Sunday, January 19, 2025

ຢາກໄດ້ວຽກ ຕ້ອງໄປງານນີ້! JOB FAIR 2022

ຖືວ່າເປັນໂອກາດດີສຳລັບຄົນທີ່ກຳລັງຫວ່າງວຽກ ເພາະໃນລະຫວ່າງ ວັນທີ 17-20 ພະຈິກ 2022 ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງ ວຽງຈັນ, ກຽມຈັດງານ ນັດພົບແຮງງານ JOB FAIR 2022 ຂຶ້ນ ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງ ວຽງຈັນ, ບ້ານ ໜອງໄຮ, ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ.

ທ່ານ ສາລະພິດ ສູນວໍລະວົງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງ ວຽງຈັນ ກ່າວວ່າ: ງານນັດພົບແຮງງານແມ່ນກິດຈະກຳໜຶ່ງຂອງການບໍລິການຈັດຫາງານ ແລະ ເປັນອົງປະກອບໜື່ງທີ່ສຳຄັນຂອງວຽກງານແຮງງານ ແລະ ແມ່ນຈຸດເຊື່ອມຕໍ່ການດັດສົມລະຫວ່າງຄວາມຕ້ອງການ ແລະ ການສະໜອງແຮງງານ, ຖ້າຫາກການສະໜອງແຮງງານໜ້ອຍກ່ວາຄວາມຕ້ອງການ ຈະເຮັດໃຫ້ເກີດບັນຫາການຂາດແຄນແຮງງານ; ພ້ອມດຽວກັນຖ້າຫາກຄວາມຕ້ອງການແຮງງານໜ້ອຍກ່ວາການສະໜອງ ກໍ່ຈະເຮັດໃຫ້ເກີດບັນຫາການວ່າງງານ, ໃນເວລາໃດມີການວ່າງງານຫຼາຍ ແລະ ເກີດມີການຂາດແຄນແຮງງານ ຈະພາໃຫ້ມີຜົນກະທົບຕໍ່ການລົງທືນ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ລວມເຖິງປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ.

ສະນັ້ນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມຍາມໃດກໍ່ໄດ້ຕັ້ງໜ້າສຸ່ມໃສ່ວຽກງານພັດທະນາຊັບພະຍາກອນມະນຸດ, ຖືເອົາການພັດທະນາຄົນເປັນໃຈກາງ ແລະ ການມີວຽກເຮັດງານທຳເປັນບັນຫາສຳຄັນ, ຕິດພັນກັບການແກ້ໄຂຄວາມທຸກຍາກ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ ຊາວນະຄອນຫຼວງວຽງຈັນ,

ຈຸດປະສົງຂອງການຈັດຕັ້ງຄັ້ງນີ້ແມ່ນ:

  1. ເພື່ອສ້າງໂອກາດ ແລະ ອຳນວຍຄວາມສະດວກ ໃຫ້ຜູ້ຊອກວຽດເຮັດງານທຳ ແລະ ບັນດາຫົວໜ່ວຍແຮງງານໄດ້ມີທີ່ພົບປະກັນແລ້ວນຳໄປສູ່ການຈັດຫາງານ.
  2. ເພື່ອສ້າງເງື່ອນໄຂໃຫ້ແຮງງານທີ່ຕ້ອງການພັດທະນາສີມືແຮງງານສາມາດເຂົ້າເຖິງສະຖາບັນການສືກສາຕ່າງໆໄດ້ຮັບການຍົກລະດັບສີມືແຮງງານແທດເໝາະຄວາມຕ້ອງການຂອງຕະຫຼາດແຮງງານ.
  3. ເພື່ອຫຼຸດຜ່ອນອັດຕາການວ່າງງານ, ຫຼຸດຜ່ອນການເຄື່ອນຍ້າຍແຮງງານໄປເຮັດວຽກຢູ່ຕ່າງປະເທດແບບບໍ່ຖຶກຕ້ອງ ທັງເປັນການສົ່ງເສີມການເຮັດວຽກຢູ່ພາຍໃນປະເທດ ແລະ ເປັນການຈັດຕັ້ງປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນໃຫ້ປະກົດຜົນສຳເລັດຕາມຄາດໝາຍ.
  4. ເພື່ອສ້າງເງືອນໄຂ ແລະ ເອຶ້ອອຳນວຍຄວາມສະດວກໃຫ້ຜູ້ທີ່ຕ້ອງການວຽກເຮັດງານທຳ ແລະ ຫົວໜ່ວຍແຮງງານໄດ້ພົບປະກັນ, ລູກຈ້າງໄດ້ມີໂອກາດໄດ້ໂອ້ລົມກັບນາຍຈ້າງໂດຍກົງ ນຳໄປສູ່ການຮັບສະໝັກ ແລະ ຖືກບັນຈຸເຂົ້າໃນຕຳແໜ່ງງານວ່າງທີ່ເໝາະສົມກັບຄວາມຮູ້ຄວາມສາມາດຂອງຜູ້ຊອກວຽກ.
  5. ປູກຈິດສຳນຶກໃຫ້ຜູ້ປະກອບການ(ນາຍຈ້າງ) ແລະ ຜູ້ຊອກວຽກເຮັດງານທຳມີຄວາມຮັບຮູ້ເຂົ້າໃຈຕໍ່ກັບແນວທາງນະໂຍບາຍປ່ຽນແປງໃໝ່ ແລະ ກົດລະບຽບ ກົດໝາຍທີ່ກ່ຽວຂ້ອງກັບວຽກງານໂດຍສະເພາະແມ່ນການຈັດຈ້າງງານ ພ້ອມຮັບຮູ້, ເຂົ້າໃຈພາລະບົດບາດຂອງວຽກງານແຮງງານຫຼາຍຂື້ນ.

ງານນັດພົບແຮງງານ ນອກຈາກຈະເປັນການສ້າງເງື່ອນໄຂໃຫ້ຜູ້ປະກອບທຸລະກິດ ແລະ ຜູ້ຊອກວຽກເຮັດງານທຳມາພົບກັນແລ້ວ ຍັງເປັນເວທີການປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍວຽກງານສົ່ງເສີມ ແລະ ພັດທະນາສີມືແຮງງານ ເພຶ່ອຕອບສະໜອງສີມືແຮງງານ ທາງດ້ານປະລິມານ ແລະ ຄຸນນະພາບ ໃຫ້ກັບຫົວໜ່ວຍທຸລະກິດຕ່າງໆ ທັງຜູ້ປະກອບການພາຍໃນ ແລະ ນັກລົງທືນຕ່າງປະເທດ ໃຫ້ສາມາດຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ນະຄອນຫຼວງວຽງຈັນ ກໍຄືປະເທດ.

  • ພາຍໃນງານຈະມີກິດຈະກຳດັ່ງນີ້:
  • ລົງທະບຽນຮັບສະໝັກງານ ແລະ ກິດຈະກຳໃຫ້ຂໍ້ມູນຂ່າວສານກ່ຽວກັບການຊອກວຽກເຮັດງານທຳ, ຂໍ້ມູນກ່ຽວການຝືກອົບຮົມວິຊາຊີບ, ຂໍ້ມຸນກ່ຽວກັບການຂະຫຍາຍຕົວຂອງຕະຫຼາດແຮງງານ.
  • ກິດຈະກຳການວາງສະແດງຮູບພາບການເຄື່ອນໄຫວຂອງກິດຈະກຳຂອງຫົວໜ່ວຍແຮງງານໃນໄລຍະທີ່ຜ່ານມາ.
  • ການໂຄສະນາເຜີຍແຜ່ເວ໊ປໄຊ, ການຊອກຫາວຽກເຮັດງານທຳຜ່ານທາງລະບົບອິນເຕີເນັດ.
  • ກິດຈະກຳການຖາມ-ຕອບ ຂອງບັນດາບໍລິສັດທີ່ເຂົ້າຮ່ວມ.
  • ກິດຈະກຳການແຂ່ງຂັນສີມືແຮງງານຂອງນ້ອງນັກຮຽນຈາກສະຖາບັນ, ສູນວິຊາຊີບ (ໃນສາຍອາຊີບ ແກະສະ ຫຼັກໝາກໄມ້).
  • ສາທິດວິທີການພັບຜ້າເຊັດປາກ.
  • ເຜີຍແຜ່ການເຂົ້າປະກັນສັງຄົມ.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: