Saturday, February 15, 2025

ກະຊວງແຮງງານ ແຈ້ງ! ບໍ່ໃຫ້ເອົາແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ຖ້າບໍ່ໄດ້ຮັບອະນຸຍາດ.

ກະແສການເອົາແຮງງານລາວ ໄປເຮັດວຽກຕາມລະດູການຢູ່ ສ.ເກົາຫຼີ ກຳລັງມາແຮງ ເຮັດຫຼາຍບໍລິສັດ ພາກັນຂົນຂວາຍເອົາຄົນລາວ ໄປເຮັດວຽກໂດຍຮຽກຮ້ອງຄ່າມັດຈໍາ ແຕ່ກໍບໍ່ສົ່ງໄປຕາມທີ່ກຳນົດ ເຊິ່ງຫຼາຍຄົນບໍ່ຮູ້ເລີຍວ່າ ບໍລິສັດດັ່ງກ່າວໄດ້ຮັບອະນູຍາດຫຼືບໍ່.

ຮູບພາບປະກອບຂ່າວ ຈາກ: ໂທລະພາບ ນະຄອນຫຼວງ VT9

ຈາກເຫດການດ່ງກ່າວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ກະຊວງ ຮສສ) ໄດ້ອອກແຈ້ງການເຕືອນປະຊາຊົນໃຫ້ລະວັງກຸ່ມຄົນບໍ່ມີ ແລະ ບໍ່ຄວນໄປສະໝັກໄປເຮັດວຽກກັບບໍລິສັດທີ່ບໍ່ໄດ້ຮັບອະນຸຍາດຈາກກະຊວງແຮງງານ ເດັດຂາດ ເພາະບໍ່ຖືກຕ້ອງຕາມຂະບວນການທີ່ໄດ້ກຳນົດໄວ້.

ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຍັງໄດ້ອອກຂໍ້ກຳນົດໃຫ້ຫ້ອງການ ຮສສ ປະຕິບັດດັ່ງນີ:

  1. ຫ້າມໃຫ້ການຮ່ວມມືກັບບຸກຄົນ ຫຼື ນິຕິບຸກຄົນ ທີ່ໄປເຄື່ອນໄຫວຢູ່ ຂອບເຂດບ້ານ, ເມືອງ ແລະ ແຂວງ ເພື່ອຂົນຂວາຍເອົາແຮງງານລາວໄປເຮັດວຽກຕາມລະດູການ ຢູ່ ສ.ເກົາຫຼີ ໂດຍບໍ່ມີແຈ້ງການຈາກກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຫຼີກລຽງບັນຫາການຕົວະຍົວະຫຼອກລວງ ຂອງກຸ່ມຄົນດັ່ງກ່າວ;
  2. ການຮັບສະໝັກ, ຄັດເລືອກແຮງງານ ແລະ ປະກອບເອກະສານໃຫ້ແຮງງານ ແມ່ນການຈັດຕັ້ງປະຕິບັດໂດຍກົງຂອງກົມການຈັດຫາງານ, ກະຊວງ ຮສສ ໂດຍສົມທົບກັບພະແນກແຮງງານ ແລະ ສະຫວັດດີການ ສັງຄົມແຂວງ, ນະຄອນຫຼວງ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ແລະ ນະຄອນ. ຊຶ່ງການລົງໄປຂົນຂວາຍເອົາແຮງງານໃນແຕ່ລະຄັ້ງ ກົມການຈັດຫາງານ ຈະສົ່ງແຈ້ງການໃຫ້ ພະແນກ ຮສສ ແຂວງ ຫຼື ນະຄອນຫຼວງ ໂດຍກໍານົດເງື່ອນໄຂລະອຽດຂອງການຮັບສະໝັກ ເພື່ອໃຫ້ຊ່ວຍ ກະກຽມລ່ວງໜ້າ.

ສຳລັບໃຜທີ່ພົບເຫັນບຸກຄົນ ຫຼື ນິຕິບຸກຄົນ ທີ່ໄປເຄື່ອນໄຫວຂົນຂວາຍເອົາແຮງງານໄປເຮັດວຽກຕາມລະດູ ການ ຢູ່ ສ.ເກົາຫຼີ ໂດຍບໍ່ໄດ້ຮັບອະນຸຍາດ, ບໍ່ມີແຈ້ງການ ຫຼື ບໍ່ມີການປະສານງານຈາກກົມການຈັດຫາງານ ແມ່ນໃຫ້ແຈ້ງກົມການຈັດຫາງານທັນທີ ໂດຍໂທໄປທີ່ເບີ: 021 217738, 020 59994999 ແລະ 020 28782656.

ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ-ຮສສ
ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ-ຮສສ

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.