Monday, February 17, 2025

ລະວັງ! 5 ໂຣກ ທີ່ມາພ້ອມກັບລະດູໜາວ

ລະດູໜາວ ນອກຈາກຈະນຳເອົາຄວາມເຢັນສົດຊື່ນມາໃຫ້ເຮົາໄດ້ສຳພັດແລ້ວ ແຕ່ຍັງແຟງດ້ວຍໂຣກໄພຕ່າງໆ ມາພ້ອມ ໂດຍສະເພາະແມ່ນ ເຊື້ອໄວຣັສ ແລະ ແບັກທີເຣຍ, ເຊິ່ງມື້ນີ້ ເຮົາຈະມາບອກກ່ຽວກັບ 5 ໂຣກ ທີ່ມາພ້ອມກັບລະດູໜາວ ທີ່ເຮົາຄວນລະວັງ.

  • ໄຂ້ຫວັດ.

ເປັນໂຣກທີ່ເກີດຈາກ ອາກາດທີ່ປ່ຽນແປງຫຼາຍ ເມື່ອຮ່າງກາຍອ່ອນແອ ເຊື້ອໄວຣັສ ກໍເຂົ້າສູ່ຮ່າງກາຍໄດ້ງ່າຍ ເຊິ່ງຈະມີອາການ ໄຂ້ຕ່ຳ, ມີນ້ຳມູກ, ຄັດດັງ ແລະ ຈາມ. ສຳລັບວິທີ ປິ່ນປົວນັ້ນ, ຖ້າຫາກເປັນໄຂ້ຫວັດຈາກເຊື້ອໄວຣັສ ການພັກຜ່ອນໃຫ້ພຽງພໍ, ດື່ມນ້ຳຫຼາຍໆ, ກິນອາຫານໃຫ້ຄົບ 5 ໝູ່ ກໍສາມາດເຊົາໄດ້ເອງ ໂດຍທີ່ບໍ່ຕ້ອງກິນຢາ.

  • ໄຂ້ຫວັດໃຫຍ່.

ເປັນໂຣກທີ່ເກີດຈາກ ໄວຣັສ ອິນຟລູເອັນຊາ (influenza virus) ທີ່ມັກພົບເຫັນຫຼາຍໃນລະດູໜາວ, ໂດຍອາການຈະມີໄຂ້ລະດັບປານກາງ ຫາ ສູງ, ມີອາການອ່ອນເພຍ, ປວດກ້າມຊີ້ນຫຼາຍ, ປວດຫົວ, ອາດມີນ້ຳມູກໄຫຼອອກມາ, ມາອາການໄອ… ສ່ວນວິທີປິ່ນປົວແມ່ນ ຄວນມາພົບແພດເພື່ອຮັບການປິ່ນປົວທີ່ເໝາະສົມ ຫຼື ປ້ອງກັນໂດຍການສັກວັກຊີນ.

  • ປອດບວມ ຫຼື ປອດອັກເສບ.

ແມ່ນເກີດຈາກປອດຂອງເຮົາມີເຊື້ອໄວຣັສ ຫຼື ແບັກທີເຣຍ ເຂົ້າໄປຢູ່ໃນຖົງລົມ ເຮັດໃຫ້ຊີ້ນປອດໃນບໍລິເວນນັ້ນ ບໍ່ສາມາດຮັບອ໊ອກຊິເຈນໄດ້ຕາມປົກກະຕິ. ອາການຂອງປອດບວມ ມັກຈະແໜ້ນໜ້າເອິກ, ຫາຍໃຈບໍ່ອອກ, ໄອ, ມີກະເທີ່, ມີໄຂ້ສູງ ເຊິ່ງມັກພົບໃນຄົນເຈັບທີ່ເປັນໂຣກກ່ຽວກັບລະບົບທາງເດີນຫາຍໃຈ. ສ່ວນວິທີປິ່ນປົວ ແມ່ນຄວນມາພົບແພດ ເພື່ອຮັບຢາຫຼຸດໄຂ້ ຕາມຄວາມເໝາະສົມຂອງອາການ, ນອກຈາກນີ້ ການດື່ມນ້ຳຫຼາຍໆ ກໍສາມາດຊ່ວຍຫຼຸດຂີ້ກະເທີ່ໄດ້ເຊັ່ນກັນ.

  • ໂຣກຖ່າຍຖອກທ້ອງ.

ເຊິ່ງເກີດຈາກໄວຣັສໂຣຕ້າ (Rota virus) ທີ່ພົບໄດ້ງ່າຍໃນລະດູໜາວ ແລະ ຄົນເຈັບສ່ວນໃຫຍ່ຈະເປັນເດັກນ້ອຍອາຍຸຕ່ຳກວ່າ 5 ປີ. ອາການຂອງຄົນເຈັບແມ່ນຖອກທ້ອງຖ່າຍແຫຼວຕະຫຼອດ, ຮາກ, ເຈັບທ້ອງ, ມີອາການໄຂ້ ແລະ ອ່ອນເພຍ. ວິທີປ້ອງກັນສຳລັບໂຣກນີ້ ໃນປັດຈຸບັນ ແມ່ນມີວັກຊີນປ້ອງກັນໄວຣັສນີ້ແລ້ວ ໂດຍໃຫ້ທາງປາກສຳລັບເດັກນ້ອຍ​ (ຈະບໍ່ໄດ້ສັກຄືກັບວັກຊີນຊະນິດອື່ນ).

  •  ໂຣກຫັດ.

ເກີດຈາກໄວຣັສຣູບີໂອຣາ (Rubeola virus) ມັກພົບໃນເດັກນ້ອຍ ທີ່ຍັງບໍ່ທັນມີພູມຄຸ້ມກັນຫຼາຍກວ່າຜູ້ໃຫຍ່ ຕິດຕໍ່ໄດ້ຈາກການໄອ, ຈາມ, ນ້ຳລາຍຂອງຄົນເຈັບ ເຊິ່ງມີໄລຍະໃນການຟັກຕົວປະມານ 10-14 ມື້. ສຳລັບອາການ ແມ່ນມັກຈະມີໄຂ້, ຕາແດງ, ນ້ຳຕາໄຫຼ, ມີຕຸ່ມນ້ອຍໆ ສີແດງກ່ຳຂຶ້ນຕາມຜິວໜັງ ແລະ ຈະຫາຍໄປເອງພາຍໃຈ 7 ມື້, ບາງຄົນເຈັບຕ່ອມນ້ຳເຫຼືອງຫຼັງໃບຫູບວມ. ສ່ວນວິທີປິ່ນປົວແມ່ນ ເນື່ອງຈາກໂຣກຫັດ ບໍ່ແມ່ນຟຣກທີ່ຮ້າຍແຮງ ການປິ່ນປົວຈຶ່ງປິ່ນປົວໄປຕາມອາການ ຈົນກວ່າຈະຫາຍດີ, ນອກຈາກນີ້​ຍັງມີວັກຊີນທີ່ສາມາດສັກປ້ອງກັນໄດ້ຕັ້ງແຕ່ຕອນຍັງນ້ອຍອີກດ້ວຍ.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.