ບໍລິສັດ ເບຍລາວ ຜູ້ຮ່ວມມືທາງການ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ່ XI ແຂວງຊຽງຂວາງ

ພາຍຫຼັງທີ່ ງານມະຫະກໍາ ກິລາແຫ່ງຊາດ ຄັ້ງທີ່ XI ຖືກເລື່ອນການແຂ່ງຂັນ ມາຫຼາຍຄັ້ງ ເນື່ອງຈາກສະພາບອາກາດ ແລະ ການແຜ່ລະບາດ ຂອງເຊື້ອໂຄວິດ-19 ໃນໄລຍະຜ່ານມາ, ມາຮອດປະຈຸບັນ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ແມ່ນໄດ້ຮັບການຢືນຢັນແລ້ວ ວ່າຈະເປີດສາກຂຶ້ນ ຢ່າງເປັນທາງການ ລະຫວ່າງວັນທີ 13-22 ທັນວາ 2022 ຢູ່ແຂວງຊຽງຂວາງ ໂດຍຈະມີ ນັກກິລາທັງໝົດ 3.003 ຄົນ ຈາກ 1 ນະຄອນຫຼວງ 17 ແຂວງ ແລະ 4 ກະຊວງ ເຂົ້າຮ່ວມຊິງໄຊໃນທັງໝົດ 25 ປະເພດກິລາ.

ສືບຕໍ່ໃຫ້ການສະໜັບສະໜູນຫຼັກ ໃນງານແຂ່ງຂັນ ມະຫາກໍາກິລາແຫ່ງຊາດ ພິເສດ ໃນປີນີ້, ບໍລິສັດ ເບຍລາວ ຈໍາກັດ ໂດຍຜ່ານຜະລິດຕະພັນ ນໍ້າດື່ມ ກາຫົວເສືອ, ເປບຊີ ແລະ ສະຕິງ ໄດ້ປະກອບສ່ວນ ຊຸກຍູ້ ທຶນຮອນ ໃນການຈັດການແຂ່ງຂັນ ຫຼາຍກ່ວາ 1.5 ຕື້ກີບ ໃນນາມ ຄູ່ຮວມທາງການ ຂອງງານມະຫະກໍາ ກິລາແຫ່ງຊາດ.

ຖ້າກັບຄືນໄປເບິ່ງ ການແຂ່ງຂັນ ມະຫະກໍາກິລາແຫ່ງຊາດ ຊຶ່ງຈັດຂື້ນໃນທຸກໆ ສີ່ປີ ຕັ້ງແຕ່ຄັ້ງທີ່ I ມາຮອດ ຄັ້ງທີ XI ບໍລິສັດ ເບຍລາວ ຈຳກັດ ຍາມໃດ ກໍ່ເຫັນໄດ້ ຄວາມສໍາຄັນ ໃນວຽກງານຂອງການສົ່ງເສີມ ແລະ ພັດທະນາ ກິລາລາວ ໃຫ້ກ້າວໄກ ແລະ ທຽບເທົ່າກັບສາກົນ ໂດຍປະກອບສວນທຶນຮອນ ສະໜັບສະໜູນ ງານມະຫະກໍາ ກິລາແຫ່ງຊາດ ດ້ວຍດີ ຕະຫຼອດມາ.

ນອກຈາກງານ ມະຫະກໍາ ກິລາແຫ່ງຊາດແລ້ວ ບໍລິສັດ ເບຍລາວ ຈໍາກັດ ຍັງເປັນ ບໍລິສັດ ທີ່ໄດ້ມອບພັນທະເຂົ້າ ງົບປະມານແຫ່ງຊາດ ເປັນອັນດັບ #1 ໃນແຕ່ລະປີ ຫຼາຍກ່ວາ 2.000 ຕື້ກີບ, ພ້ອມທັງປະກອບສ່ວນ ໃນທຸກໆງານໃຫຍ່ ລະດັບຊາດ ເຊັ່ນ: ງານປະເພນີ ບຸນທາດຫຼວງ, ບຸນອອກພັນສາ ຊ່ວງເຮືອປະເພນີ ແລະ ໄຫຼເຮືອໄຟ, ວຽກງານທາງດ້ານ ສາທາລະນະສຸກ ການຕ້ານ ການແຜ່ລະບາດ ຂອງເຊື້ອ ໂຄວິດ ຢູ່ ສປປ ລາວ, ການໃຫ້ທຶນສະໜັບສະໜູນ ນັກຮຽນດີນັກຮຽນເກັ່ງ ໃນທົ່ວປະເທດ ແລະ ການສ້າງວຽກເຮັດງານທໍາ ໃຫ້ຄົນທ້ອງຖິ່ນ.

ເພື່ອໃຫ້ງານແຂ່ງຂັນກິລາແຫ່ງຊາດ ໃນປີນີ້ ມີຄວາມໝາຍ ແລະ ຟົດຟື້ນມ່ວນຊື່ນ ບໍລິສັດ ເບຍລາວ ຈໍາກັດ ຂໍຮຽນເຊີນຊວນ ປວງຊົນລາວບັນດາເຜົ່າ ໃນທົ່ວປະເທດ ເຂົ້າຮ່ວມພິທີເປີດ ຫຼື ຮັບຊົມງານມະຫະກຳ ກິລາແຫ່ງຊາດທີ່ຈະໄຂຂຶ້ນ ໃນວັນທີ 13 ທັນວາ 2022 ຢູ່ທີ່ເດີນກິລາ ແຂວງຊຽງຂວາງ. ທ່ານສາມາດເຂົ້າຮ່ວມຊົມພິທີເປີດ ແລະ ການແຂ່ງຂັນ ທຸກປະເພດກິລາ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...