Thursday, March 20, 2025

ສູນຮຽນຮູ້ ທັກສະການຜະລິດແພໃໝລາວແບບດັ່ງເດີມ.

ສູນວັດທະນະທຳ ແລະ ການສຶກສາ ພື້ນເມືອງ ລາວ-ຍີ່ປຸ່ນ ທີ່ຕັ້ງຢູ່ບ້ານ ໜອງທາໃຕ້, ເມືອງ ຈັນທະບຸລີ, ນະຄອນຫຼວງ ວຽງຈັນ ເປັນສູນການຮຽນຮູ້ກ່ຽວກັບວັດທະນະທຳຂອງລາວ ໂດຍສະເພາະແມ່ນການຮຽນຮູ້ທາງດ້ານທັກສະການຜະລິດຜ້າໄໝລາວ ແບບດັ້ງເດີມ ທີ່ສືບທອດກັນມາແຕ່ບູຮານນະການ ເຊິ່ງນຳໃຊ້ວັດຖຸດິບຈາກລາວໂດຍກົງ ແລະ ປອດສານພິດ ໂດຍສະເພາະແມ່ນການ ຍ້ອມສີທຳມະຊາດ.

ທ່ານ ຫານຊະນະ ສີສານ, ອະດີດປະທານສະມາຄົມຫັດຖະກຳລາວ, ເຈົ້າຂອງພິພິທະພັນຜ້າໄໝລາວ ກ່າວວ່າ: ພິພິທະພັນຜ້າໄໝລາວແຫ່ງນີ້ ສ້າງຕັ້ງຂຶ້ນໃນປີ 2003 ໂດຍເປັນທຸລະກິດສ່ວນຕົວຄອບຄົວ ມີເນື້ອທີ່ປະມານ 4 ໄລ່, ມີເຮືອນຮ້ານ ແລະ ບ່ອນສາທິດທຳການຜະລິດແຜ່ນແພ 5 ຫຼັງທີ່ເຮັດດ້ວຍໄມ້ເນື້ອແຂງ ຫຼັງຄາເຮັດດ້ວຍດິນຂໍ ແລະ ມີເຄື່ອງຫັຖະກຳແຜ່ນແພ, ເຄື່ອງຈັກສານ ແລະ ເຄື່ອງເກົ່າຂອງແກ່ຈຳນວນໜຶ່ງ.

ເມື່ອກ່ອນທີ່ບໍ່ມີພະຍາດ ໂຄວິດ-19 ເຂົ້າມາລະບາດນັ້ນ ມີແຂກນັກທ່ອງວທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຢ້ຽມຢາມໃນສູນດັ່ງກ່າວແຕ່ລະມື້ຫຼາຍຮ້ອຍຄົນ, ແຕ່ພາຍຫຼັງທີ່ ໂຄວິດ-19 ເຂົ້າມາ ນັກທ່ອງທ່ຽວກໍເລີ່ມຫຼຸດໜ້ອຍຖອຍລົງ.

ມາຮອດປັດຈຸບັນ ສູນແຫ່ງນີ້ໄດ້ເລີ່ມກັບມາເປີດບໍລິການໃຫ້ນັກທ່ອງທ່ຽວອີກຄັ້ງ ແລະ ກໍເລີ່ມມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມຫຼາຍຂຶ້ນ ໂດຍສະເພາະນັກທ່ອງທ່ຽວທີ່ຢາກມາສຶກສາຮຽນຮູ້ທັກສະກ່ຽວກັບການຜະລິດຜ້າໄໝ ບໍ່ວ່າຈະເປັນ ການຂຽນຝ້າຍ, ທໍໄໝ, ການຕ່ຳຫູກຕ່າງໆ ເປັນຕົ້ນ.

ທີ່ມາ: CRI

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.