Monday, November 17, 2025
Kbank Laos โอน รับ จ่าย

ຮັບສະໝັກແລ້ວ! ທຶນ SCG Sharing the Dream ປີທີ 11 ສານຝັນເຍົາວະຊົນ ຫຼຸດຜ່ອນຄວາມບໍ່ສະເໝີພາບທາງການສຶກສາ

ເອັດສຊີຈີ ສານຕໍ່ມອບທຶນການສຶກສາລະດັບມັດທະຍົມ ແລະ ປະລິນຍາຕີ ໃນໂຄງການ “Sharing the Dream” ເປັນປີທີ 11 ໃຫ້ກັບນັກຮຽນຊັ້ນມັດທະຍົມຕອນປາຍ ໃນນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ ແຂວງລະ 110 ທຶນ ພ້ອມທຶນການສຶກສາລະດັບປະລິນຍາຕີອີກ 10 ທຶນ ໃນສົກຮຽນ 2022-2023 ລວມເປັນ 230 ທຶນ ເພື່ອສ້າງໂອກາດທາງການສຶກສາໃຫ້ເຍົາວະຊົນທີ່ເປັນຄົນເກັ່ງ ແລະ ດີ, ມີຄວາມກະຕັນຍູຮູ້ຄຸນແຕ່ຂາດເຂີນທຶນຮອນ ແລະ ເປັນອະນາຄົດຂອງຊາດ

ນອກຈາກນີ້ SCG Sharing the Dream ເປັນໜຶ່ງໃນໂຄງການກິດຈະກຳເພື່ອສັງຄົມຂອງເອັດສຊີຈີ ທີ່ມຸ່ງໝັ້ນສົ່ງເສີມການພັດທະນາສັກກະຍະພາບເຍົາວະຊົນຂອງປະເທດໃນອາຊຽນ ເຊິ່ງເປັນແນວທາງໃນການດຳເນີນທຸລະກິດທີ່ SCG ປະຕິບັດຢ່າງຕໍ່ເນື່ອງຫຼາຍກວ່າ 110 ປີ ນັບຕັ້ງແຕ່ກໍ່ຕັ້ງບໍລິສັດ ໂດຍມີຈຸດປະສົງເພື່ອເປັນກຳລັງໃຈໃຫ້ເຍົາວະຊົນທີ່ເປັນຄົນດີ, ມີຄວາມກະຕັນຍູ, ໃສ່ໃຈໃນສິ່ງແວດລ້ອມ ແລະ ມີຄວາມມຸ່ງໝັ້ນໃນການສ້າງສັງຄົມທີ່ດີ ໃຫ້ໄດ້ມີໂອກາດສຶກສາຮໍ່າຮຽນຕໍ່ ແລະ ນໍາຄວາມຮູ້ມາພັດທະນາປະເທດ ເພື່ອຂັບເຄື່ອນສັງຄົມລາວ ໄປສູ່ອະນາຄົດທີ່ຍືນຍົງ ແລະ ຫຼຸດຜ່ອນຄວາມບໍ່ສະເໝີພາບດ້ານການສຶກສາ ຕາມເປົ້າໝາຍ ESG 4 Plus ຂອງ SCG

SCG ມຸ່ງໝັ້ນສະໜັບສະໜູນໂຄງການທີ່ຈະຊ່ວຍພັດທະນາບຸກຄະລາກອນຂອງປະເທດ ຜ່ານການສົ່ງເສີມການສຶກສາ ແລະ ທັກສະດ້ານວິຊາຊີບຂອງເຍົາວະຊົນລາວ ຕາມເປົ້າໝາຍ ESG 4 Plus ຂອງ SCG ທີ່ປະກອບໄປດ້ວຍການຈັດການ ດ້ານສິ່ງແວດລ້ອມ (Environment), ສັງຄົມ (Social), ແລະ ການປົກຄອງ (Governance) ຜ່ານ 4 ແນວທາງປະຕິບັດຫຼັກຄື: 1. ຫຼຸດການປ່ອຍກາສເຮືອນແກ້ວໃຫ້ເປັນສູນ ພາຍໃນປີ2050; 2.ມຸ່ງໝັ້ນພັດທະນານະວັດຕະກໍາທີ່ເປັນມິດກັບສິ່ງແວດລ້ອມ; 3. ຫຼຸດຜ່ອນຄວາມບໍ່ສະເໝີພາບໃນສັງຄົມ ເພີ່ມໂອກາດທາງການສຶກສາ; ແລະ 4.ສ້າງຄວາມຮ່ວມມືໃນການຂັບເຄື່ອນ ESG ກັບໜ່ວຍງານລະດັບປະເທດໃນອາຊຽນ ແລະ ລະດັບໂລກ ເພື່ອຄວາມຍືນຍົງຂອງ ພາກທຸລະກິດ ທີ່ສອດຄ່ອງກັບເປົ້າໝາຍຄວາມຍືນຍົງຂອງໂລກ ແລະ ຮ່ວມກັນນຳພາໂລກຂອງເຮົາ ໄປສູ່ຄວາມຍືນຍົງໃຫ້ຄົນຮຸ່ນຕໍ່ໄປ” ທ່ານ ທິລະວັດ ພູນການຈະນະໂລດ Country Director Laos ບໍລິສັດເອັດສຊີຈີ ຊີເມັນ ຜະລິດຕະພັນກໍ່ສ້າງ ຈຳກັດ ກ່າວ

ປັດຈຸບັນໂຄງການ SCG Sharing the dream ໄດ້ມອບທຶນການສຶກສາໃຫ້ນັກຮຽນຫຼາຍກວ່າ 5.000 ຄົນ ໃນແຕ່ລະປີທົ່ວອາຊຽນໄດ້ແກ່ ຟິລິປິນ, ອິນໂດເນເຊຍ, ກຳປູເຈຍ, ຫວຽດນາມ ແລະ ສປປ ລາວ ເພື່ອຮ່ວມພັດທະນາປະເທດທີ່ SCG ເຂົ້າໄປດໍາເນີນທຸລະກິດ ເຊິ່ງ SCG ດຳເນີນໂຄງການນີ້ໃນ ສປປ ລາວ ດ້ວຍຄວາມຕັ້ງໃຈ ແລະ ເອົາໃຈໃສ່ ຢ່າງຕໍ່ເນື່ອງມາຕະຫຼອດ 11 ປີ, ນອກຈາກການສະໜັບສະໜຸນດ້ານການເງິນແລ້ວ ຍັງມີກິດຈະກຳເພື່ອພັດທະນາສັກກະຍະພາບ ແລະ ສົ່ງເສີມຄຸນນະທຳ ຕະຫຼອດໂຄງການອີກດ້ວຍ

ສຳລັບຂໍ້ມູນເພີ່ມເຕີມ ແລະ ຊ່ອງທາງການຮັບໃບສະໝັກຂອງທຶນສະໜັບສະໜູນການສຶກສາໃນລະດັບມັດທະຍົມ ໃນນະຄອນຫຼວງວຽງຈັນ ແລະ ໃນ 4 ຕົວເມືອງ ຂອງແຂວງຄຳມ່ວນໄດ້ແກ່ ເມືອງໜອງບົກ, ເມືອງທ່າແຂກ, ເມືອງມະຫາໄຊ ແລະ ເມືອງຍົມມະລາດ ແລະ ທຶນໃນລະດັບມະຫາວິທະຍາໄລ ສາມາດເບິ່ງລາຍລະອຽດເພີ່ມເຕີມ ໄດ້ທີ່  

#SCG #SCGSharingtheDream #Passionforbetter #ESG4Plus

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.