ພາຍຫຼັງຈາກທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ປະກາດນໍາໃຊ້ໂລໂກ້ໃໝ່ຢ່າງເປັນທາງການ ຫຼາຍຄົນກໍໃຫ້ຄວາມສົນໃຈເພາະຖືວ່າເປັນການປ່ຽນແປງໂລໂກ້ລະດັບຊາດ ບາງຄົນກໍຄິດວ່າດີ ແລ້ວທີ່ປ່ຽນເບິ່ງງ່າຍຂຶ້ນ ແລະ ບາງຄົນກໍຄິດວ່າບໍ່ດີ ມັນຄືໂລໂກ້ແນວອື່ນທີ່ບໍ່ແມ່ນ ທະນາຄານແຫ່ງ ສປປ ລາວ ເຊິ່ງຂຶ້ນກັບມຸມມອງຂອງແຕ່ລະຄົນ ແລ້ວທ່ານຄິດວ່າໂລໂກ້ເປັນແນວໃດແນ່.


ລັບໂລໂກ້ໃໝ່ຂອງ ທະນາຄານແຫ່ງ ສປປ ລາວ (ທຫລ) ເຊິ່ງເພິ່ນເຄີຍປະກາດເປີດຮັບສະໝັກໃຫ້ຜູ້ເຂົ້າຮ່ວມສ້າງໂລໂກ້ ຕັ້ງແຕ່ແຕ່ເດືອນ ເມສາ 2022 ທີ່ຜ່ານມາ ຈົນຮອດປັດຈຸບັນ ກໍໄດ້ໂລໂກ້ໃໝ່ ທີ່ນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນຢ່າງເປັນທາງການ.
ໂດຍ ທຫລ ໃຫ້ເຫດປົນໃນການປ່ຽນແປງໂລໂກ້ຄັ້ງນີ້ວ່າ ເນື່ອງຈາກທີ່ ຜ່ານມາ ທຫລ ບໍ່ທັນມີໂລໂກ້ສະເພາະຂອງຕົນ ແລະ ໄດ້ມີການນໍາ ໃຊ້ກາໝາຍຊາດເປັນເຄື່ອງໝາຍສັນຍາລັກໃນການເຄື່ອນໄຫວວຽກງານ. ສະນັ້ນ, ທະນາຄານແຫ່ງ ສປປ ລາວ ຈົ່ງໄດ້ຄົ້ນຄວ້າອອກແບບເຄື່ອງໝາຍສັນຍາລັກ (Logo) ເປັນອັນສະເພາະຂອງຕົນ ໂດຍ ໄດ້ຮັບການເຫັນດີຈາກລັດຖະບານ ໃນວັນທີ 06 ຕຸລາ 2022.
ສໍາລັບເຄື່ອງໝາຍສັນຍາລັກໃໝ່ ທຫລ ເປັນຮູບວົງກົມ ໂດຍມີ “ຊ້າງຄູ ່ ຊູເງິນຮາງສາມແທງ ເຊິ່ງໝາຍເຖິງສາມໜ້າທີ່ຕົ້ນຕໍຂອງ ທະນາຄານແຫ່ງ ສປປ ລາວ” ການນໍາເອົາ “ຊ້າງ” ມາເປັນສັນຍາລັກ ແມ່ນເພື່ອໃຫ້ສອດຄ່ອງກັບທາອ່ຽງຂອງພາກພື້ນ ແລະ ສາກົນ ທີ່ທະນາຄານກາງຂອງຫຼາຍປະເທດກໍໄດ້ນຳໃຊ້ສັດມຸງຄຸນມາສ້າງເປັນ ເຄື່ອງໝາຍສັນຍາລັກ, ການນໍາໃຊ້ “ຊ້າງຄູ” ເປັນເຄື່ອງໝາຍສັນຍາລັກໃໝ່ ທຫລ ເນື່ອງຈາກ “ຊ້າງ” ເປັນສັດໃຫຍ່ ເຂັ້ມແຂງ ແລະ ເປັນສັດມຸງຄຸນຂອງຊາດລາວ ປຽບສະເໝືອນກັບໜ້າທີ່ຂອງ ທຫລ ທີ່ ເປັນທະນາຄານກາງຂອງປະເທດ ແນໃສ່ເຄື່ອນໄຫວໃຫ້ໝັ້ນຄົງ ແລະ ເຂັ້ມແຂງ, “ເງິນຮາງ 3 ແທ່ງ” ເປັນຊັບສົມບັດທີ່ມີຄ່າຂອງຄົນລາວແຕ່ດຶກດຳບັນ ຊຶ່ງເປັນຕົວແທນຂອງສາມໜ້າທີ່ຕົ້ນຕໍຂອງ ທະນາຄານແຫ່ງ ສປປ ລາວ ແລະ “ໄຫຊັບສົມບັດ” ເປັນເຄື່ອງມືໃນການເກັບຮັກສາຊັບສົມບັດຂອງ ຄົນລາວແຕ່ດຶກດຳບັນ ເປັນອົງປະກອບຫຼັກ.
