Saturday, April 26, 2025
Kbank Laos โอน รับ จ่าย

ປີ 2023 ນີ້ ໄດ້ຕັ້ງເປົ້າໝາຍຊີວິດກັນໄວ້ແລ້ວບໍ່?

ທຸກຄົນລ້ວນແລ້ວແຕ່ມີເປົ້າໝາຍໃນຊີວິດທີ່ວາງໄວ້ ແລະ ມຸ້ງຫວັງທີ່ຈະເຮັດໃຫ້ມັນສຳເລັດ ບໍ່ວ່າຈະເປັນ ດ້ານວຽກງານ, ດ້ານການເບິ່ງແຍງສຸຂະພາບ ຫຼື ເປົ້າໝາຍໃນການເກັບເງິນ, ເຖິງວ່າເປົ້າໝາຍຂອງແຕ່ລະຄົນຈະແຕກຕ່າງກັນ ແຕ່ສຸດທ້າຍແລ້ວ ການຕັ້ງເປົ້າໝາຍໃນຊີວິດ ກໍເພື່ອການຕອບໂຈດໃຫ້ຕົນເອງເຮັດສິ່ງທີ່ຕັ້ງໄວ້ ໃຫ້ສຳເລັດ ມື້ນີ້ເຮົາຈະມາແນະນຳ ການຕັ້ງເປົ້າໝາຍໃນຊີວິດ ເພື່ອໃຜທີ່ຍັງຄິດບໍ່ອອກວ່າປີນີ້ຈະວາງແຜນຊີວິດແບບໃດລອງເອົາວີທີທີ່ເຮົາແນະນຳນີ້ໄປລອງໃຊ້ກັນໄດ້ເດີ.

  • ຕັ້ງເປົ້າໝາຍໄວ້ວ່າສິ່ງທີ່ເຮົາເຮັດນັ້ນ ເຮົາຕ້ອງການຫຍັງ

ເມື່ອຕັ້ງເປົ້າໝາຍຊີວິດແລ້ວ ເຮົາຕ້ອງຕັດສິນໃຈຢ່າງເດັດຂາດ ແລະ ຈິງຈັງກັບມັນ, ບາງຄົນຢາກເຮັດທຸລະກິດ, ບາງຄົນຢາກມີເງິນຫຼາຍ, ບາງຄົນຢາກຈ່ອຍ ໃຫ້ເຮົາຄິດໄວ້ວ່າ ສິ່ງທີ່ເຮົາຈະເຮັດນັ້ນເປັນສິ່ງທີ່ເຮົາຕັ້ງໃຈແທ້ໆ ບໍ່ແມ່ນເຮັດເພາະເຫັນຄົນອື່ນເຮັດ ແລ້ວເຮັດຕາມ ແລະ ເວລາເຮັດບໍ່ສຳເລັດ ຈະມີຄວາມທໍ້ແທ້, ຢຸດເຮັດ ເພາະນັ້ນມັນບໍ່ແມ່ນສິ່ງທີ່ເຈົ້າຕ້ອງການແທ້ ເປັນພຽງແຕ່ກະແສຊົ່ວຄາວເທົ່ານັ້ນເອງ.

  • ກໍານົດເປົ້າໝາຍ

ເມື່ອຮູ້ວ່າເປົ້າໝາຍຊີວິດ ຫຼືສິ່ງທີ່ຕ້ອງການເຮັດຄືຫຍັງແລ້ວ ຕໍ່ໄປກໍຄືການກຳນົດເປົ້າໝາຍ ເພາະການທີ່ຈະປະສົບຜົນສຳເລັດໄດ້ ສ່ວນໜຶ່ງກໍມາຈາກການກຳນົດເປົ້າໝາຍທີ່ຊັດເຈນ ກຳນົດໄປເລີຍວ່າຈະສຳເລັດໃນວັນທີ, ເດືອນ ແລະ ປີໃດ ແຕ່ຕ້ອງສອດຄ່ອງກັບຄວາມເປັນຈິງ ທີ່ຈະສາມາດເຮັດໃຫ້ສຳເລັດໄດ້ ສຸດທ້າຍແລ້ວຖ້າຕັ້ງເປົ້າໝາຍຊີວິດໄວ້ ແຕ່ບໍ່ຍອມລົງມືເຮັດ ເປົ້າໝາຍທີ່ຕັ້ງໄວ້ກໍເປັນພຽງຄວາມຝັນລົມໆແລ້ງໆ ບໍ່ມີມື້ເກີດຂຶ້ນຈິງ ດັ່ງນັ້ນຈຶ່ງຕ້ອງລົງມືເຮັດຢ່າງຈິງຈັງນຳ.

  • ວາງແຜນ

ການວາງແຜນ ອາດກຳນົດຄວບຄູ່ໄປກັບການກຳນົດເປົ້າໝາຍໃນຊີວິດ ໂດຍອາດຈະຕ້ອງກຳນົດອອກມາວ່າ ມື້ນີ້ເຮົາຕ້ອງເຮັດຫຍັງ, ເດືອນໜ້າເຮົາຕ້ອງເຮັດຫຍັງຕໍ່ ໃຫ້ຂຽນເປົ້າໝາຍໄວ້ເປັນຂໍ້ຍ່ອຍໆ, ເປົ້າໝາຍຍ່ອຍໆແບບນີ້ອາດສົ່ງຕໍ່ໃຫ້ໄປເຖິງເປົ້າໝາຍທີ່ໃຫຍ່ໄດ້ ປຽບດັ່ງການກະຈາຍວຽກເຮັດເທື່ອລະນ້ອຍ ພໍລວມເຂົ້າກັນກໍອາດຈະກາຍເປັນເປົ້າໝາຍໃຫຍ່ ດັ້ງນັ້ນ ການວາງແຜນຈະຕ້ອງໃຫ້ສອດຄ່ອງກັບເປົ້າໝາຍ ແລະ ເຮັດໃຫ້ສຳເລັດຕາມທີ່ວາງໄວ້ນຳ.

  • ລົງມືປະຕິບັດ

ເມື່ອກຳນົດເປົ້າໝາຍ ແລະ ວາງແຜນຮຽບຮ້ອຍແລ້ວ ກໍເລີ່ມລົງມືປະຕິບັດໄດ້ເລີຍ, ຈົ່ງມຸ້ງໝັ້ນຕັ້ງໃຈ, ທຸ້ມເທເຮັດໃຫ້ເຕັມທີ່ ໝັ່ນທົບທວນເປົ້າໝາຍໃນຊີວິດຢູ່ສະເໝີ ຢ່າກັງວົນຕໍ່ອຸປະສັກທີ່ຈະເກີດຂຶ້ນ ເພາະອຸປະສັກເປັນບົດທົດສອບ ປຽບເໝືອນຂັ້ນໄດ ໃຫ້ເຮົາກ້າວຂ້າມໄປສູ່ຄວາມສຳເລັດ ຫາກຄິດ ແລະ ແກ້ໄຂບັນຫາໄດ້ ຄວາມສຳເລັດກໍຈະຢູ່ບໍ່ໄກຢ່າງແນ່ນອນ.

  • ສ້າງຄວາມສຳເລັດຕໍ່ເນື່ອງ

ເມື່ອເຮົາໄດ້ເລີ່ມເຮັດສິ່ງຕ່າງໆ ຈົນສຳເລັດຕາມເປົ້າໝາຍ ກໍຢ່າລືມຮັກສາມາດຕະຖານນີ້ໄວ້ໃຫ້ຄົງທີ ຢ່າມົວຫຼົງຢູ່ກັບຄວາມສຳເລັດທີ່ໄດ້ມາ ເພາະບໍ່ຮູ້ວ່າຄວາມສຳເລັດທີ່ໄດ້ມານັ້ນ ຈະຢູ່ກັບເຮົາໄປຕະຫຼອດຫຼືບໍ່, ຄວນຮຽນຮູ້ສິ່ງໃໝ່ໆຢູ່ສະເໝີ ເພື່ອການພັດທະນາຕົນເອງ ໃຫ້ປະສົບຜົນສຳເລັດໃນທຸກໆດ້ານ.

ດັ່ງນັ້ນແລ້ວ ບໍ່ມີຫຍັງຍາກ ເກີນຄວາມສາມາດຂອງເຮົາ ຫາກເຮົາມຸ້ງໝັ້ນຕັ້ງໃຈ ມີເປົ້າໝາຍໃນຊີວິດທີ່ແນ່ນອນ ບໍ່ຫຍໍ້ທໍ້ຕໍ່ອຸປະສັກທີ່ເຂົ້າມາລະຫວ່າງທາງ ເຊື່ອໄດ້ເລີຍວ່າ ຄວາມສຳເລັດຢູ່ບໍ່ໄກແນ່ນອນ ແລະ ເມື່ອເຈົ້າຮູ້ຈັກການຕັ້ງເປົ້າໝາຍ ແລະ ລະບຸຈຸດປະສົງຂອງເຈົ້າແລ້ວ ກໍອາດຈະເຮັດໃຫ້ຄວາມຝັນເຮົາສຳເລັດໄດ້.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.