Saturday, January 25, 2025

4 ສະໝຸນໄພ “ແກ້ເຈັບຄໍ”

ອາການເຈັບຄໍ ມັກເກີດຈາກຫຼາຍສາເຫດ ບໍ່ວ່າຈະເປັນການທີ່ເຮົາກິນຂອງເຢັນຫຼາຍ, ມີເຊື້ອແບັກທີເຣຍສະສົມຢູ່ໃນລຳຄໍ, ສະພາບອາກາດປ່ຽນແປງ…ເຊິ່ງມັນອາດເປັນສາເຫດ ທີ່ເຮັດໃຫ້ເຮົາເກີດອາການເຈັບຄໍໄດ້, ມື້ນີ້ ເຮົາມີ 4 ສະໝຸນໄພໃກ້ໂຕ ທີ່ສາມາດບັນເທົາອາການແກ້ເຈັບຄໍໄດ້ ຄື: ຂີງ, ກະທຽມ, ຂີ້ໝິ້ນ ແລະ ຫົວຜັກບົ່ວ.

  • ຂີງ: ມັນເປັນໂຕເລືອກຂອງຫຼາຍໆຄົນ ທີ່ຮູ້ສຶກເຈັບຄໍ ເພາະມັນສາມາດຊ່ວຍຕ້ານການອັກເສບ  ລວມທັງຍັງສາມາດຊ່ວຍຂ້າເຊື້ອແບັກທີເຣຍ ທີ່ເປັນໂຕການຂອງອາການເຈັບຄໍໄດ້ອີກ. ວິທີໃຊ້ ແມ່ນນຳຂີງໄປຊອຍຕົ້ມກັບນ້ຳແລ້ວມາຈິບເປັນຊາ ຫຼື ຈະຫຍ້ຳຂີງສົດໆ ກໍໄດ້ ແຕ່ຖ້າຫາກບໍ່ມີເວລາ ຫຼື ບໍ່ມັກກິນຂີງສົດ ກໍໃຫ້ນຳຂີງຜົງມາຊົງນ້ຳອຸ່ນດື່ມ ກໍຊ່ວຍບັນເທົາອາການເຈັບຄໍໄດ້ຄືກັນ.
  • ກະທຽມ: ກະທຽມເປັນສະໝຸນໄພໃນຄົວ ທີ່ມີລິດກະຕຸ້ນລະບົບພູມຄຸ້ມກັນໄດ້ຄືກັນກັບຢາຕ້ານຈຸລະຊີບ ທີ່ໃຊ້ໃນທາງການແພດ ແລະມີຄຸນປະໂຫຍດໃນການຕ້ານເຊື້ອແບັກທີເຣຍໄດ້ອີກ. ທ່ານ Michael Finkelstein ຜູ້ຊ່ຽວຊານຈາກ ນະຄອນ ນິວຢ໋ອກ ໄດ້ເປີດເຜີຍວ່າ: ກະທຽມເປັນສະໝຸນໄພທີ່ສາມາດປົວອາການເຈັບຄໍ ເນື່ອງຈາກການຕິດເຊື້ອໄດ້ ທັງຍັງຊ່ວຍຕໍ່ສູ້ກັບເຊື້ອໂຣກທີ່ເຮັດໃຫ້ເກີດອາການເຈັບຄໍໄດ້ອີກດ້ວຍ ເພາະວ່າມີສານອັນລິຊິນ (Allicin) ທີ່ຢູ່ໃນກະທຽມສົດນັ້ນເອງ. ລາວໄດ້ແນະນຳວ່າ ຖ້າຕ້ອງການໃຊ້ກະທຽມປິ່ນປົວອາການເຈັບຄໍ ແຕ່ບໍ່ມັກຄວາມຂິວຂອງມັນ ກໍໃຫ້ນຳເອົາກະທຽມໝົດຫົວ ໄປອຸ່ນໃນເຕົາໄມໂຄເວັບ 10-15 ວິນາທີ ຫຼື ຈະເຜົາໄຟກໍໄດ້ ແລ້ວຈຶ່ງນຳມາກິນ ຈະຊ່ວຍໃຫ້ກິ່ນຂິວຂອງກະທຽມຫຼຸດລົງໄດ້.
  • ຂີ້ໝິ້ນ: ສ່ວນຫຼາຍນິຍົມມາແຕ່ງກິ່ນ ຫຼື ແຕ່ງສີອາຫານເທົ່ານັ້ນ. ແຕ່ສັບພະຄຸນຂອງຂີ້ໝິ້ນ ຖືວ່າດີຫຼາຍຢ່າງ ເພາະສານ ເຄີຄູມິນ (Curcumin) ທີ່ຢູ່ໃນຂີ້ໝິ້ນ ມີລິດໃນການຕ້ານການອັກເສບໄດ້ ເໝາະກັບການນຳໄປໃຊ້ກ່ຽວກັບອາການເຈັບຄໍທີ່ເກີດຈາກ ການອັກເສບຂອງເປືອກໜັງຄໍ ແຖມຍັງຊ່ວຍຫຼຸດອາການໄອໄດ້ອີກດ້ວຍ. ວິທີໃຊ້ ກໍພຽງແຕ່ນຳຂີ້ໝິ້ນຜົງມາຊົງກັບນ້ຳອຸ່ນ ແລະ ເຕີມນ້ຳເຜິ້ງລົງໄປເລັກໜ້ອຍ, ຈິບຂະນະທີ່ອຸ່ນໆ ກໍຈະຊ່ວຍໃຫ້ຊຸ່ມຄໍ ແລະ ເຊົາເຈັບຄໍໄດ້ໄວຂຶ້ນ.
  • ຫົວຜັກບົ່ວ: ນອກຈາກກະທຽມແລ້ວ ຫົວຜັກບົ່ວກໍສາມາດປົວອາການເຈັບຄໍໄດ້ຄືກັນ ເພາະມັນມີສານຕ້ານອາການອັກເສບ ທີ່ມີປະສິດທິພາບຄືກັນ ແຖມຍັງຊ່ວຍຕ້ານເຊື້ອໄວຣັສ ແລະ ເຊື້ອແບັກທີເຣຍ ບາງຊະນິດໄດ້. ນອກນີ້ ຫົວຜັກບົ່ວ ຍັງຂຶ້ນຊື່ວ່າ ເປັນຢາຕ້ານເຊື້ອຈາກທຳມະຊາດທີ່ປອດໄພອີກ. ວິທີການໃຊ້ເພື່ອປົວອາການເຈັບຄໍ ກໍພຽງແຕ່ນຳເອົາຫົວຜັກບົ່ວ ມາສັບພໍມຸ່ນໆ ປະສົມກັບນ້ຳເຜິ້ງ 6 ອອນ (ປະມານ 177 ມີລີລິດ) ໜຶ້ງດ້ວຍໄຟອ່ອນໆ ປະມານ 2 ຊົ່ວໂມງ ຈາກນັ້ນ ນຳມາຊົງນ້ຳອຸ່ນ ຈິບຕະຫຼອດ ໝົດມື້ຈະຊ່ວຍໃຫ້ອາການເຈັບຄໍບັນເທົາລົງໄດ້.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ