Monday, April 21, 2025

ຫຼາຍສະຖານທີ່ ເອົາທຸງຊາດຂຶ້ນ! ເພື່ອສະເຫຼີມສະຫຼອງວັນຊາດທີ່ໃກ້ຈະມາເຖິງ

ໃກ້ຮອດວັນຊາດ ວັນທີ 2 ທັນວາ ຄົບຮອບ 47 ປີ ອົງການຕ່າງໆ ແລະ ເຂດບ້ານກໍໄດ້ພ້ອມກັນ ປະດັບປະດາທຸງຊາດ, ທຸງພັກ, ທຸງທີວ ຢ່າງສວຍງາມ ເພື່ອກະກຽມຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນດັ່ງກ່າວ.

ໃນທຸກໆປີ ຈະມີການສ້າງຂະບວນການຕ່າງໆເພື່ອຂໍ່ານັບຮັບຕ້ອນເຊັ່ນ ການສ້າງຂະບວນການອອກແຮງງານລວມ, ອະນາໄມອ້ອມຂ້າງສໍານັກງານຕ່າງໆ, ທາສີສຳນັກງານ, ຮົ້ວ ແລະ ມີການປະດັບປະດາ ປະດັບປະດາດ້ວຍດອກໄຟແສງສີ, ປັກທຸງຊາດ, ທຸງພັກ, ທຸງທີວ ຢູ່ແຄມຖະໜົນຫົນທາງ ແລະ ສະຖານທີ່ສຳຄັນຕ່າງໆ ໃນຕົວເມືອງ ແລະ ສະຖານທີ່ທ່ອງທ່ຽວ, ສວນສາທາລະນະທີ່ສຳຄັນອື່ນໆ ຢ່າງສວຍງາມ

ເພື່ອສະແດງເຖິງຄວາມເອກອ້າງທະນົງໃຈ ແລະ ຄວາມເປັນຊາດລາວ ໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດໄດ້ເຫັນຄວາມຮຸ່ງເຮືອງສີວິໄລຂອງປະເທດຊາດລາວເຮົາ.

ພ້ອມນີ້ ກໍຈະມີກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເອົາໃຈໃສ່ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ທັງພ້ອມກັນເປັນເຈົ້າການຕ້ານ ແລະ ສະກັດກັ້ນ ກຸ່ມຄົນບໍ່ດີໃນສັງຄົມ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.