Sunday, March 23, 2025

ໃສ່ໃຈໃນການກິນ ອາການຍື່ງທ້ອງບໍ່ຖາມຫາ

ອາການຍື່ງທ້ອງ ສາມາດເກີດຂຶ້ນໄດ້ກັບທຸກເພດທຸກໄວ ຊຶ່ງເຖິງແມ່ນວ່າ ມັນບໍ່ແມ່ນເຊື້ອໂຣກ ແລະ ບໍ່ໄດ້ເປັນສາເຫດໃຫ້ເຖິງແກ່ຊີວິດໄດ້ໂດຍກົງ ແຕ່ອາການເລັກໆ ນ້ອຍໆ ນີ້ກໍເຮັດໃຫ້ເຮົາຮູ້ສຶກບໍ່ສະບາຍໂຕ, ສົ່ງຜົນກະທົບຕໍ່ການດຳເນີນຊີວິດໄດ້.

ພາບປະກອບ

ປັດໄຈຕົ້ນໆ ທີ່ພາໃຫ້ເກີດອາການຍື່ງທ້ອງ ກໍຄື ການກິນອາຫານທີ່ມີໃຍອາຫານໜ້ອຍ ແລະ ດື່ມນ້ຳໜ້ອຍກວ່າມື້ລະ 1,5 ລິດ ເພາະການທີ່ຮ່າງກາຍໄດ້ຮັບນ້ຳໜ້ອຍ ຈະເຮັດໃຫ້ອາຈົມແຂງ ແລະ ຖ່າຍຍາກ ບວກກັບນິດໄສທີ່ມັກກັ້ນຖ່າຍໜັກ ຫຼື ບໍ່ໄດ້ຖ່າຍໜັກທຸກມື້ ໂດຍສະເພາະ ຫຼັງອາຫານເຊົ້າ ຈຶ່ງມີການສະສົມອາຈົມໃນລຳໄສ້ຫຼາຍຂຶ້ນ ແລະ ເກີດພາວະຍື່ງທ້ອງໄດ້.

ພາບປະກອບ

ແຕ່ເມື່ອເກີດພາວະຍື່ງທ້ອງແລ້ວ ກໍຕ້ອງແກ້ໄຂ ໂດຍການກິນອາຫານທີ່ມີໃຍອາຫານສູງ ເຊັ່ນ ຜັກ,  ໝາກໄມ້, ພືດຕະກູນຖົ່ວ ແລະທັນຍາພືດຕ່າງໆ ເຊັ່ນ ເຂົ້າກ້ອງ, ເຂົ້າທີ່ຕຳດ້ວຍມື, ສາລີ ເພື່ອກະຕຸ້ນການຂັບຖ່າຍ ໂດຍເພີ່ມເຂົ້າໃນຄາບທີ່ເຄີຍກິນເປັນປະຈຳ ຫຼື ກິນເປັນອາຫານຫວ່າງຢ່າງໃດຢ່າງນຶ່ງຕໍ່ 1 ຄາບ ເຊັ່ນ: ໝາກກ້ຽງທີ່ມີຣົດສົ້ມຫວານ, ກ້ວຍນ້ຳ, ກ້ວຍຫອມ,​ ໝາກມ່ວງສຸກ, ແອັບເປິ້ນ ຢ່າງລະ 1 ໝາກ, ໝາກຫຸ່ງສຸກ 6-7 ບິ້ງ, ໝາກເງາະ, ມັງຄຸດ ຢ່າງລະ 3 -5 ໝາກ ຫຼື ໝາກກ້ຽງ 4 ໜ່ວຍ ເຫຼົ່ານີ້ເປັນຕົ້ນ.

ດັ່ງນັ້ນ, ການເລືອກຊະນິດຂອງໝາກໄມ້ຈະຕ້ອງໝັ້ນໃຈວ່າ ບໍ່ສົ່ງຜົນກະທົບຕໍ່ສຸຂະພາບອື່ນໆ ເຊັ່ນ ບໍ່ມີບັນຫາໂຣກໄຂ່ຫຼັງ, ບໍ່ມີໂຣກລະບົບທາງເດີນອາຫານ. ສະນັ້ນ, ກ່ອນຈະເພີ່ມອາຫານເສີມເຫຼົ່ານີ້ໃຫ້ຜູ້ທີ່ມີໂຣກປະຈຳໂຕ ຄວນປຶກສາແພດຜູ້ຊ່ຽວຊານ ເພື່ອຄວາມເໝາະສົມ.

ອາຫານທີ່ຄວນຫຼີກເວັ້ນ ເມື່ອຍື່ງທ້ອງ ຄື ເຂົ້າໜົມຫວານ, ໝີ່ສຳເລັດຮູບ, ອາຫານຣົດຈັດ, ເຜັດຈັດ, ເຄັມຈັດ, ຫຼີກເວັ້ນເຄື່ອງດື່ມປະເພດຊາ, ກາເຟ, ນ້ຳເມົາ, ນ້ຳອັດລົມ. ສ່ວນການດື່ມນ້ຳດື່ມ ແມ່ນຄວນດື່ມຫຼັງຕື່ນນອນທັນທີ ຫຼື ກ່ອນອາຫານເຊົ້າຢ່າງໜ້ອຍເຄິ່ງຊົ່ວໂມງ, ຈິບນ້ຳເປັນໄລຍະ ຫຼື ດື່ມນ້ຳທັນທີ ເມື່ອຮູ້ສຶກກະຫາຍ ລວມທັງດື່ມນ້ຳ-ເຄື່ອງດື່ມ ທີ່ຊ່ວຍກະຕຸ້ນການຂັບຖ່າຍ ເຊັ່ນ: ນ້ຳໝາກຂາມ ເຕີມນ້ຳເຜິ້ງສົດມື້ລະ 1-2 ຈອກ, ນົມສົ້ມ, ນ້ຳຫວ້ານຫາງແຂ້ ຊຶ່ງເຄື່ອງດື່ມເຫຼົ່ານີ້ ລ້ວນແຕ່ມີສັບພະຄຸນໃນທາງກະຕຸ້ນການຂັບຖ່າຍອາຈົມໄດ້ດີ ແລະຊ່ວຍແກ້ໄຂອາການຍື່ງທ້ອງອີກດ້ວຍ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່