Thursday, March 20, 2025

ງານມະຫາກຳນະວັດຕະກຳຍືນຍົງ ຄັ້ງທຳອິດໃນພາກອີສານ Isan BCG Expo 2022

Isan BCG Expo 2022 ງານມະຫາກໍານະວັດຕະກໍາຍືນຍົງທີ່ໃຫຍ່ທີ່ສຸດໃນພາກອີສານ ແລະ ຄັ້ງທໍາອິດໃນປະເທດໄທ ເຊິ່ງຈັດໂດຍ KKIC ຫຼື Khon Kaen Innovation Centre ແລະ ກຸ່ມມິດຜົນ ຮ່ວມກັບ 50 ເຄືອຂ່າຍພັນທະມິດ ທັງພາກລັດຖະບານ ແລະ ເອກະຊົນ ເພື່ອຍົກລະດັບ “ພາກອີສານ” ໃຫ້ເປັນສູນກາງສ້າງເສດຖະກິດໄທສູ່ອາຊຽນຍົກ 3ຈຸດແຂງ “ສ້າງສັນ ຕໍ່ຍອດ ຍືນຍົງ”.

ໂດຍສານຕໍ່ວັດທະນະທຳພູມປັນຍາທ້ອງຖິ່ນດ້ວຍນະວັດຕະກຳ ແລະ ເຕັກໂນໂລຊີ, ຕໍ່ຍອດ ພ້ອມທັງເປີດໂອກາດ ແລະ ສົ່ງເສີມໃຫ້ເກີດຄວາມຮ່ວມມືດ້ານທຸລະກິດ ແລະ ວິຊາການກັບໜ່ວຍງານພາກລັດ, ເອກະຊົນ, ນັກລົງທຶນ, ຜູ້ປະກອບການຕ່າງໆ ແລະ ສະຕາດອັບໃນປະເທດ ແລະ ປະເທດໃນ CLMV ໃຫ້ເກີດຜົນສຳເລັດທີ່ເປັນຮູບປະທຳໄປສູ່ການພັດທະນາເສດຖະກິດທີ່ຍືນຍົງ ຕາມຮູບແບບເສດຖະກິດ BCG ທີ່ໄດ້ຈັດຂຶ້ນໃນຕົ້ນເດືອນທັນວາທີ່ຜ່ານມາ ທີ່ Khon Kaen Innovation Centre ຈັງຫວັດຂອນແກ່ນ.

ດຣ. ພິເຊດ ດຸຣົງຄະເວໂຣດ, ຜູ້ອໍານວຍການກຸ່ມມິດຜົນ ກ່າວວ່າ “Isan BCG ພາຍໃຕ້ແນວຄວາມຄິດ Collaboration | ຮ່ວມຢູ່ ຮ່ວມຈະເລີນ ເປັນຈຸດເລີ່ມຕົ້ນຂອງການຂັບເຄື່ອນການພັດທະນາພາກຕາເວັນອອກສຽງເໜືອໄປຈົນເຖິງ 8 ປີຕໍ່ໜ້າ ຫຼື ໃນປີ 2030 ເຊິ່ງຮູ້ດີວ່າພາກອີສານມີຊັບພະຍາກອນຈຳກັດ ແລະ ມີພື້ນທີ່ປະມານ 168,000 ກິໂລຕາແມັດ, ມີປະຊາກອນ 1 ໃນ 3 ຂອງປະເທດ ຫຼື ປະມານ 22,7 ລ້ານຄົນ, ມີແຮງງານປະມານ 12,4 ລ້ານຄົນ ເຊິ່ງໃນນັ້ນປະມານ 60% ຫຼື 6-7 ລ້ານຄົນແມ່ນຊາວກະສິກອນ ເຊິ່ງ GDP ຂອງພາກອີສານ ຄິດໄລ່ເປັນມູນຄ່າ 1,8 ລ້ານລ້ານບາດ ຫຼື ປະມານ 10% ທຽບໃສ່ GDP ຂອງປະເທດ, ແລະ ມີໂອກາດເຕີບໃຫຍ່ເຖິງ 20% ນອກນີ້ຍັງມີ Multimodal Transport & Logistic Hub, ເຊິ່ງລວມມີຂົວເຊື່ອມຕໍ່ ສປປ ລາວ ສະຫນາມບິນ 9 ແຫ່ງໃນ 20 ຈັງຫວັດ ແລະ ເສັ້ນທາງລົດໄຟຢ່າງຕໍ່າ 2 ສາຍທີ່ສໍາຄັນໃນທ້ອງຖິ່ນ, ລວມທັງລົດໄຟຄວາມໄວສູງຂອງໄທ-ຈີນ, ເປັນລົດໄຟສາຍສາກົນເຊິ່ງຈະຊ່ວຍພັດທະນາການຂົນສົ່ງສິນຄ້າ ແລະ ຂົນສົ່ງຜູ້ໂດຍສານ ແລະ ກໍາລັງຈະຜ່ານຈັງຫວັດຂອນແກ່ນໃນໄວໆນີ້.

ໃນ​ນັ້ນ, ​ໂຄງການ​ສາມາດ​ສ້າງ​ມູນ​ຄ່າທາງດ້ານ​ເສດຖະກິດ​ແບບ​ຍືນ​ຍົງ​ໃຫ້​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ. ພາຍໃຕ້ຍຸດທະສາດ BCG ແມ່ນ:

1) BCG ທີ່ມາຈາກ Bio, ເປັນລະບົບເສດຖະກິດຊີວະພາບ, ໂດຍ​ການ​ນໍາ​ໃຊ້​ຊັບ​ພະ​ຍາ​ກອນ​ຊີ​ວະ​ພາບ​ເພື່ອ​ສ້າງ​ມູນ​ຄ່າ​ທາງດ້ານເສດ​ຖະ​ກິດແບບ Circular economy ​ນໍາ​ໃຊ້​ລະ​ບົບ​ເສດ​ຖະ​ກິດ​ແບບໝູນວຽນ​. ເພື່ອຮັກສາຄຸນຄ່າຂອງຊັບພະຍາກອນໂດຍການຫຼຸດຜ່ອນການນໍາໃຊ້ ແລະ ນໍາກັບມາໃຊ້ໃໝ່ ແລະ  Green ລະບົບເສດຖະກິດສີຂຽວ ພັດທະນາຄວາມສົມດູນລະຫວ່າງເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ດ້ວຍກອບແນວຄວາມຄິດທີ່ເລິກເຊິ່ງກວ່າ, ຄື: ການອະນຸລັກ, ຟື້ນຟູ ແລະ ຄຸ້ມຄອງການນຳໃຊ້ຊັບພະຍາກອນຊີວະພາບໃຫ້ມີປະສິດທິພາບສູງສຸດ, ມີຄຸນຄ່າເພີ່ມ ແລະ ເພິ່ງຕົນເອງໄດ້.

2) Cross-Border Trade & Special Economic Zones ໂດຍໃຫ້ຂອນແກ່ນເປັນເຂດເສດຖະກິດພິເສດຂອງພາກພື້ນຕາເວັນອອກສຽງເໜືອ ຫຼື Northeastern Economic Corridor: NeEC-Bioeconomy. ຈັດສັນຜົນປະໂຫຍດ ພັດທະນາລະບົບຕ່ອງໂສ້ການຜະລິດ ແລະ ການບໍລິການ, ຄົ້ນຄວ້າ, ພັດທະນາ ແລະ ຖ່າຍທອດເຕັກໂນໂລຊີ ການພັດທະນາພື້ນຖານໂຄງລ່າງ ແລະ ການພັດທະນາແຮງງານ ພ້ອມທັງສະໜັບສະໜູນຜູ້ປະກອບການ,

3) ການຫັນປ່ຽນພາກຕາເວັນອອກໄປສູ່ Digital Valley, ແລະ 4) ນຳເອົາ 3 ສິ່ງທັງໝົດມາລວມກັນເພື່ອສ້າງ BCG Hub ຂອງອີສານທີ່ທຸກສິ່ງທຸກຢ່າງມີການພົວພັນກັນ, ສົ່ງຜົນໃຫ້ເກີດ ISAN 2030 ເຊິ່ງທັງໝົດນີ້ທຸກຂະແໜງການຕ້ອງຮ່ວມຂັບເຄຶ່ອນໄປນຳກັນ.”

ທ່ານ ກະວິນ ວ່ອງກຸສົນກິດ, ກຳມະການ ສູນນະວັດຕະກຳຂອນແກ່ນ (KKIC), ໄດ້ກ່າວວ່າ: “ແນວຄວາມຄິດແບບ Collaboration ຮ່ວມຢູ່ ຮ່ວມຈະເລີນ ແມ່ນແນວຄວາມຄິດຂອງປີທໍາອິດ ທີ່ເປັນແຮງບັນດານໃຈໃຫ້ສັງຄົມ ໂດຍໄດ້ຮັບຮອງເອົາຮູບແບບເສດຖະກິດ BCG: Bio, Circular economy ແລະ Green economy ໃຫ້ກາຍເປັນພື້ນຖານທີ່ເຂັ້ມແຂງ ສ້າງ​ຊຸມ​ຊົນ, ສ້າງ​ຍຸດ​ທະ​ສາດ, ພື້ນ​ຖານ​ໂຄງ​ລ່າງ ແລະ ນະວັດຕະກໍາ, ເຊິ່ງຂອນແກ່ນ ຖືໄດ້ວ່າເປັນສູນກາງການຄົມມະນາຄົມທາງພາກຕາເວັນອອກສຽງເໜືອ ແລະ ເປັນປະຕູສູ່ພາກຕາເວັນອອກສຽງເໜືອ ດ້ວຍທ່າແຮງ ແລະ ຄວາມອຸດົມສົມບູນທາງດ້ານວັດທະນະທໍາ ລວມທັງຊີວະນາໆພັນທີ່ສົມດູນ ແລະມີຄວາມໄດ້ປຽບການລົງທຶນຍຸດທະສາດ ໄດ້ຮັບການຮັບຮອງເປັນເມືອງ MICE ແລະ Smart City, ສາມາດເຊື່ອມຕໍ່ 1 ໃນ 3 ຂອງໄທເຂົ້າກັບປະເທດເພື່ອນບ້ານ.

ນີ້​ແມ່ນ​​ເງື່ອນ​ໄຂ​ເພື່ອ​ສ້າງ​ການ​ປ່ຽນ​ແປງ​ທາງເສດຖະກິດ​ສັງຄົມ​ຢ່າງ​ມີ​ປະສິດທິ​ພາບ. ສໍາລັບງານ Isan BCG Expo 2022 ແລະ Isan BCG Forum 2022, ນີ້ແມ່ນການເລີ່ມຕົ້ນຂອງໂອກາດອັນດີສໍາລັບການພັດທະນາເສດຖະກິດແບບຍືນຍົງຂອງຂອນແກ່ນ. ເຊິ່ງພວກເຮົາຈັດໃຫ້ປະເທດໄທ ແລະ ປະເທດເພື່ອນບ້ານ CLMVT ໄດ້ມີໂອກາດປະສານງານແນວຄວາມຄິດ ໂດຍ Isan BCG Expo ມີຈຸດປະສົງເພື່ອເຊື່ອມຕໍ່ຄວາມຮູ້ ແລະ ແນວຄວາມຄິດຮ່ວມກັນ ໃນຂະນະ​ທີ່​ Isan BCG Forum ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ໂດຍ​ບັນດາ​ຜູ້ນຳ​ຈາກ​ທຸກ​ຂະ​ແໜງ​ການ ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈັດງານໃນຄັ້ງນີ້ ​ບໍ່ພຽງແຕ່ກະຕຸ້ນແນວຄວາມຄິດສໍາລັບການເຮັດທຸລະກິດເທົ່ານັ້ນ ແຕ່ຍັງສ້າງໂອກາດສຳລັບ Business Matching ຈາກຫຼາກຫຼາຍທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມຍືນຍົງ ແລະ ເຕີບໃຫຍ່ຂະຫຍາຍຕົວໃນເສດຖະກິດໃຫ້ຂອນແກ່ນ ແລະ ພາກຕາເວັນອອກສຽງເໜືອ ລວມທັງການກະກຽມກ້າວເຂົ້າສູ່ການເປັນສູນກາງເສດຖະກິດໃນປີ 2030”.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.