ຂຸນພິທັກ ຜູ້ຫຼົງໄຫຼໃນການປັກດິ້ງລາຍລາວ

ຂຸນພິທັກ ລາຕີສະຫວັດ, ໄວ 29 ປີ ເປັນອີກຄົນໜຶ່ງທີ່ຫຼົງໄຫຼໃນວັດທະນະທຳລາວມາແຕ່ຍັງນ້ອຍ ໂດຍສະເພາະ ແມ່ນການອອກແບບປັກດິ້ງລວດລາຍລາວ ທີ່ສື່ໃຫ້ເຫັນເຖິງວິຖີຊີວິດການເປັນຢູ່ຂອງຄົນລາວໃນອາດີດ ຈົນຮອດປັດຈຸບັນ.

ຂຸນພິທັກ ກ່າວວ່າ: ຕົນເອງເລີ່ມຕົ້ນປັກດິ້ງ ຍ້ອນຄວາມມັກຮັກໃນງານສິລະປະ ໂດຍສະເພາະແມ່ນລວດລາຍລາວ ຈຶ່ງຊອກຮູ້ຮ່ຳຮຽນ ແລະ ສຶກສາລາຍລະອຽດ ຂອງການປັກດິ້ງຈາກຜູ້ທີ່ມີປະສົບການ ແລ້ວອອກແບບຕາມຈິນຕະນາການຂອງຕົນເອງ ຫຼັງຈາກນັ້ນຈຶ່ງນຳເອົາສິ່ງທີ່ມີຢູ່ອ້ອມຕົວເຮົາ ມາປະດິດເປັນລວດລາຍຕ່າງໆ.

ສຳລັບລວດລາຍ ທີ່ເຂົາປັກຂຶ້ນມາ ແມ່ນຕ້ອງການສື່ໃຫ້ເຫັນເຖິງ ວັດທະນະທຳລາວ ແຕ່ສະໄໝກ່ອນ ບໍ່ວ່າຈະເປັນລວດລາຍແບບລາວ, ທໍາມະຊາດ ແລະ ສັດສາວະສິ່ງ ທີ່ຢູ່ອ້ອມຕົວ ສະແດງເຖິງການດຳລົງຊີວິດ ແລະ ຄວາມອຸດົມສົມບູນຂອງຄົນລາວ ໄວ້ໃນລວດລາຍຂອງຜ້າທີ່ໄດ້ປັກ.

ຜົນງານທີ່ເຮັດຍາກ ແລະ ໃຊ້ເວລາດົນກວ່າໝູ່ ແມ່ນການປັກຊຸດ ຫຼວງພະບາງ ທີ່ໃຊ້ເວລາດົນເຖິງ 3 ປີ ເພາະມັນຕ້ອງໃຊ້ຄວາມລະອຽດອ່ອນ, ຄວາມປານີດ ການຈະປັກແຕ່ລະດອກອອກມາໃຫ້ງົດງາມ ມັນຕ້ອງໃຊ້ເວລາ ແລະ ຄວາມຊຳນານ.

ສຳລັບຜົນງານທີ່ເຮັດຂຶ້ນມາແຕ່ລະອັນ ແມ່ນຈະບໍ່ໄດ້ຂາຍແຕ່ຈະໃຫ້ເຊົ່າເທົ່ານັ້ນ, ໃນກໍລະນີທີ່ມີຄົນຈ້າງໃຫ້ເຮັດພິເສດ ກໍຈະປຶກສາກັບເຈົ້າຂອງໂດຍກົງເລີຍ ແລ້ວອອກໃຫ້ແຕ່ລາຍດຽວ ມີໂຕດຽວສະເພາະເຈົ້າສາວຜູ້ນັ້ນເທົ່ານັ້ນ.

ນອກຈາກນີ້ ຂຸນພິທັກ ຍັງໄດ້ເປັນສ່ວນໜຶ່ງໃນການຕົບແຕ່ງ ໝູ່ບ້ານເຮືອນລາວ ໃນງານບຸນນະມັດສະການ ພະທາດຫຼວງ ວຽງຈັນ ຜ່ານມານີ້ ໂດຍໄດ້ໃຊ້ໂຄມໄຟປະດັບປະດາເຖິງ  400 ໜ່ວຍ, ເຊິ່ງຈຸດເດັ່ນຂອງໂຄມໄຟແຕ່ລະໜ່ວຍ ແມ່ນມີລວດລາຍ ທີ່ສື່ເຖິງສິລະປະ, ວັດຖະນະທຳ ທີ່ຕິດພັນກັບຄົນລາວ ແຕ່ສະໄໝບູຮານ ເພື່ອໃຫ້ຄົນລຸ້ນໃໝ່ໄດ້ເຫັນວ່າ ຊາດລາວເຮົາຍັງມີຫຼາຍສິ່ງຫຼາຍຢ່າງທີ່ໜ້າຄົ້ນຫາ ແລະ ເພື່ອເຜີຍແພ່ສິ່ງທີ່ກຳລັງຈະສູນຫາຍໄປ ໃຫ້ໂດດເດັ່ນຂຶ້ນອີກຄັ້ງ ເພາະທຸກລາຍລະອຽດແມ່ນເຮັດດ້ວຍມືທັງໝົດ ໂດຍການສອດແຊກ ວັດທະນະທຳທີ່ຫຼາກຫຼາຍເຂົ້າມາໃຊ້, ເພື່ອຮັກສາສິລະປະລາວ ໃຫ້ຢູ່ຄຽງຄູ່ກັບຄົນລາວຕະຫຼອດໄປ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...