4 ກິລາທີ່ບໍ່ຄວນພາດໃນງານບຸນກິນຈຽງຂອງຊົນເຜົ່າມົ້ງ

ບຸນກິນຈຽງຂອງຊົນເຜົ່າມົ້ງ ແມ່ນປະເພນີໜຶ່ງທີ່ສືບທອດກັນມາແຕ່ບູຮານນະການ ຈະມີການຈັດຂຶ້ນໃນທຸກໆປີ ເຊິ່ງຈະເລີ່ມຈັດແຕ່ກາງເດືອນທັນວາ ຈົນເຖິງ ເດືອນມັງກອນ, ພາຍໃນງານຈະມີການຈັດກິດຈະກຳການແຂງຂັນກິລາ ແລະ ປະເພດນີຕ່າງໆຂອງຊົນເຜົ່າມົ້ງ ທີ່ສືບທອດກັນມາແຕ່ດົນນານ ມື້ນີ້ເຮົາຈະພາມາຮູ້ຈັກ 4 ກິລາ ຫຼັກໆຂອງຊົນເຜົ່າມົ້ງໃນງານບຸນກິນຈຽງ ປະກອບມີ: ເປົ່າແຄນເທິງເຊືອກ, ຕີໝາກຂ່າງ, ຍິງໜ້າເກັກ ແລະ ງົວຊົນງົວ; ເຊິ່ງກິລາທັງ 4 ຢ່າງນີ້ ຈະຊ່ວຍສ້າງຄວາມມ່ວນຊື່ໃຫ້ກັບຜູ້ທີ່ມາທ່ຽວຊົມ.

ເປົ່າແຄນ​ເທິງ​ເ​ຊືອກ:

ການເປົ່າແຄນ​ເທິງ​ເ​ຊືອກ ແມ່ນກິລາປະເພດໜຶ່ງ ທີ່ສຶບທອດກັນມາແຕ່ດົນນານ ແລະ ຈັດການແຂ່ງຂັນໃນທຸກປີ ເຊິ່ງນັກກິລາແຕ່ລະຄົນ ຕ້ອງນຸ່ງເຄື່ອງຂອງຊົນເຜົ່າມົ້ງ ແລະ ຕ້ອງມີແຄນທີ່ເຮັດດ້ວຍໄມ້ ເປັນຂອງຕົນເອງ.

ຕີ​ໝາກ​ຂ່າງ:

ກິລາຕີໝາກຂ່າງ ແມ່ນນັກກິລາແຕ່ລະຄົນ ຕ້ອງມີລູກໝາກຂ່າງເປັນຂອງຕົນເອງ ການຕີໝາກຂ່າງ ແມ່ນຈະມີ: ປະເພດຄູ່, ປະເພດດຽວ ແລະ ປະເພດທີມ, ໄລຍະຫ່າງໃນການຕີໝາກຂ່າງມີ: 5 ແມັດ,10 ແມັດ, 15 ແມັດ.

ຍິງໜ້າ​ເກັກ:  

ແມ່ນກິລາ ທີ່ຈັດຂຶ້ນທຸກໆ ປີ ໃນງານບຸນກິນຈຽງ ການຍິງໜ້າເກັກ ແມ່ນສາມາດຍິງໄດ້ທັງ ຊາຍ ແລະ ຍິງ ກະຕິກາການແຂ່ງຂັນ ຈະເປັນແບບດ່ຽວຕໍ່ດ່ຽວ, ໄລຍະໃນການຍິງແມ່ນ 10 ແມັດ ແລະ 15 ແມັດ.

ກິລາ ງົວຊົນງົວ:

ແມ່ນຈັດຂື້ນ ເພື່ອເພີ່ມຄວາມເບີກບານມ່ວນຊື່ນ ແລະ ໜ້າຕື່ນເຕັ້ນ ໃຫ້ກັບຜູ້ທີ່ມາທ່ຽວຊົມງານບຸນປະເພນີ.

ແລ້ວທ່ານເດ່! ເຄີຍໄປເບິ່ງກິລາປະເພດໃດ ໃນງານບຸນກິນຈຽງຂອງຊົນເຜົ່າມົ້ງແດ່.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,