ຫົວພັນ ຮັບຮອງເອົາ! ຂັບຊຳເໜືອ ແລະ ການຕໍ່າສິ້ນ ຜ້າໄໝມ້ອນ ເປັນມໍຣະດົກທາງດ້ານວັດທະນະທຳ

ອໍານາດການປົກຄອງແຂວງຫົວພັນ ໄດ້ປະກາດຮັບຮອງເອົາ ຂັບຊຳເໜືອ ແລະ ພູມປັນຍາການຕໍ່າສິ້ນ, ຜ້າໄໝມ້ອນ ເປັນມໍລະດົກທາງດ້ານວັດທະນະທຳ ລະດັບທ້ອງຖິ່ນຂອງແຂວງ ທີ່ເມືອງຊຳເໜຶອ ແຂວງຫົວພັນ ເຊິ່ງປະຈຸບັນ ແຂວງ ຫົວພັນ ມີມໍລະດົກທີ່ໄດ້ຮັບການຂື້ນທະບຽນບັນຊີທັງໝົດ 4 ລາຍການ.

ຂັບຊຳເໜືອ ແມ່ນສຽງຂັບໜື່ງທີ່ເປັນເອກະລັກຂອງແຂວງຫົວພັນມາແຕ່ດົນນານ ຊຶ່ງປະຫວັດຕົ້ນກຳເນີດ ແມ່ນໃຜເປັນຜູ້ປະດິດຄິດແຕ່ງຂື້ນມານັ້ນ ກໍບໍ່ສາມາດຮູ້ໄດ້ຊັດເຈນ, ຮູ້ພຽງແຕ່ວ່າຂັບຊຳເໜືອ ໄດ້ຮັບການສືບທອດຈາກຮຸ່ນສູ່ຮຸ່ນຈົນມາເຖີງປະຈຸບັນ ແລະ ການຕໍ່າສິ້ນ, ຜ້າໄໝມ້ອນ ເປັນພູມປັນຍາທ້ອງຖິ່ນດັ່ງເດີມທີ່ມີມາແຕ່ບູຮານນະການຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນແມ່ຍິງຊາວແຂວງຫົວພັນ, ຊຶ່ງແມ່ນຫັດຖະກໍາການຕໍ່າສິ້ນ, ຜ້າໄໝ ທີ່ມີຄວາມເປັນເອກະລັກສະເພາະ, ມີຄວາມໂດດເດັ່ນທາງດ້ານສີສັນ, ຄວາມງາມຂອງລວດລາຍ ແລະ ຮູບແບບການປະດິດຄິດແຕ່ງຈາກແນວຄວາມຄິດ ແລະ ສີມືຂອງຜູ້ຕໍ່າ.

ມາຮອດປະຈຸບັນ ແຂວງ ຫົວພັນ ໄດ້ມີມໍລະດົກທີ່ໄດ້ຮັບການຂື້ນທະບຽນບັນຊີ ແລະ ຮັບຮອງຢ່າງເປັນທາງການແລ້ວ ມີທັງໝົດ 4 ລາຍການຄື: ມໍລະດົກແຫ່ງຊາດ 1 ແຫ່ງ ຄື (ຖໍ້າທ່ານຜູ້ນຳເມືອງວຽງໄຊ), ມໍລະດົກລະດັບທ້ອງຖິ່ນ 3 ລາຍການ ໃນນັ້ນມໍລະດົກທີ່ເປັນວັດຖຸ 1 ລາຍການ ຄື (ພຣະເຈົ້າອົງຕື້ ວັດສີບຸນເຮືອງ ໄຊຍາຣາມ) ແລະ ມໍລະດົກທີ່ບໍ່ເປັນວັດຖຸ 2 ລາຍການຄື (ຂັບຊຳເໜືອ ແລະ ພູມປັນຍາການຕ່ຳສິ້ນ, ຜ້າໄໝມ້ອນຫົວພັນ).

ຖໍ້າທ່ານຜູ້ນຳເມືອງວຽງໄຊ
ພຣະເຈົ້າອົງຕື້ ວັດສີບຸນເຮືອງ ໄຊຍາຣາມ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...