ລວມເຄື່ອງມື! ໃນໂທລະສັບທີ່ຕ້ອງມີຕິດໄວ້ ຈະຊ່ວຍໃຫ້ເຮັດວຽກງ່ານຂຶ້ນ

ເຄື່ອງມືທີ່ຕ້ອງມີໃນໂທລະສັບ ສາມາດເປັນຕົວຊ່ວຍທີ່ດີໄດ້ ເມື່ອເຮົາຕ້ອງເຮັດວຽກໃຫ້ສຳເລັດ ແລະ ເຄື່ອງມືທີ່ຈຳເປັນສະເພາະທາງ ກໍສາມາດຊ່ວຍໃຫ້ຈັດລະບຽບ ປະຫຍັດເວລາ ແລະ ເພີ່ມປະສິດທິພາບສູງສຸດ ໃນການເຮັດວຽກໄດ້.

ໂດຍມື້ນີ້ ອິນໄຊລາວ ຈະມາແນະນຳ ຕົວຊ່ວຍທີ່ຈະເຮັດໃຫ້ ການເຮັດວຽກມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ ເຊິ່ງປະກອບມີດັ່ງນີ້.

Picarts

ແອັບແຕ່ງຮູບຟັງຊັນຄົບຊຸດ ສຳລັບສາຍອອກແບບ ຫຼື ຕັດຕໍ່ຮູບພາບ ມັນຈະເປັນຕົວຊ່ວຍທີ່ດີສຳລັບເຄື່ອງມືແບບພົກພາງ່າຍໃນໂທລະສັບ ບໍ່ຈຳເປນັຕ້ອງອອກແບບຜ່ານຄອມພິວເຕີໜັກໆກໍໄດ້ ເຊິ່ງມີເຄື່ອງມືທີ່ຫຼາຍຫຼາຍໃນດານໃຊ້ງານ.

WPS

WPS Office ເປັນແອັບພິເຄຊັນແບບຄົບວົງຈອນ ມີເຄື່ອງມືຕ່າງໆ ພ້ອມໃຫ້ຜູ້ໃຊ້ງານໄດ້ເລືອກໃຊ້ ເຊັ່ນ: ການແປງໄຟລ໌ PDF ໃຫ້ເປັນ Word ຫຼື ຈະແປງຈາກ Word, text, excel, Powerpoit, doc ເປັນ PDF ດໍໄດ້ເຊັ່ນກັນ ແລະ ຍັງມີການສະແກນເອກະສານໂດຍການຖ່າຍຮູບພາບ ພ້ອມກັບມີ Office ໃຫ້ໃຊ້ງານໃນໂຕ GoogleDocs, Google Sheets, Microsoft Office Word, PowerPoint ແລະ Excel.

pinterest

ສຳລັບແອັບພິເຄຊັນ Pinterest ທາງຜູ້ພັດທະນາແອັບ ໄດ້ແຈກຮູບພາບ ແລະ ວີດີໂອໃຫ້ ເພື່ອໃຫ້ຜູ້ໃຊ້ງານສາມາດນໍາໄປໃຊ້ຟຣີແບບບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆທັງນັ້ນ ເໝາະສຳລັບຜູ້ທີ່ເຮັດຄອນເທັ້ນຕ່າງໆ.

Business suite

ແອັບນີ້ໄດ້ລວມເອົາຟີດຈີເດັ່ນໆຂອງ Facebook ທີ່ເປັນທີ່ນະຍົມຈສກຜູ້ໃຊ້ງານ ເຊັ່ນ: Facebook Pages Managers, Facebook Analytics ແລະ Facebook Ads Manager ໄວ້ໃນບ່ອນດຽວກັນ ເຊິ່ງ Facebook Business Suit ເຮັດວຽດໄດ້ຫຼາຍຫຼາຍ ບໍ່ວ່າຈະເປັນ ການສ້າງໂພສ, ການຕັ້ງເວລາໂພສລ່ວງໜ້າ, ສົ່ງຂໍ້ຄວາມຜ່ານ Messenger, ຕອບຄອມເມັ້ນ ແລະ ຍິງໂຄສະນາ.

Capcut

CapCut ເປັນແອັບຕັດຕໍ່ວີດີໂອ ທີ່ຈະຊ່ວຍໃຫ້ເນື້ອຫາວີດີໂອໂດດເດັ່ນ ແລະ ຕັດຕໍ່ງ່າຍຂຶ້ນ ແອັບນີ້ມີຟີເຈີເດັ່ນໆທີ່ຄົນມັກນິຍົມໃຊ້ຕັດຕໍ່ໃນຄອມມາໄວ້ໃນແອັບໆດຽວ ບໍ່ວ່າຈະເປັນ ການຕັດ, ການໃສ່ສຽງ, ການໃສ່ Transation, ໂຕໜັງສື, ຮູບພາບ, ເລັ່ງຄວາມໄວ, Overlay ຕ່າງໆ ແລະ ອື່ນໆອີກຫຼາຍໆ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...