“ຜ້າຂຽນທຽນ” ເປັນສິລະປະ ການສ້າງລວດລາຍເທິງແຜ່ນຜ້າ, ເປັນເອກະລັກ ອີກແບບໜຶ່ງຂອງຊົນເຜົ່າມົ້ງ ທີ່ນິຍົມເຮັດກັນໃນກຸ່ມມົ້ງລາຍ ເປັນພູມປັນຍາ ແລະ ສິລະປະບູຮານດັ່ງເດີມ ທີ່ເປັນມໍລະດົກຕົກທອດມາ ແຕ່ບັນພະບູລຸດ ຖ່າຍທອດສືບຕໍ່ກັນມາ ຫຼາຍຊົ່ວອາຍຸຄົນຈົນເຖິງປັດຈຸບັນ.
ຜ້າຂຽນທຽນ ຍັງເປັນຜ້າທີ່ແມ່ຍິງເຜົ່າມົ້ງລາຍທຸກຄົນ ມີຄວາມຜູກພັນ ແລະ ມີຄວາມສາມາດ ໃນການແຕ້ມລວດລາຍຂຽນທຽນ ລົງໃສ່ຜ້າທີ່ກຽມໄວ້ໄດ້ຢ່າງລະອຽດຊັບຊ້ອນ ຜ່ານຂະບວນການຈົນເປັນຜືນຜ້າ ທີ່ງົດງາມ, ເປັນທີ່ຮູ້ຈັກ ແລະ ນິຍົມກັນຫຼາຍ ໃນການໃຊ້ຕັດຫຍີບເປັນກະໂປ່ງແມ່ຍິງ, ໃນອາດີດ ກະໂປ່ງແມ່ຍິງຊົນເຜົ່າມົ້ງ ຈະແຕ້ມຫຼວດລາຍ ຂຽນທຽນ ແລ້ວນຳໄປຍ້ອມສີ ແລະ ອັດກີບ ຈຶ່ງນຳໄປຕັດຫຍີບ, ກວ່າຈະຜ່ານຂະບວນການຈົນເປັນກະໂປ່ງໄດ້ 1 ຜືນ ອາດຕ້ອງໃຊ້ເວລາໃນການເຮັດເກືອບ 1 ປີ.
ເມື່ອວັນເວລາຜ່ານໄປ ການທີ່ແມ່ຍິງຊົນເຜົ່າມົ້ງຈະມານັ່ງເອົາບິກຈຸ່ມນ້ຳທຽນ ແລ້ວມາຂຽນເທື່ອລະຂີດ, ແຕ້ມເທື່ອລະເສັ້ນ ກໍເປັນເລື່ອງຍາກທີ່ຈະທັນຕໍ່ການຊົມໃຊ້ໃນຍຸກປັດຈຸບັນ ຈຶ່ງຫັນປ່ຽນເທັກນິກການ ຂຽນທຽນ ແບບໃໝ່ທີ່ມີລັກສະນະຄ້າຍຄືການເຮັດຜ້າ ປຣາສະຕິກ ໃນປັດຈຸບັນ ໂດຍໃຊ້ອຸປະກອນທ່ອນນ້ອຍໆ ເຮັດມາຈາກໄມ້ ແລະ ທອງແດງ ທີ່ເອີ້ນວ່າ: “ຫຼາຈັງ” ຈຸ່ມລົງໃສ່ທຽນ ຫຼື ຂີ້ເຜິ້ງຮ້ອນໆ ແລ້ວນໍາມາແຕ້ມລວດລາຍ ກໍຈະເຮັດໃຫ້ກາຍເປັນ ຜ້າສີນ້ຳເງິນ ທີ່ມີລວດລາຍເທິງຜ້າ, ລາຍກັນຊາ ຫຼື ຜ້າຝ້າຍທີ່ກຽມໄວ້.
ຫຼັງຈາກຂຽນລາຍແລ້ວໆ ຈຶ່ງນຳໄປຍ້ອມ ດ້ວຍສີນ້ຳເງິນທີ່ຫາໄດ້ຈາກທຳມະຊາດ ເຊັ່ນ: ຕົ້ນກັ້ງ ແລະ ຕົນຫອມ ເມື່ອໄດ້ຕາມຕ້ອງການ ແລ້ວນຳໄປຕົ້ມດ້ວຍນ້ຳຮ້ອນ ໃຫ້ນ້ຳມັນລະລາຍ ກໍຈະໄດ້ຜ້າສີນ້ຳເງິນ ທີ່ມີລວດລາຍຂຽນທຽນ ເປັນສີຂາວກະຈ່າງງົດງາມ ຢູ່ທົ່ວທັງຜືນ ແລ້ວນຳໄປພັບອັດກີບເປັນກະໂປ່ງ ຫຼືອາດນຳໄປປັກຫຼວດລາຍຕ່າງໆ ດ້ວຍໄໝຫຼາຍໆສີ ຕາມພື້ນທີ່ວ່າງຂອງຜ້າ ແລ້ວຈຶ່ງນຳມານຸ່ງເປັນຊຸດປະຈຳຊົນເຜົ່າ.
ໃນປັດຈຸບັນ ໄດ້ມີການປ່ຽນແປງທາງດ້ານເສດຖະກິດ ແລະ ຣົດສະນິຍົມ ຂອງຜູ້ຊົມໃຊ້ ຈຶ່ງໄດ້ມີການປັບປ່ຽນວິຖີຊີວິດ ຈາກການເຮັດຜ້າຂຽນທຽນ ເພື່ອໃຊ້ໃນກຸ່ມ ຫຼື ຄົນໃນຄອບຄົວ ກໍເຮັດເປັນຜະລິດອອກມາຂາຍ ໂດຍສະເພາະຊົນເຜົ່າມົ້ງ ທີ່ຢູ່ໃນພື້ນທີ່ພຽງ ຫຼື ຢູ່ໃກ້ແຫ່ງທ່ອງທ່ຽວ ຈຶ່ງມີການພັດທະນາ ຜະລິດອຸປະກອນແມ່ພີມ ປັກລວດລາຍຕ່າງໆ ແທນການຂຽນດ້ວຍມື, ໃຊ້ວິທີ ທີ່ເກີດຈາກຄວາມທັນສະໄໝຂອງຍຸກປັດຈຸບັນ ເພື່ອຄວາມວ່ອງໄວ ແລະ ຕອບສະໜອງຕໍ່ຜູ້ຊື້.
ໃນອານະຄົດ ການຂຽນທຽນ ທີ່ສະທ້ອນໃຫ້ເຫັນເຖິງພູມປັນຍາ ດັ່ງເດີ່ມ ທີ່ເຄີຍເປັນມໍລະດົກ ຕົກທອດກັນມາ ອາດສູນຫາຍໄປ ກັບຄວາມທັນສະໄໝຂອງສັງຄົມ.
ຂັດມາຈາກ: ປື້ມຜ້າປັກມົ້ງ ເອກະລັກຊົນເຜົ່າທີ່ສືບທອດຈາກບັນພະບູລຸດ.