ມາຮູ້ຈັກ ຕີມໍ ເລດເຕ! ປະເທດທີ 11 ທີ່ໄດ້ເຂົ້າເປັນສະມາຊິກອາຊຽນ.

ໃນວັນທີ 11 ພະຈິກ 2022 ທີ່ຜ່ານມາ ໄດ້ມີການປະກາດຮັບເອົາ ປະເທດຕີມໍເລດເຕ ເຂົ້າເປັນປະເທດສະມາຊິກຂອງອາຊຽນຢ່າງເປັນທາງການ, ຫຼັັງຈາກທີ່ ປະເທດຕີມໍເລດເຕ ໄດ້ພະຍາຍາມທີ່ຈະຢື່ນຂໍເຂົ້າເປັນສະມາຊິກອາຊຽນ ມາຕັ້ງແຕ່ປີ ຄ.ສ 2011.

ນັບເປັນເວລາ 11 ປີທີ່ ປະເທດຕີມໍເລດເຕ ໄດ້ສະແດງໃຫ້ເຫັນເຖິງສັກກະຍະພາບໃນການທີ່ຈະເຂົ້າເປັນສະມາຊິກອາຊຽນຢ່າງເຕັມຕົວ ເຊິ່ງເຫັນໄດ້ຈາກທີ່ ປະເທດຕີມໍເລດເຕ ເປັນປະເທດນ້ອຍທີ່ມີປະຊາກອນພຽງແຕ່ 1,37 ລ້ານຄົນ ແຕ່ກໍຍັງມີລາຍໄດ້ຕໍ່ຄົນຕໍ່ປີ (GDP) ຢູ່ທີ່ 1.400 ໂດລາສະຫະລັດ ເຊິ່ງສູງກວ່າສະມາຊິກອາຊຽນເຊັ່ນ: ມຽນມາ ໂດຍສາເຫດເກີດມາຈາກ ເສດຖະກິດ ມຽນມາ ຢຸດຂະຫາຍຕົວ ເພາະເກີດລັດທະປະຫານຂຶ້ນ ຈຶ່ງເຮັດໃຫ້ ປະເທດຕີມໍເລດເຕ ມີເສດຖະກິດທີ່ຂະຫຍາຍຕົວແຊງໜ້າໄປ.

ກ່ອນທີ່ຈະຖືກຍອມຮັບຈາກອາຊຽນ ປະເທດຕີມໍເລດເຕ ເຄີຍເປັນປະເທດທີ່ທຸກຍາກ ມີອັດຕາການຫວ່າງງານທີ່ສູງ ແລະ ເຄີຍພົບກັບບັນຫາທາງດ້ານການເມືອງ ແລະ ຄວາມຮຸນແຮງ ນັບຕັ້ງແຕ່ປົດປ່ອຍປະເທດຊາດ ໄດ້ຮັບເອກະລາດຈາກ ປະເທດອິນໂດເນເຊຍ ໃນປີ ຄ.ສ 2002.

ດ້ວຍເຫດນັ້ນ, ເຮັດໃຫ້ບັນດາສະມາຊິກອາຊຽນກັງວົນວ່າ, ຖ້າຮັບ ປະເທດຕີມໍເລດເຕ ເປັນສະມາຊິກ ຈະເຮັດໃຫ້ສະມາຄົມອາຊຽນ ຊະລໍການພັດທະນາລົງ ຈຶ່ງເປັນສາເຫດທີ່ເຮັດໃຫ້ ປະເທດຕີມໍເລດເຕ ເປັນປະເທດດຽວ ໃນເຂດອາຊີຕາເວັນອອກສຽງໃຕ້ ທີ່ບໍ່ໄດ້ເປັນສະມາຊິກອາຊຽນໃນເວລານັ້ນ.

ເຖິງຢ່າງໃດກໍຕາມ ໃນປັດຈຸບັນ ປະເທດຕີມໍເລດເຕ ໄດ້ກາຍເປັນປະເທດທີ່ສຳຄັນອີກປະເທດໜຶ່ງ ທີ່ຈະຊ່ວຍໃຫ້ ສະມາຄົມອາຊຽນ ພັດທະນາໄປໄດ້ໄກຕື່ມອີກ ເພາະວ່າ ຕີມໍເລດເຕ ມີລາຍໄດ້ຫຼັກມາຈາກຊັບພະຍາກອນທຳມະຊາດຄື: ນໍ້າມັນ ແລະ ກ໊າສທຳມະຊາດ ເຊິ່ງມີທ່າອ່ຽງທີ່ຈະມີມູນຄ່າສູງໃນອະນາຄົດ ແລະ ລາຍໄດ້ດັ່ງກ່າວ ອາດຈະເປັນແຫຼ່ງເງິນທຶນທີ່ສຳຄັນຂອງອາຊຽນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...