Sunday, February 16, 2025

ແບ່ງເວລາແນວໃດ ນັກສຶກສາທີ່ຮຽນ ແລະ ເຮັດວຽກຄວບຄູ່ກັນໄປນຳ.

ເວລາຂອງທຸກຄົນມີມື້ໜຶ່ງ 24 ຊົ່ວໂມງເທົ່າກັນ ແຕ່ຫຼາຍໆ ຄົນມັກຈະເວົ້າວ່າ “ບໍ່ມີເວລາ” ສາເຫດສ່ວນໜຶ່ງມາຈາກການບໍລິຫານເວລາບໍ່ລົງໂຕ ຈຶ່ງເຮັດໃຫ້ຊີວິດວຸ້ນວາຍ, ເວລາເປັນສັບສິນທີ່ມີຄ່າ ແລະ ມີຄວາມສຳຄັນກັບທຸກຄົນ ເຖິງແມ່ນວ່າ ເຮົາຈະມີຫຼາຍສິ່ງຫຼາຍຢ່າງ ທີ່ບໍ່ຄືກັນ ເຊັ່ນ: ຮູບຮ່າງໜ້າຕາ, ຖານະທາງຄອບຄົວ, ສັງຄົມທີ່ຢູ່ອາໄສ ແຕ່ມີສິ່ງໜຶ່ງທີ່ທຸກຄົນມີເທົ່າກັນກໍຄືເວລາ.

ມື້ນີ້ເຮົາຈະພາມາເບິ່ງການແບ່ງເວລາແບບນ້ອງໆ ນັກສຶກສາ ນຳກັນ.

ນາງ ທິບມະນີ ພົມມະຈັກ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ຄະນະວິສະວະກຳສາດ  ພາກວິຊາ ວິສະວະກຳຂົວທາງ ເວົ້າວ່າ: ທຸກຄົນມີເວລາ 24 ຊົ່ວໂມງເທົ່າກັນ ແຕ່ວ່າມີພາລະໜ້າທີ່ແຕກຕ່າງກັນ ສຳລັບນ້ອງແລ້ວແມ່ນຈະແບ່ງເວລາອອກເປັນ 2 ແບບຄື:

  1. ເວລາຮຽນ ແລະ ເວລາເຮັດວຽກ (8:00 – 11:00 ໂມງເຊົ້າ): ເວລາຊ່ວງນີ້ ຖືໄດ້ວ່າ ເປັນເວລາທີ່ບໍ່ສາມາດຫຼຸດຮອນລົງໄດ້ ເພາະວ່າມີເວລາກຳນົດຕາຍຕົວຢູ່ແລ້ວ ຈຶ່ງເຮັດໃຫ້ເວລາສ່ວນນີ້ເຮົາຕ້ອງໄດ້ທຸ້ມເທກັບສອງໜ້າວຽກນີ້ໃຫ້ເຕັມທີ່.
  2. ເວລາຫຼັງເລີກຮຽນ: ສຳລັບນ້ອງແລ້ວ ຈະມີເວລາວ່າງຊ່ວງສວາຍ ເວລາຢູ່ຈຸດນີ້ ຖ້າເຮົາໃຊ້ໃຫ້ເຕັມປະສິດທິພາບ ເຮົາກໍຈະມີເວລາເຮັດສິ່ງອື່ນຫຼາຍຂຶ້ນ ຢ່າໃຊ້ໜ້າທີ່ໃນປັດຈຸບັນ ໃຊ້ເວລາຂອງອານະຄົດເຊັ່ນ ວຽກບ້ານທີ່ອາຈານໃຫ້ ແບບມີກຳນົດສົ່ງທິດໜ້າ ຢ່າຍື້ເວລາໄປເຮັດທິດໜ້າ ເພາະມັນຈະກາຍເປັນຄວາມເຄີຍຊິນ ເມື່ອມີເວລາແລ້ວຈົ່ງເຮັດໃຫ້ແລ້ວທັນທີ ທີ່ອາຈານມອບໝາຍໃຫ້.

ທ້າວ ອານຸສອນ ໄຊຍະລາດ ຫຼື ຕ່າຍ ໜຶ່ງໃນຜູ້ເຂົ້າປະກວດ MISTER GOBAL LAOS 2022  ກຳລັງສຶກສາຢູ່ ຄະນະເສດຖະສາດ, ບໍລິຫານທຸລະກິດ ສາຂາກວດສອບ ມະຫາວິທະຍາໄລແຫ່ງຊາດ ເວົ້າວ່າ: ນ້ອງຈະແບ່ງເວລາ ວັນຈັນ – ວັນສຸກ ເອົາໃຈໃສ່ທຸ້ມເທກັບການຮຽນ ແລະ ເຮັດກິດຈະກຳພາຍໃນໂຮງຮຽນ ສ່ວນມື້ໃດທີ່ມີຮຽນໜ້ອຍນ້ອງກໍຈະເອົາເວລາສ່ວນນັ້ນມາຮັບວຽກ.

ສ່ວນ ວັນເສົາ ແລະ ວັນທິດ ເປັນມື້ທີ່ນ້ອງຈະເຕັມທີ່ກັບການເຮັດວຽກນອກທີ່ຮັບມາ ບໍ່ວ່າຈະເປັນການຖ່າຍແບບ, ການຖ່າຍໂຄສະນາ ຫຼື ງານອື່ນໆແບບເຕັມທີເລີຍ.

ສ່ວນ ທ້າວ ໄຊສົມພອນ ກອງມະນີ, ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ, ສາຂານິຕິສາດ ແລະ ລັດຖະສາດ ໄດ້ແບ່ງເວລາ ຊ່ວງເຊົ້າ ແລະ ບ່າຍ ໃຫ້ເຕັມທີ່ກັບການຮຽນ ກ່ອນເຂົ້າຫ້ອງຮຽນ ກໍຈະສຶກສາບົດຮຽນກ່ອນອາຈານ, ເວລາທີ່ອາຈານກຳລັງບັນຍາຍບົດຮຽນກໍຕັ້ງໃຈຟັງ, ຖ້າເກີດຄຳຖາມ ກໍຈະຖາມອາຈານ ເພື່ອບໍ່ເປັນຂໍ້ຂ້ອງໃຈ ແລະ ເວລາທີ່ຫວ່າງຈາກການຮຽນ ກໍຈະອາໄສເວລາຊ່ວງນັ້ນ ເຮັດວຽກບ້ານທີ່ອາຈານມອບໃຫ້ ແລກປ່ຽນບົດຮຽນກັບໝູ່ເພື່ອນ, ພ້ອມທັງສົນທະນາບົດຮຽນກັບລຸ້ນເອື້ອຍອ້າຍ.

ເວລາອີກສ່ວນໜຶ່ງຂອງນ້ອງ ແມ່ນຈະອາໄສໃນເວລາພັກຮຽນ ເຊັ່ນ: ຊ່ວງແລງ ຫາ ຄ່ຳ ຈະໄປເຮັດວຽກກັບທາງຄະນະກາຍະສິນ Mr khaojee88 ເພື່ອຊ່ວຍວຽກງານອ້າຍ ຖືເປັນຊ່ອງທາງຫາລາຍອີກຊ່ອງທາງໜຶ່ງ, ມື້ພັກຮຽນກໍຈະຮັບງານສະແດງ, ວັນເກີດ ແລະ ເທດສະການຕ່າງໆ ກັບທາງຄະນະກາຍະສິນ Mr khaojee88 ແລະ ຮັບສອນຫນັງສືໃຫ້ລຸ້ນນ້ອງ ມ.7 ໃນເວລາວ່າງເພີ່ມເຕີມ.

ແລ້ວທ່ານເດ່ໃນປີ 2023 ນີ້ ມີວິທີການແບ່ງເວລາແນວໃດ ເພື່ອໃຫ້ການໃຊ້ຊີວິດມີຄວາມລາບລື່ນ ແລະ ໃຊ້ເວລາໃຫ້ຄຸ້ມຄ່າໃນປີນີ້.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.