Saturday, April 26, 2025
Kbank Laos โอน รับ จ่าย

ສວນນ້ຳພຸ ກັບການປ່ຽນແປງທີ່ດີຂຶ້ນ

ສວນນ້ຳພຸ ທີ່ຕັ້ງຢູ່ບ້ານ ຊຽງຍືນ, ເມືອງ ຈັນທະບູລີ ເປັນອີກຈຸດແລນມາກໜຶ່ງຂອງ ນະຄອນຫຼວງ ວຽງຈັນ ກໍຄື ປະເທດລາວ ເນື່ອງຈາກວ່າ ສະຖານທີ່ດັ່ງກ່າວ ຖືກຕັ້ງໃຫ້ເປັນຈຸດໃຈກາງຂອງ ນະຄອນຫຼວງ ວຽງຈັນ ຫຼື ກິໂລແມັດທີ 0 ທີ່ນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈມາທ່ຽວ ແລະ ຖ່າຍຮູບຢູ່ຈຸດນີ້ ຕັ້ງແຕ່ອະດີດຈົນຮອດປັດຈຸບັນ.

ເຊິ່ງກ່ອນໜ້ານີ້ ໄດ້ມີເອກະຊົນເຂົ້າມາສຳປະທານສວນດັ່ງກ່າວ ເຮັດໃຫ້ມີການບົດບັງທັດສະນີຍະພາບຂອງນ້ຳພຸໄປ ບໍ່ເປັນທີ່ດຶງ ດູດຂອງນັກທ່ອງທ່ຽວປານໃດ, ແຕ່ມາຮອດປັດຈຸບັນ ສວນນ້ຳພຸ ດັ່ງກ່າວໄດ້ກັບມາມີບັນຍາກາດທີ່ດີອີກຄັ້ງ ພາຍຫຼັງທີ່ເອກະຊົນ ໄດ້ມອບຄືນໃຫ້ລັດຖະບານ ເປັນຜູ້ຄຸ້ມຄອງ.

ທ່ານ ອຸລິຍະໄຕ ພິມມະສອນ, ອະດີດສື່ມວນຊົນລາວ ໃຫ້ຄຳຄິດເຫັນວ່າ: ກ່ອນໜ້ານີ້ຫຼາຍທ່ານອາດຈະໄດ້ຂີ່ລົດກາຍສວນ ນ້ຳພຸແຫ່ງນີ້ ມັນຈະມີສິ່ງກີດຂວາງຫຼາຍ ທັງອາຄານຂາຍເຄື່ອງ ແລະ ຮ້ານອາຫານ ເຊິ່ງຈະບໍ່ສາມາດເຫັນນ້ຳພຸໄດ້ ເຮັດໃຫ້ບັນຍາກາດ ແລະ ທິວທັດຕ່າງໆ ນັ້ນຫາຍໄປ ຖ້າທຽບໃສ່ໄລຍະ 20 ຫຼັງ. ແຕ່ມາຮອດມື້ນີ້ ຮູ້ສຶກດີໃຈຫຼາຍ ທີ່ເອກະຊົນໄດ້ມອບຄືນໃຫ້ ທາງລັດຖະ ບານເປັນຜູ້ຄຸ້ມຄອງ ໂດຍບັນຍາກາດໃນອະດີດໄດ້ກັບມາແລ້ວ.

ທ່ານ ອຸລິຍະໄຕ ກ່າວຕື່ມວ່າ: ເພິ່ນເອງກໍເປັນຄົນໜຶ່ງທີ່ເກີດຢູ່ບ້ານ ມີໄຊ ເຊິ່ງໃກ້ກັບເຂດສວນນ້ຳພຸແຫ່ງນີ້ ຈຶ່ງມີຄວາມພູກພັນ ຫຼາຍ, ໂດຍໃນເມື່ອກ່ອນສວນນ້ຳພຸນີ້ ຈະເປັນຕະຫຼາດເຊົ້ານ້ຳພຸ ຫຼັງຈາກນັ້ນ ເພິ່ນກໍໄດ້ຍ້າຍຕະຫຼາດເຊົ້າໄປຢູ່ບ່ອນບັດຈຸບັນ ແລະ ຈັດສັນບ່ອນນ້ຳພຸເປັນສວນສາທາລະນະ ເຊິ່ງສະໄໝກ່ອນບ່ອນທ່ອງທ່ຽວຂອງ ນະຄອນຫຼວງ ທີ່ເດັ່ນໆ ຈະມີສວນນ້ຳພຸ, ປະຕູໄຊ ແລະ ພະທາດຫຼວງ.

ສະນັ້ນ, ໃນເມື່ອເພິ່ນມອບໃຫ້ລັດຖະບານຄຸ້ມຄອງແລ້ວທຸກຄົນກໍຄວນປົກປັກຮັກສາຄວາມສະອາດ ເພື່ອເຮັດໃຫ້ສວນນ້ຳພຸແຫ່ງນີ້ ເປັນຈຸດດຶງດູດນັກທ່ອງທ່ຽວຕໍ່ໄປ.

ນາງ ສີມອງ, ນັກສຶກສາ ຈາກສະຖາບັນວິຈິດສິນແຫ່ງຊາດ ປີ 4 ບອກວ່າ: ຮູ້ສຶກດີໃຈທີ່ໄດ້ເຫັນສວນນ້ຳພຸແຫ່ງນີ້ກັບມາມີບັນ ຍາກາດ ທີ່ດີອີກຄັ້ງ ເພາະກ່ອນໜ້ານີ້ ເວລາທີ່ຂີ່ລົດກາຍມາຈະບໍ່ເຫັນວິວຂອງນ້ຳພຸເລີຍ ເຊິ່ງນ້ອງເອງກໍຢາກຂອບໃຈທີ່ທາງ ເອກະຊົນ ໄດ້ເຫັນຄວາມສຳຄັນຂອງສວນນ້ຳພຸແຫ່ງນີ້ ແລະ ໄດ້ມອບໃຫ້ເອກະຊົນເປັນຜູ້ຄຸ້ມຄອງຕໍ່ໄປ ເນື່ອງຈາກວ່າ ສວນນ້ຳພຸ ດັ່ງກ່າວ ມີຈຸດເດັ່ນທີ່ເປັນເອກະລັກໃນໂຕ ແລະ ກໍເປັນຈຸດໃຈກາງຂອງ ນະຄອນຫຼວງ ວຽງຈັນ ທີ່ນັກທ່ອງທ່ຽວຕ້ອງຫາເວລາມາຖ່າຍຮູບໃຫ້ໄດ້.

ທ່ານ ຄຳເພັດ, ພົງສະຫວັດດີ, ຜູ້ນຳທ່ຽວ ຈາກ ບໍລິສັດ World Insight ກ່າວວ່າ: ເພິ່ນເອງກໍເປັນຜູ້ນຳທ່ຽວມາດົນ ຕັ້ງແຕ່ປີ 1996 ເປັນຕົ້ນມາ ເຄີຍພານັກທ່ອງທ່ຽວໄປມາໃນທົ່ວປະເທດລາວ ເຊິ່ງກໍໄດ້ມາເຫັນສວນນ້ຳພຸ ທີ່ເພິ່ນໄດ້ມີການປັບປຸງ, ພັດທະນາໃໝ່ ໃຫ້ມີໂສມໜ້າທີ່ງາມຂຶ້ນກວ່າເກົ່າ ແຕ່ຍັງຄົງຮັກສາເອກະລັກຮູບຊົງເດີມຂອງນ້ຳພຸໄວ້, ຕາມທັດສະນະສ່ວນໂຕ ເຫັນວ່າ ຢາກໃຫ້ສວນນ້ຳພຸແຫ່ງນີ້ເປັນສວນສາທາລະນະທີ່ທຸກຄົນສາມາດເຂົ້າມາທ່ຽວຊົມໄດ້ຕະຫຼອດ ແລະ ບໍ່ຢາກໃຫ້ມີການ ປ່ຽນແປງຫຍັງຫຼາຍ ເພື່ອສ້າງໃຫ້ເປັນບ່ອນທີ່ຄົນທົ່ວໄປ ແລະ ນັກທ່ອງທ່ຽວ ໄດ້ມາພັກຜ່ອນຢ່ອນອາລົມໃນຕອນເຊົ້າ ຫຼື ຕອນຄ້າຍແລງ ທີ່ມີບັນຍາກາດທີ່ດີຕໍ່ໄປ.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.