Monday, June 23, 2025
Kbank Laos โอน รับ จ่าย

ຜູ້ຕິດເຊື້ອໂຄວິດ-19 ໃນເດືອນທັນວາເພີ່ມຂຶ້ນ 2 ເທົ່າ ເມື່ອທຽບໃສ່ ເດືອນພະຈິກ

ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ໄດ້ໃຫ້ຮູ້ວ່າ: ຈໍານວນຜູ້ຕິດເຊື້ອລວມທັງໝົດປະຈຳເດືອນ ທັນວາ 2022 ນັບຕັ້ງແຕ່ວັນທີ 1-30 ທັນວາ 2022 ມີຜູ້ຕິດເຊື້ອໃຫມ່ລວມທັງໝົດເຖິງ 1.101 ຄົນ, ມີຜູ້ຕິດເຊື້ອສະສົມທັງໝົດ 217.794 ຄົນ ແລະ ມີຜູ້ເສຍຊີວິດສະສົມທັງໝົດ 670 ຄົນ.

ເມື່ອທຽບໃສ່ເດືອນພະຈິກທີ່ຜ່ານມາ ຈະເຫັນໄດ້ວ່າ ຍອດຜູ້ຕິດເຊື້ອລວມປະຈຳເດືອນຢູ່ໃນ ສປປ ລາວ ຍັງເພີ່ມຂຶ້ນຫຼາຍເຖິງ 2 ເທົ່າ ແລະ ກໍມີຜູ້ເສຍຊີວິດສະສົມເພີ່ມ 5 ຄົນ, ການເພີ່ມຂຶ້ນຂອງຜູ້ຕິດເຊື້ອບໍ່ໄດ້ເກີດຂຶ້ນແຕ່ໃນບ້ານເຮົາ ເພາະໃນທ້າຍເດືອນທັນວາ 2022 ທີ່ຜ່ານມາ ມີສາ່ຍການບິນຈາກຈີນໄປອີຕາລີ ກໍພົບຜູ້ຕິດເຊືິ້ອໂຄວິດ-19 ເພີ່ມຂຶ້ນເປັນຈໍານວນຫຼາຍ ໃນສາຍການບິນທຳອິດມີທັງໝົດ 92 ຄົນ ມີຜົນບວນ 35 ຄົນ ແລະ ສາຍການບິນທີສອງມີທັງໝົດ 120 ຄົນ ມີຜົນເປັນບວກ 62 ຄົນ.

ເຖິງຢ່າງໃດກໍຕາມ ກົມກວດຄົນເຂົ້າເມືອງແຫ່ງຊາດຂອງຈີນ ຍັງໄດ້ໃຫ້ຮູ້ອີກວ່າ ໃນວັນທີ 8 ມັງກອນ 2023 ຈະເລີ່ມເຮັດໜັງສືເດີນທາງສຳລັບຜູ້ທີ່ຈະເດີນທາງໄປຕ່າງປະເທດໃຫ້ກັບປະຊາຊົນ ລວມໄປເຖິງອອກໜັງສືຮັບຮອງໃຫ້ນັກທ່ອງທ່ຽວ ແລະ ນັກທຸລະກິດໃຫ້ສາມາດໄປທີ່ປະເທດຈີນໄດ້.

ຈາກຂໍ້ມູນທີ່ກ່າວມາຂ້າງເທິງຈະຫັນໄດ້ວ່າ ຍັງມີເປີເຊັນທີ່ຜູ້ຕິດເຊື້ອອາດຈະມີເພີ່ມຂຶ້ນ ເມື່ອມີນັກທ່ອງທ່ຽວຈາກຈີນເຂົ້າມາທີ່ ສປປ ລາວ ເຊິ່ງປະເທດເຮົາເອງກໍຍັງບໍ່ມີມາດຕະການໃນການຮັບມືຢ່າງສະເພາະເຈາະຈົງໃນການປ້ອງກັນໂຄວິດ-19 ແລະ ການຄັດກອງຄົນທີ່ຈະເດີນທາງມາທ່ອງທ່ຽວ, ເພາະ ສປປ ລາວ ເຮົາຫາກໍປະກາດເຫັນດີໃຫ້ລົບລ້າງການຢັ້ງຢືນການນໍາໃຊ້ໃບຢັ້ງຢືນສັກວັກຊີນຄົບໂດສ ແລະ ລົບລ້າງການກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ຕາມແຈ້ງການຈາກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1914/ຫສນຍ ລົງວັນທີ 23 ທັນວາ 2022.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.