ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນຊ່ວງອາກາດໜາວ ຫຼາຍໆຄົນມັກຈະເລືອກອາບນ້ຳອຸ່ນ ເພາະຄວາມອຸ່ນຂອງນ້ຳ ນອກຈາກຈະຊ່ວຍຫຼຸດຄວາມໜາວ ໃນຂະນະອາບນ້ຳລົງໄດ້ແລ້ວ ຍັງຊ່ວຍກະຕຸ້ນໃຫ້ຮ່າງກາຍເກີດຄວາມຜ່ອນຄາຍໄດ້ເປັນຢ່າງດີ ແຕ່ທ່ານຮູ້ບໍ່ວ່າການອາບນ້ຳອຸ່ນກໍມີທັງຂໍ້ດີ ແລະ ຂໍ້ເສຍ, ການອາບນ້ຳອຸ່ນມີຂໍ້ດີຫຼາຍປະການ ໃນດ້ານການສົ່ງເສີມສຸຂະພາບ ແລະ ຜີວພັນ ຫາກຮູ້ຈັກເລືອກໃຊ້ນ້ຳອຸ່ນໃນອຸຫະພູມທີ່ເໝາະສົມ ຈະສົ່ງຜົນດີ ແລະ ພາໃຫ້ເກີດປະໂຫຍດຫຼາຍຂຶ້ນ.

  1. ຂໍ້ດີຂອງການອາບນ້ຳອຸ່ນ
  • ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ

ການອາບນ້ຳອຸ່ນ ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ ສົ່ງຜົນດີຕໍ່ສຸຂະພາບຂອງຜູ້ສູງອາຍຸ, ການອາບນໍ້າອຸ່ນໃນອຸຫະພູມທີ່ເໝາະສົບ ບໍ່ຮ້ອນຫຼາຍເກີນໄປ ຈະເຮັດໃຫ້ເລືອດໄຫຼວຽນໄປທົ່ວຮ່າງກາຍ.

  • ຊ່ວຍສ້າງຄວາມຜ່ອນຄາຍໃຫ້ກັບກ້າມຊີ້ນ

ຊ່ວຍສ້າງຄວາມຜ່ອນຄາຍໃຫ້ກັບກ້າມຊີ້ນ ເຮັດໃຫ້ຮ່າງກາຍຮູ້ສຶກຕື່ນຕົວ ເກີດຄວາມຜ່ອນຄາຍຈາກອາການອ່ອນເພຍ ແລະ ຕຶງຄຽດ ທີ່ຖືກເກັບສະສົມ ໄວ້ຢູ່ຕາມສ່ວນຕ່າງໆຂອງກ້າມຊິ້ນໃນຮ່າງກາຍ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  • ຊ່ວຍຫຼຸດສິ່ງອຸດຕັນຮູຂຸມຂົນ

ການອາບນ້ຳອຸ່ນໃນອຸຫະພູມທີ່ເໝາະສົມ ຈະຊ່ວຍໃນການເບິ່ງແຍງຜິວພັນ ກຳຈັດສິ່ງເປີເປື້ອນ ແລະ ໄຂມັນ ອັນເປັນຕົວການຫຼັກທີ່ເຮັດໃຫ້ເກີດສີວ ເຮັດໃຫ້ຜີວຄ້ຳບໍ່ສະໝ່ຳສະເໝີ.

  • ຊ່ວຍເຮັດໃຫ້ຮ່າງກາຍຮູ້ສຶກສົດຊື່ນ

ການອາບນ້ຳອຸ່ນ ຍັງເພີ່ມຄວາມສົດຊື່ນ ເຮັດໃຫ້ຮ່າງກາຍຮູ້ສຶກມີພະລັງ ໃນຕອນທີ່ກຳລັງອາບນ້ຳຢູ່ ເຮັດໃຫ້ຫາຍໃຈໄດ້ໂລ່ງຂຶ້ນ ຮູ້ສຶກປອດໂປ່ງຫຼັງຈາກອາບນ້ຳແລ້ວ.

2. ຂໍ້ຄວນລະວັງໃນການອາບນ້ຳອຸ່ນ

  • ອາບນ້ຳອຸ່ນອາດເຮັດໃຫ້ຜີວແຫ້ງແຕກ

ການອາບນ້ຳອຸ່ນໃນອຸຫະພູມທີ່ສູງຈົນເກີນໄປ ຈະເຮັດໃຫ້ຜີວແຫ້ງ, ຂາດຄວາມຊຸ່ມຊື່ນ ນຳໄປສູ່ອາການຜີວແຫ້ງແຕກ, ຮູຂຸມຂົນກວ້າງ ເພາະນ້ຳອຸ່ນເປັນຕົວການທຳລາຍນ້ຳມັນ ທີ່ຢູ່ໃນຜີວອອກ ຈຶ່ງເປັນສາເຫດຫຼັກ ທີ່ເຮັດໃຫ້ຜີວແຫ້ງແຕກໄດ້ງ່າຍ.

  • ຄວນຫຼີກລ້ຽງສະບູທີ່ມີຟອງຫຼາຍ

ຫຼີກລ້ຽງການໃສ່ສະບູທີ່ມີຟອງຫຼາຍ ຫາກມີຄວາມຈຳເປັນຕ້ອງອາບນ້ຳອຸ່ນ ເພາະຈະເຮັດໃຫ້ຜີວໜັງສູນເສຍຄວາມຊຸ່ມຊື່ນຫຼາຍຂຶ້ນ ພ້ອມກັນນັ້ນ ບໍ່ຄວນຂັດຖູຮ່າງກາຍແຮງ ເພາະຈະເຮັດໃຫ້ຜີວຖືກທຳລາຍ ເຮັດໃຫ້ຜີວລອກ ແລະ ແຫ້ງຫຼາຍຂຶ້ນເລື້ອຍໆ.

  • ບໍ່ຄວນແຊ່ນ້ຳອຸ່ນເກີນ 30 ນາທີ

ບໍ່ຄວນແຊ່ນ້ຳອຸ່ນເກີນ 30 ນາທີ, ການອາບນ້ຳອຸ່ນຢ່າງຖືກວິທີ ຄວນອາບນ້ຳອຸ່ນໃຫ້ແລ້ວພາຍໃນເວລາ 15 ນາທີ, ການແຊ່ນໍ້າອຸ່ນດົນເກີນໄປ ຈະເຮັດໃຫ້ເລືອດໄປລ້ຽງບໍລິເວນຜີວໜັງຫຼາຍ ຈົນເຮັດໃຫ້ເລືອດໄປລ້ຽງສະໝອງບໍ່ພໍ ອາດເຮັດໃຫ້ເກີດການວີນຫົວ ແລະ ເຮັດໃຫ້ເປັນລົມໄດ້ ເປັນສິ່ງໜຶ່ງທີ່ຕ້ອງລະວັງ.

  • ຫຼີກລ້ຽງການສະຜົມດ້ວຍນ້ຳອຸ່ນ

ຫຼີກລ້ຽງການສະຜົມດ້ວຍນ້ຳອຸ່ນ ເພາະຈະເຮັດໃຫ້ຜົມແຕກແຫ້ງ ຈົນເກີດບັນຫາ, ເຮັດໃຫ້ຜົມຟູ ຈັດຊົງຍາກ.

ສະເພາະໃຜທີ່ມັກອາບນ້ຳອຸ້ນຢູ່ເປັນປະຈຳ ໃນເວລາທີ່ກຳລັງຈະອາບແລ້ວ ຄວນອາບນ້ຳເຢັນສະຫຼັບ ເພື່ອປັບສະພາບຜີວໜັງໃຫ້ຊຸ່ມຊື່ນ, ທາຄຣີມບຳລຸງຜີວຫຼັງຈາກທີ່ອາບນ້ຳແລ້ວທັນທີ  ເພື່ອເຮັດໃຫ້ຜີວໜັງເກັບຄວາມຊຸ່ມຊື່ນໄວ້, ການອາບນ້ຳອຸ່ນມີທັງຂໍ້ດີ ແລະ ຂໍ້ເສຍ ແຕ່ໃນຊ່ວງທີ່ອາກາດໜາວ ຄົງເປັນເລື່ອງຢາກທີ່ຈະບໍ່ອາບນ້ຳອຸ່ນ ແຕ່ຄວນຮຽນຮູ້ວິທີການອາບນ້ຳອຸ່ນ ຢ່າງຖືກຕ້ອງເໝາະສົມ ຈຶ່ງຈະຊ່ວຍປ້ອງກັນຜົນເສຍທີ່ຈະເກີດຈາກການອາບນ້ຳອຸ່ນໄດ້ເປັນຢ່າງດີ.

Hits: 25

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້