ກິນ ຜັກ+ໝາກໄມ້ 10 ຊະນິດຕໍ່ມື້ ຊ່ວຍໃຫ້ອາຍຸຍືນ

ລາຍງານໃນ ວາລະສານ ລະບາດວິທະຍານານາຊາດ ອ້າງອີງຜົນວິໄຈຂອງ ດຣ. ດາຟິນ ແອນເນ ນັກວິໄຈ ຈາກມະຫາວິທະຍາໄລ ລອນດອນ ກ່ຽວກັບລະບົບເຜົາຜານອາຫານໃນຮ່າງກາຍໃນກຸ່ມໂຕຢ່າງ 95 ຄົນ ທີ່ມັກກິນຜັກ ແລະໝາກໄມ້ເປັນປະຈຳ ເປີດເຜີຍວ່າ: “ພວກເຂົາຈະເສຍຊີວິດກ່ອນໄວອັນຄວນໜ້ອຍລົງ ຄິດເປັນຈຳນວນປະມານ 7,8 ລ້ານຄົນຕໍ່ປີ ຖ້າຫາກກິນຜັກ ແລະ ໝາກໄມ້ຫຼາຍກວ່າ 10 ຊະນິດຕໍ່ມື້.”

ຈາກການວິໄຈລັກສະນະຂອງຜັກ ແລະ ໝາກໄມ້ກວ່າ 10 ຊະນິດ ໂດຍສະເພາະ ທີ່ໃຫ້ພະລັງງານຈຳນວນ 800 ກຣາມຕໍ່ມື້ ພົບວ່າ ແອັບເປິ້ນໜ່ວຍກາງຈະໃຫ້ພະລັງງານ 182 ກຣາມ.

ນອກນີ້ ນັກວິໄຈຍັງຄາດວ່າ ຕ້ອງກິນຜັກ ແລະໝາກໄມ້ໃຫ້ໄດ້ 10 ຊະນິດຕໍ່ມື້ ຈະຫຼຸດຄວາມສ່ຽງຕໍ່ການເປັນໂຣກຫົວໃຈລົງໄດ້ 24%, ຫຼຸດຄວາມສ່ຽງຕໍ່ການເປັນໂຣກຫຼອດເລືອດສະໝອງຫຼຸດລົງ 33%, ຫຼຸດຄວາມສ່ຽງຕໍ່ການເກີດໂຣກຫຼອດເລືອດຫົວໃຈຫຼຸດລົງ 28%, ຄວາມສ່ຽງຕໍ່ການເກີດໂຣກມະເຮັງຫຼຸດລົງ 13% ໂດຍລວມແລ້ວການກິນຜັກ ແລະໝາກໄມ້ຈະຫຼຸດຄວາມສ່ຽງທຸກໂຣກທີ່ກ່າວມາລົງໄດ້ເຖິງ 31% ຖ້າທຽບກັບການບໍ່ກິນຜັກ ແລະໝາກໄມ້ຊະນິດໃດເລີຍ.

ສຳລັບຜັກ ແລະ ໝາກໄມ້ທີ່ຊ່ວຍຫຼຸດອັດຕາການເກີດໂຣກຫົວໃຈຖ້າຫາກກິນໝາກໄມ້ເລື້ອຍໆ ເຊັ່ນ ແອັບເປິ້ນ, ໝາກກ້ຽງ ແລະຜັກຫົມ. ສ່ວນຜັກຕະກູນກະລ່ຳເຊັ່ນ ບັອກໂຄລີ, ກະລ່ຳປີ, ພິກໄທ ແລະ ຖົ່ວຂຽວ ຈະຊ່ວຍຫຼຸດຄວາມສ່ຽງໂຣກມະເຮັງ ຊຶ່ງນັກວິໄຈລະບຸວ່າ ຜັກ ແລະໝາກໄມ້ຈະຊ່ວຍຫຼຸດລະດັບ ຄໍເລດສະເຕີຣອນ,​ ຫຼຸດຄວາມດັນເລືອດ, ເສີມສ້າງຫຼອດເລືອດໃຫ້ແຂງແຮງ ແລະສ້າງພູມຄຸ້ມກັນໃນຮ່າງກາຍ ປະກອບກັບຜັກ ແລະໝາກໄມ້ທີ່ມີກາກໃຍ ແລະ ສານອາຫານທີ່ຊັບຊ້ອນຢູ່ພາຍໃນ ຫຼື ອະທິບາຍໄດ້ວ່າ ກຸ່ມອາຫານດັ່ງກ່າວປະກອບດ້ວຍສານຕ້ານອະນຸມູນອິດສະຫຼະເປັນຈຳນວນຫຼາຍ ຈຶ່ງຊ່ວຍຊ້ອມແຊມ DNA ໃນຮ່າງກາຍທີ່ເສື່ອມລົງ ຈາກສິ່ງແວດລ້ອມ ຫຼື ອາຍຸທີ່ເພີ່ມຫຼາຍຂຶ້ນໃຫ້ກັບມາແຂງແຮງໄດ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...