Saturday, November 1, 2025
Kbank Laos โอน รับ จ่าย

ປີໃໝ່ ເຮັດກິດຈະກຳຫຍັງດີ! 8 ກິດຈະກຳສົ່ງທ້າຍປີ 2022

ອີກບໍ່ພໍເທົ່າໃດມື້ ກໍຈະກ້າວເຂົ້າສູ່ປີໃໝ່ກັນແລ້ວ ເຊິ່ງໃນໄລຍະນີ້ທ່ານມີແຜນຈະເຮັດຫຍັງກັນແດ່? ແຕ່ຖ້າຍັງບໍ່ຮູ້ວ່າຈະເຮັດຫຍັງດີ ມື້ນີ້ ອິນໄຊລາວ ເຮົາມີກິດຈະກຳມາແນະນຳ ໃນຊ່ວງເທດສະການສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີໃໝ່ 2023 ມາໃຫ້ເຮັດເຊົາເຫງົາ ເຊົາເສົ້າກັນໄປເລີຍ, ມາເບິ່ງນຳກັນວ່າມີກິດຈະກຳອັນໃດແດ່ໃຫ້ເຮັດ!!!

  • ເຄົ້າດາວ

ການເຄົ້າດາວ ຫຼື ນັບຖອຍຫຼັງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຄົງຈະເປັນກິດຈະກຳ ອັນດັບທຳອິດທີ່ຫຼາຍໆ ຄົນຈະເຮັດ ເພາະໃນຊ່ວງເທດສະການແບບນີ້ຫຼາຍຄົນຄົງບໍ່ຢາກຂີ່ລົດອອກໄປຕ່າງແຂວງ ແລະ ຈະຊອກສະຖານທີ່ເຄົ້າດາວໃກ້ໆ ນະຄອນຫຼວງ ຈັກບ່ອນ ຫຼື ຫາສະຖານທີ່ຈັດກິດຈະກຳໃຫ້ຍ່າງທ່ຽວຫຼິ້ນ ຊົມໄຟແສງສີຕ່າງໆ ຢູ່ພາຍໃນຕົວເມືອງ ຫຼື ອາດຈະສັງສັນກັນຢູ່ທີ່ເຮືອນເພື່ອກຽມເຄົ້າດາວ.

  • ສູດມົນຂ້າມປີ

  ການສູດມົນຂ້າມປີ ເປັນອີກກິດຈະກຳໜຶ່ງ ທີ່ສາຍທຳມະທຳໂມ ຫຼື ຄົນທີ່ບໍ່ມັກຄວາມວຸ້ນວາຍ ນິຍົມກັນ ແລະ ກໍເປັນອີກໜຶ່ງກິດຈະກຳທີ່ຜູ້ຄົນສົນໃຈ ເພື່ອຕ້ອນຮັບປີໃໝ່ເປັນສິຣິມຸງຄຸນກັບຊີວິດ ໃນຊ່ວງເທດສະການສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຕາມແບບວິຖີຊາວພຸດຂອງລາວເຮົາ ຊຶ່ງໃນໄລຍະທ້າຍປີແບບນີ້ ຢູ່ຕາມວັດໃຫຍ່ໆ ເຂດ ນະຄອນຫຼວງ ວຽງຈັນ ແລະ ຕ່າງແຂວງ ກໍມັກຈະເຮັດກິດຈະກຳສວດມົນຂ້າມປີ ໃຜໃກ້ວັດໃດກໍໄປວັດນັ້ນເດີ້.

  • ທ່ອງທ່ຽວຕ່າງແຂວງ.

ໃນຍຸກເສດຖະກິດແບບນີ້ໃຫ້ໄປທ່ອງທ່ຽວຕ່າງປະເທດຄົງຈະບໍ່ໄຫວ ຂໍທ່ຽວຕ່າງແຂວງແທນດີກວ່າ ຈະໄດ້ສົ່ງເສີມການທ່ອງທ່ຽວລາວໄປໃນໂຕ ຍິ່ງຊ່ວງໄລຍະພັກຍາວແບບນີ້ ກໍເປັນອີກໜຶ່ງກິດຈະກຳທີ່ນິຍົມກັນຫຼາຍ ໃນຊ່ວງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ແຕ່ການທີ່ເຮົາຈະໄປທ່ອງທ່ຽວຕ່າງແຂວງນັ້ນ ກໍຕ້ອງວາງແຜນດີໆ ບໍ່ວ່າຈະເປັນເລື່ອງການຈອງທີ່ພັກ, ສະຖານທີ່ທ່ອງທ່ຽວ, ອາຫານການກິນ, ເນື່ອງຈາກວ່າໃນຊ່ວງເທດສະການແບບນີ້ ກໍຈະມີຜູ້ຄົນຈຳນວນຫຼາຍພາກັນໄປພັກຜ່ອນ ເຮັດໃຫ້ຕ້ອງໄດ້ວາງແຜນດີໆ ອີກທັງເລື່ອງຄວາມປອດໄພໃນການຂັບຂີ່ ກໍຕ້ອງກຽມຄວາມພ້ອມສະເໝີ ຖ້າໃຜຊອກຫາກິດຈະກຳທ່ອງທ່ຽວໃນຊ່ວງປີໃໝ່ ການທ່ອງທ່ຽວຕ່າງແຂວງ ກໍເປັນການອອກໄປພັກຜ່ອນຢ່າງດຮເລີຍລະ!.

  • ໄຫວ້ພະ 9 ວັດ.

ກິດຈະກຳສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ຄົງຈະຂາດບໍ່ໄດ້ເລີຍສຳລັບປະເທດທີ່ຖືສາສະໜາພຸດຄືບ້ານເຮົາ ນັ້ນກໍຄືກິດຈະກຳເຮັດບຸນໄຫວ້ພະ 9 ວັດ ຖວາຍສັງຄະທານ ເພື່ອເສີມຄວາມເປັນສິລິມຸງຄຸນໃຫ້ກັບຊີວິດ ໃນມື້ປີໃໝ່.

  • ເຮັດຄວາມສະອາດເຮືອນ.

ສຳລັບຄົນທີ່ບໍ່ຢາກອອກໄປວຸ້ນວາຍໃນຊ່ວງເທດສະການ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ກໍຄົງເລືອກເຮັດກິດຈະກຳຢູ່ເຮືອນ ເປັນຕົ້ນແມ່ນເຮັດຄວາມສະອາດເຮືອນຕ້ອນຮັບປີໃໝ່ ເພາະຜ່ານມາຫຼາຍຄົນຄົງຈະບໍ່ຄ່ອຍມີເວລາເຮັດຄວາມສະອາດບ້ານເຮືອນໄດ້ຢ່າງເຕັມທີ່ ສະນັ້ນ, ໄລຍະພັກຍາວປີໃໝ່ນີ້ຈຶ່ງເປັນຊ່ວງເວລາທີ່ດີ ເພື່ອເຮັດໃຫ້ເຮືອນສະອາດ ຫຼື ອອກໄປຊື້ເຄື່ອງມາຕົບແຕ່ງເຮືອນໃໝ່ ໃຫ້ມີຄວາມສະບາຍຕາຂຶ້ນ ອີກທັງຍັງຊ່ວຍໃຫ້ເຮົາບໍ່ເຫງົາ ບໍ່ເບື່ອ ໃນຊ່ວງພັກຍາວປີໃໝ່ນຳອີກ.

  • ມອບຂອງຂັວນປີໃໝ່.

ເມື່ອຮອດມື້ປີໃໝ່ແລ້ວ ກິດຈະກຳອີກອັນໜຶ່ງທີ່ຂາດບໍ່ໄດ້ ແມ່ນການມອບຂອງຂັວນປີໃໝ່ໃຫ້ກັບຄົນທີ່ເຮົາຮັກ ເພື່ອແທນຄຳຂອງໃຈ, ມອບຄວາມສຸກໃຫ້ກັນໃນມື້ປີໃໝ່ ພ້ອມທັງຮັບຄຳອວຍພອນຈາກຜູ້ໃຫຍ່, ສ່ວນຂອງຂັວນທີ່ຈະໃຫ້ອາດຈະເປັນ ກະຕ່າໝາກໄມ້, ຕົ້ນໄມ້ມຸງຄຸນ, ເຄື່ອງຕົບແຕ່ງເຮືອນ ຫຼື ອາດຈະເປັນກິດຈະກຳຈັບສະຫຼາກ ຫຼິ້ນເກມຊິງລາງວັນ ກໍຍິ່ງເຮັດໃຫ້ເກີດຄວາມມ່ວນຊື່ນໃນໝູ່ເພື່ອນຄອບຄົວ ໃຫ້ມີບັນຍາກາດອົບອຸ່ນໄດ້.

  • ສົ່ງຂໍ້ຄວາມອວຍພອນຜ່ານແອັບ

ໃນຍຸກປັດຈຸບັນ ສິ່ງທີ່ຂາດບໍ່ໄດ້ເລີຍຄືໂທລະສັບ ເຊິ່ງກໍເປັນອີກໜຶ່ງກິດຈະກຳທີ່ຫຼາຍຄົນເຮັດໃນຊ່ວງເທດສະການຕ່າງໆ ເປັນຕົ້ນແມ່ນຄຳອວຍພອນ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ຫຼື ກຽມຂໍ້ຄວາມອວຍພອນດີໆ ແລ້ວສົ່ງໄປໃຫ້ຄົນໃນຄອບຄົວ, ໝູ່ເພື່ອນ ຄົນຮັກແພງ ຫຼັງຈາກເຄົ້າດາວແລ້ວ ເຊິ່ງກິດຈະກຳນີ້ ຖືວ່າໄດ້ຮັບຄວາມນິຍົມກັນຫຼາຍ ເພາະເປັນການເລີ່ມຕົ້ນປີໃໝ່ດ້ວຍຄຳອວຍພອນ.

  • ສັງສັນກັບຄອບຄົວ.

ສຳລັບຜູ້ໃດຫຼາຍໆຄົນທີ່ບໍ່ຄ່ອຍມີໂອກາດຢູ່ກັບຄອບຄົວ ມື້ພັກຍາວນີ້ກໍເຮັດໃຫ້ໄດ້ໂອກາດຢູ່ພ້ອມໜ້າພ້ອມຕາກັບຄອບຄົວ ແລ້ວກໍຫາກິດຈະກຳມ່ວນເຮັດຮ່ວມກັນ ບໍ່ວ່າຈະເປັນການເຮັດອາຫານຮ່ວມກັນ ຫຼື ສັ່ງອາຫານມາກິນ ເຊັ່ນ: ຊີ້ນດາດ, ປີ້ງບາບີຄິວ…ກໍເປັນອີກທາງເລືອກໜຶ່ງ ທີ່ເປັນກິດຈະກຳຮ່ວມກັນໃນຄອບຄົວ ກໍຍິ່ງເຮັດໃຫ້ຊ່ວງເວລາໃນຄ່ຳຄືນມື້ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ມີຄວາມອົບອຖຸ່ນ ເອີ້ນໄດ້ວ່າ ມີຄວາມສຸກຄູນສອງກັນເລີຍລະ ຖ້າໃຜບໍ່ມີແຜນໄປໄສ ກໍລອງຫາໂອກາດຢູ່ກັບຄອບຄົວທີ່ທ່ານຮັກ ແລ້ວເຮັດກິດຈະກຳງ່າຍໆ ທຳມະດາ ມັນອາດຈະເປັນຄວາມສຸກທີ່ດີທີ່ສຸດກໍໄດ້.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.