Monday, May 19, 2025
Kbank Laos โอน รับ จ่าย

ບຸນທາດຫຼວງ ປີນີ້! ຍັງພົບເຫັນ ການແຫກກະເປົາ ເກີດຂຶ້ນ

ບຸນທາດຫຼວງ 5 ວັນທີ່ຜ່ານມາ ເກີດເຫດປາກົດການຫຍໍ້ທໍ້ ລວມທັງໝົດ 3 ເລື່ອງ ໃນນັ້ນມີ ແຫກກະເປົາ 2 ເລື່ອງ ແລະ ລ້ວງກະເປົາ 1 ເລື່ອງ.

ເລື່ອງທີ 1 ເກີດຂຶ້ນໃນມີທີ 4 ຂອງວັນທີ 7 ພະຈິກ ເວລາ 20:50 ໂມງ ຜູ້ເສຍເປັນເພດຍິງ ຢູ່ບ້ານຈອມເພັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ມາທ່ຽວຊົມງານບຸນໂດຍຍ່າງທ່ຽວຊົມຢູ່ບໍລິເວນຈຸດຂາຍລົດໃຫຍ່ ຖືກຄົນຮ້າຍແຫກຖົງພາຍ, ລວມມູນຄ່າເສຍຫາຍເປັນເງິນ 435.000 ກີບ, ທະບຽນລົດຮຸ່ນໄດ ກສ 6389 ແລະ ເອກະສານຈໍານວນໜຶ່ງ; ຕໍ່ກັບເຫດການດັ່ງກ່າວ ເຈົ້າໜ້າທີ່ສາມາດແກ້ໄຂໄດ້ ຈັບຄົນຮ້າຍໄດ້ 1 ຄົນສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງນຳຕົວໄປດຳເນີນຄະດີ.

ເລື່ອງທີ 2 ເກີດຂຶ້ນໃນເວລາ 8:00 ໂມງຂອງວັນທີ 8 ພະຈິກ ເກີດເຫດຄົນຮ້າຍລ່ວງກະເປົາ ຂອງຜູ້ເສຍຫາຍ ເປັນເພດຍິງ ອາຊີບຄ້າຂາຍຢູ່ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ຍ່າງມາໃສ່ບາດຢູ່ເດີ່ນພຣະທາດຫຼວງ ພໍຮອດບໍລິເວນເຮືອນຊົງລາວຈຶ່ງຮູ້ໂຕວ່າຖືກລ່ວງກະເປົາ ລວມມູນຄ່າເສຍຫາຍເປັນເງິນ 2.500.000 ກີບ, 2.000 ບາດ, ບັດເອທີເອັມ 1 ບັດ ແລະ ເອກະສານອື່ນໆ.

ເລື່ອງທີ 3 ເກີດຂຶ້ນໃນເວລາ 20:32 ໂມງ ຂອງວັນທີ 8 ພະຈິກ ຜູ້ເສຍຫາຍເປັນເພດຊາຍ ຢູ່ບ້ານໜອງພະຍາ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ຖືກຄົນຮ້າຍແຫກກະເປົາຢູ່ພາຍໃນງານບຸນ ເຮັດໃຫ້ປື້ມບັນຊີເງິນຝາກທະນາຄານ ຈໍານວນ 2 ຫົວ, ບັດເອທີເອັມ 1 ບັດ, ບັດປະຈໍາຕົວ 1 ບັດ ແລະ ເງິນກີບຈໍານວນ 300.000 ກີບ ເສຍຫາຍ.

ຂໍ້ມູນຈາກ: ຄວາມສະຫງົບ Lao Security News

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້