
ສຳລັບປະເທດລາວເຮົາ ທີ່ມີຄົນລາວເຊື້ອສາຍຈີນຢູ່ ເຮັດໃຫ້ບາງຄວາມຄິດ ແລະ ວັດທະນະທຳ ກໍຍັງໄດ້ຕ້ອງປະຕິດບັດຄວບຄູ່ກັນໄປ ໂດຍສະເພາະຄວາມເຊື່ອເລື່ອງດວງຊະຕາ ເຊິ່ງຕາມຄວາມເຊື່ອຂອງຈີນໃນແຕ່ລະປີ ແມ່ນຈະມີປີຊົງ ຈະເປັນປີທີ່ມີການປ່ຽນແປງຄັ້ງໃຫຍ່.
ຄຳວ່າ “ປີຊົງ” ໃນພາສາຈີນ ໝາຍເຖິງ “ການປະທະ” ເຊິ່ງເປັນປີທີ່ຈະມີການປ່ຽນແປງຄັ້ງໃຫຍ່ ທັງໃນເລື່ອງດີ ແລະ ເລື່ອງຮ້າຍ, ສຳລັບຄວາມເຊື່ອເລື່ອງ “ປີຊົງ” ສ່ວນໃຫຍ່ກ່ຽວຂ້ອງກັບ “ເທບພຣະເຈົ້າໄທ່ສ່ວຍເອ່ຍ” ຫຼື “ເທບພຣະເຈົ້າຄຸ້ມຄອງດວງຊະຕາ” ເຊິ່ງຄົນຈີນເຊື່ອວ່າ ມີອິດທິພົນໃນການດຳເນີນຊີວິດ ຈຶ່ງເກີດມີການໄຫວ້ຂໍພອນເທບພຣະເຈົ້າອົງນີ້ ເພື່ອແກ້ປີຊົງ ຂໍໃຫ້ຊ່ວຍປັດເປົ່າຄວາມທຸກ ບັນເທົາເຄາະກຳ.
ໃນປີ 2023 ເປັນ “ປີເຖາະ ຫຼື ປີກະຕ່າຍ” ຜູ້ໃດທີ່ເປັນປີຊົງ ແລະ ປີຊົງຮ່ວມ ສາມາດກວດເບິ່ງໄດ້ເລີຍວ່າເຮົາຖືກປີຊົງ ຫຼື ບໍ່.
ປີລະກາ (ໄກ່) ປີຊົງ 100%
ປີລະກາ ປະກອບມີຄົນທີ່ເກີດໃນປີ ຄ.ສ 1933, 1945, 1975, 1969, 1981, 1993, 2005, 2017.
ປີເຖາະ (ກະຕ່າຍ) ປີຊົງຮ່ວມ 75%
ປີເຖາະ ປະກອບມີຄົນທີ່ເກີດໃນປີ ຄ.ສ 1927, 1939, 1951, 1963, 1975, 1987, 1999, 2011, 2023.
ປີຊວດ (ໜູ) ປີຊົງຮ່ວມ 50%
ປີຊວດ ປະກອບມີຄົນທີ່ເກີດໃນປີ ຄ.ສ 1924, 1936, 1948, 1960, 1972, 1984, 1996, 2008, 2020.
ປີມະເມຍ (ມ້າ) ປີຊົງຮ່ວມ 25%
ປີມະເມຍ ປະກອບມີຄົນທີ່ເກີດໃນປີ ຄ.ສ 1930, 1942, 1954, 1966, 1978, 1990, 2002, 2014
ສຳລັບວິທີແກ້ປີຊົງ ແລະ ປີຊົງຮ່ວມ ແມ່ນໃຫ້ໄຫວ້ເທບພຣະເຈົ້າຄຸ້ມຄອງດວງຊະຕາ “ໄທ່ສ່ວຍເອ່ຍ”, ເຊິ່ງປັດຈຸບັນ ສະມາຄົມຈີນມູນນິທິວຽງຈັນ (ວັດຈີນ) ໄດ້ຈັດໃຫ້ມີພິທີແກ້ປີຊົງແລ້ວຈົນຮອດວັນທີ 30 ມັງກອນ 2023 ໂດຍຂັ້ນຕອນທຳອິດເຮົາຕ້ອງໄດ້.
- (ໄຕ້ທູບສາມດອກ) ຕາມສະຖານທີ່ເພິ່ນມີທູບແຈກໃຫ້ມາໃຊ້.
2. ເກັບເອົາໃບແດງມາຂຽນຂໍ້ມູນສ່ວນໂຕບໍ່ວ່າຈະເປັນ ວັນເດືອນປີເກີດ ແລະ ອື່ນໆ ເຊິ່ງເພິ່ນມີຕົວຢ່າງວິທີຂຽນໃຫ້ເບິ່ງພ້ອມ.
3. ຈາກນັ້ນຂຶ້ນໄປໄຫວ້ທີ່ຫ້ອງຂອງເທບພຣະເຈົ້າ ໄທ່ສ່ວຍເອ່ຍ ນໍາເອົາເຈ້ຍເງິນຄຳປັດໂຕເອງ ຕັ້ງແຕ່ຫົວຈົນຮອດຂາ 13 ຄັ້ງ.
4. ແລ້ວເອົາເຈ້ຍວາງໄວ້ເທິງໂຕະ.