dream” ເປັນປີທີ 11 ໃຫ້ກັບນັກຮຽນຊັ້ນມັດທະຍົມຕອນປາຍ ໃນນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ ແຂວງລະ 110 ທຶນ ພ້ອມທຶນການສຶກສາລະດັບປະລິນຍາຕີອີກ 10 ທຶນ ໃນສົກຮຽນ 2022-2023 ລວມເປັນ 230 ທຶນ ເພື່ອສ້າງໂອກາດທາງການສຶກສາໃຫ້ເຍົາວະຊົນທີ່ເປັນຄົນເກັ່ງ ແລະ ດີ, ມີຄວາມກະຕັນຍູຮູ້ຄຸນແຕ່ຂາດເຂີນທຶນຮອນ ແລະ ເປັນອະນາຄົດຂອງຊາດ

ນອກຈາກນີ້ SCG Sharing the Dream ເປັນໜຶ່ງໃນໂຄງການກິດຈະກຳເພື່ອສັງຄົມຂອງເອັດສຊີຈີ ທີ່ມຸ່ງໝັ້ນສົ່ງເສີມການພັດທະນາສັກກະຍະພາບເຍົາວະຊົນຂອງປະເທດໃນອາຊຽນ ເຊິ່ງເປັນແນວທາງໃນການດຳເນີນທຸລະກິດທີ່ SCG ປະຕິບັດຢ່າງຕໍ່ເນື່ອງຫຼາຍກວ່າ 110 ປີ ນັບຕັ້ງແຕ່ກໍ່ຕັ້ງບໍລິສັດ ໂດຍມີຈຸດປະສົງເພື່ອເປັນກຳລັງໃຈໃຫ້ເຍົາວະຊົນທີ່ເປັນຄົນດີ, ມີຄວາມກະຕັນຍູ, ໃສ່ໃຈໃນສິ່ງແວດລ້ອມ ແລະ ມີຄວາມມຸ່ງໝັ້ນໃນການສ້າງສັງຄົມທີ່ດີ ໃຫ້ໄດ້ມີໂອກາດສຶກສາຮໍ່າຮຽນຕໍ່ ແລະ ນໍາຄວາມຮູ້ມາພັດທະນາປະເທດ ເພື່ອຂັບເຄື່ອນສັງຄົມລາວ ໄປສູ່ອະນາຄົດທີ່ຍືນຍົງ ແລະ ຫຼຸດຜ່ອນຄວາມບໍ່ສະເໝີພາບດ້ານການສຶກສາ ຕາມເປົ້າໝາຍ ESG 4 Plus ຂອງ SCG

“SCG ມຸ່ງໝັ້ນສະໜັບສະໜູນໂຄງການທີ່ຈະຊ່ວຍພັດທະນາບຸກຄະລາກອນຂອງປະເທດ ຜ່ານການສົ່ງເສີມການສຶກສາ ແລະ ທັກສະດ້ານວິຊາຊີບຂອງເຍົາວະຊົນລາວ ຕາມເປົ້າໝາຍ ESG 4 Plus ຂອງ SCG ທີ່ປະກອບໄປດ້ວຍການຈັດການ ດ້ານສິ່ງແວດລ້ອມ (Environment), ສັງຄົມ (Social), ແລະ ການປົກຄອງ (Governance) ຜ່ານ 4 ແນວທາງປະຕິບັດຫຼັກຄື: 1. ຫຼຸດການປ່ອຍກາສເຮືອນແກ້ວໃຫ້ເປັນສູນ ພາຍໃນປີ2050; 2.ມຸ່ງໝັ້ນພັດທະນານະວັດຕະກໍາທີ່ເປັນມິດກັບສິ່ງແວດລ້ອມ; 3. ຫຼຸດຜ່ອນຄວາມບໍ່ສະເໝີພາບໃນສັງຄົມ ເພີ່ມໂອກາດທາງການສຶກສາ; ແລະ 4.ສ້າງຄວາມຮ່ວມມືໃນການຂັບເຄື່ອນ ESG ກັບໜ່ວຍງານລະດັບປະເທດໃນອາຊຽນ ແລະ ລະດັບໂລກ ເພື່ອຄວາມຍືນຍົງຂອງ ພາກທຸລະກິດ ທີ່ສອດຄ່ອງກັບເປົ້າໝາຍຄວາມຍືນຍົງຂອງໂລກ ແລະ ຮ່ວມກັນນຳພາໂລກຂອງເຮົາ ໄປສູ່ຄວາມຍືນຍົງໃຫ້ຄົນຮຸ່ນຕໍ່ໄປ” ທ່ານ ທິລະວັດ ພູນການຈະນະໂລດ Country Director Laos ບໍລິສັດເອັດສຊີຈີ ຊີເມັນ ຜະລິດຕະພັນກໍ່ສ້າງ ຈຳກັດ ກ່າວ

ປັດຈຸບັນໂຄງການ SCG Sharing the dream ໄດ້ມອບທຶນການສຶກສາໃຫ້ນັກຮຽນຫຼາຍກວ່າ 5.000 ຄົນ ໃນແຕ່ລະປີທົ່ວອາຊຽນໄດ້ແກ່ ຟິລິປິນ, ອິນໂດເນເຊຍ, ກຳປູເຈຍ, ຫວຽດນາມ ແລະ ສປປ ລາວ ເພື່ອຮ່ວມພັດທະນາປະເທດທີ່ SCG ເຂົ້າໄປດໍາເນີນທຸລະກິດ ເຊິ່ງ SCG ດຳເນີນໂຄງການນີ້ໃນ ສປປ ລາວ ດ້ວຍຄວາມຕັ້ງໃຈ ແລະ ເອົາໃຈໃສ່ ຢ່າງຕໍ່ເນື່ອງມາຕະຫຼອດ 11 ປີ, ນອກຈາກການສະໜັບສະໜຸນດ້ານການເງິນແລ້ວ ຍັງມີກິດຈະກຳເພື່ອພັດທະນາສັກກະຍະພາບ ແລະ ສົ່ງເສີມຄຸນນະທຳ ຕະຫຼອດໂຄງການອີກດ້ວຍ

ສຳລັບຂໍ້ມູນເພີ່ມເຕີມ ແລະ ຊ່ອງທາງການຮັບໃບສະໝັກຂອງທຶນສະໜັບສະໜູນການສຶກສາໃນລະດັບມັດທະຍົມ ໃນນະຄອນຫຼວງວຽງຈັນ ແລະ ໃນ 4 ຕົວເມືອງ ຂອງແຂວງຄຳມ່ວນໄດ້ແກ່ ເມືອງໜອງບົກ, ເມືອງທ່າແຂກ, ເມືອງມະຫາໄຊ ແລະ ເມືອງຍົມມະລາດ ແລະ ທຶນໃນລະດັບມະຫາວິທະຍາໄລ ສາມາດເບິ່ງລາຍລະອຽດເພີ່ມເຕີມ ໄດ້ທີ່  

#SCG #SCGSharingtheDream #Passionforbetter #ESG4Plus

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...