ປຶ້ມ ໂຮມກະວີນິພົນ “ເສດແກ້ວກາງໃຈ” ຖືວ່າເປັນຜົນງານການຂຽນບົດກະວີເຫຼັ້ມທໍາອິດຂອງ ນາງ ສຸກສະດາ ສຸດທິໄຊ, ໄວ 28 ປີ ທີ່ມີນາມປາກກາ “ສາວເມີ້ຍ” ເຊິ່ງໄດ້ສະແດງເຖິງຄວາມຮູ້ສຶກຂອງເຂົາອອກມາ ເປັນບົດກະວີ ໂດຍມີເນື້ອໃນທີ່ປຽບເປີຍຄ້າຍຄືກັບວ່າມີເສດແກ້ວສຽບແທງພາຍໃນເອິກ ໂດຍບໍ່ມີມື້ຫຼົງລືມໄດ້.
ປັດຈຸບັນ ນາງ ສຸກສະດາ ສຸດທິໄຊ, ເປັນຄູອາສາສະໝັກ ຢູ່ ມະຫາວິທະຍາໄລແຫ່ງຊາດ, ຄະນະອັກສອນສາດ, ພາກວິຊາ ພາສາ-ວັດທະນະທໍາລາວ ແລະ ໄດ້ເປັນສະມາຊິກຄ້າຍພັກນັກຂຽນໜຸ່ມ ປີ 2016 ແລະ ເປັນສະມາຊິກ ນັກປະພັນລາວ ປີ 2020.
ສຸກສະດາ ກ່າວວ່າ: ການຂຽນກະວີ ແມ່ນເລີ່ມຈາກຄວາມຮັກມັກ ໃນການອ່ານປຶ້ມປະເພດຕ່າງໆ ໂດຍສະເພາະ ແມ່ນປື້ມກະວີ ຈຶ່ງເຮັດໃຫ້ໂຕເອງຢາກຂຽນຄວາມໃນໃຈ, ສິ່ງທີ່ຕົນໄດ້ປະສົບພົບພໍ້ ໃຫ້ບັນຍາຍອອກມາເປັນຕົວໜັງສື ທີ່ຄ່ອງຈ່ອງກັນ ເປັນກາບກອນ, ພ້ອມດຽວກັນນັ້ນ ຍັງໄດ້ມີໂອກາດພົບປະນັກປາດ, ອາຈານຜູ້ຊົງຄຸນວຸດທິ ຫຼາຍທ່ານ ທີ່ໃຫ້ຄວາມເມດຕາຊ່ວຍເຫຼືອ ທັງຖ່າຍທອດຄວາມຮູ້ອັນລໍ້າຄ່າ ໃນການປະດິດແຕ່ງກາບກອນ, ກະວີ ແລະ ແນະນໍາປື້ມດີໆໃຫ້ອ່ານ.
ບັນດາບົດກອນໃນ ໂຮມກະວີ “ເສດແກ້ວກາງໃຈ” ໄດ້ບັນຈຸປະສົບການ ບໍ່ວ່າຈະເປັນເລື່ອງຄວາມຮັກລະຫວ່າງ ບ່າວ-ສາວ ມີທັງສຸກ, ສົດຊື່ນ, ເຈັບປວດທໍລະມານ ແລະ ຊີວິດຂອງຄູອາສາ ທີ່ຕ້ອງອົດທົນ ສູ້ເພື່ອຄວາມຫວັງ ທີ່ຈະປະສົບຜົນສຳເລັດໃນອະນາຄົດ, ຄວາມຄິດຮອດບ້ານເກີດ, ຊີວິດຂອງນັກສຶກສາຍິງ ທີ່ຕໍ່ສູ້ດິ້ນຮົນເພື່ອຄວາມຢູ່ລອດໃນສັງຄົມເມືອງໃຫຍ່, ຕະຫຼອດຮອດສະຖານທີ່ສຳຄັນທີ່ “ສາວເມີ້ຍ” ໄດ້ພົບພໍ້ມາ ດັ່ງບົດກອນທີ່ວ່າ:
* ຍາມເມື່ອເຮົາຢຽບແກ້ວ ແສນປວດເປັນແຜ
ແກ່ແດ່ເຄືອງຄາຕີນ ຫາກເຮົາດຶງທື້ນ
ພຽງຂ້າມຄືນຫາຍໄດ້ ດີໄວປານປິດອອກ
ຊອກຢາປົວຕື່ມໃຫ້ ເຊົາໄດ້ແມ້ນຢໍາ
*ແຕ່ວ່າເຮົາປວດຊໍ້າ ຄໍາຫຼອກລົມລວງ
ຄືດັ່ງດວງໃຈເຮົາ ສຽບແທງໂດຍແກ້ວ
ຄືມີແນວເຜົາໄໝ້ ກາງໃຈນູນເນົ່າ
ປວດບໍ່ເຊົາງ່າຍໄດ້ ໃຈຊໍ້າໂສກໝອງ.
ຄໍາກອນສອງບາດນີ້ ສ່ອງແສງໃຫ້ເຫັນວ່າ ຍາມເມື່ອຮ່າງກາຍ ຖືກສຽບແທງໂດຍເສດແກ້ວ ຫາກດຶງອອກແລ້ວ ເອົາຢາທາບໍ່ພໍເທົ່າໃດ ບາດແຜກໍຫາຍເປັນປົກກະຕິ, ແຕ່ກົງກັນຂ້າມ ຖ້າຫາກເຈັບຊໍ້າຈາກຄຳຄົນ ທີ່ສຽບແທງໃຈ ກໍເໝືອນດັ່ງວ່າ ໃນຫົວໃຈ ມີເສດແກ້ວ ສຽບຄ້າງຢູ່ ເຮັດໃຫ້ມີຄວາມເຈັບປວດ ຕະຫຼອດເວລາ ບໍ່ມີຢາຊະນິດໃດສາມາດປິ່ນປົວໄດ້.