ຫຼາຍຄົນຈະເຄີຍເຫັນ ແລະ ເຄີຍໄປຮ່ວມບຸນຍົກຍອດ “ຊໍ່ຟ້າ” ໃສ່ສິມສາລາ, ພຣະເຈດີ ຖືເປັນການທານທີ່ດີທີ່ສຸດ ເພາະວ່າຢູ່ສູງທີ່ສຸດຂອງອາຄານ ແລະ ເປັນຈຸດເດັ່ນຂອງອາຄານນັ້ນ, ຊໍ່່ຟ້າ ນິຍົມເຮັດໄວ້ເຄິ່ງກາງ ເປັນສັດຕະ ຫຼື ຊໍ່ 5 ຊັ້ນ, 7 ຊັ້ນ ແລະ 9 ຊັ້ນ ເປັນຕົ້ນ.
ຖ້ານຕ່ຳລົງມາ “ແມ່ນລູກທາດ ຫຼື ດວງປີ” ເອົາໄວ້ສຽບຍອດ ຊໍ່ຟ້າ ຕ່ຳລົງມາແມ່ນ “ແທນບັນລັງ” ເປັນສ່ວນທີ່ຢອງຫຼັງຄາ ອີກຊັ້ນໜຶ່ງ, ອົງປະກອບທັງໝົດຂອງ ຊໍ່ຟ້າ ສາມຖ້ານຂ້າງເທິງ ແມ່ນເປັນຕົວແທນ ໃຫ້ລະບົບຈັກກະວານວິທະຍາ ຫຼື ເຂົາພະສຸເມນ ຕາມແນວຄະຕິ ຄວາມເຊື່ອຂອງຄົນອິນເດຍບູຮານ ລວມສາສະໜາພາມ ແລະ ສາສະໜາພຸດ.
ຍອດຊໍ່ຟ້າ ຢູ່ທີ່ຫຼັງຄາ ຂອງອາຣາມສິມນັ້ນ ແມ່ນມີຄວາມເຊື່ອວ່າ ເປັນສັນຍາລັກຂອງສະຫວັນ ເຊິ່ງມີຄວາມເຊື່ອໃນພຸດທະປະຫວັດກໍຄື: ພຣະທຳມະຈັກ ກັບ ປະວັດຕະນະສູດ, ເຊິ່ງເປັນປະຖົມມະບັດ ຂອງທຳມະເທດສະໜາ ທຳອິດຂອງ ພຣະສົມມາສົມພຸດທະເຈົ້າ ທີ່ພຣະອົງໄດ້ຊົງໂປຣດເທດສະໜາ ປັນຈະວັກຄີທັງ 5 ອົງ ເຊິ່ງມີເນື້ອໃນສະແດງເຖິງຂັ້ນຕອນ ແລະ ການປະຕິບັດໃຫ້ບັນລຸເຖິງ ອະຣິຍະ ສັດຊື່ ເພື່ອດຳເນີນຂັ້ນຕອນການ ປະພືດປະຕິບັດ ແລະ ເຂົ້າໃຈຂອງຄວາມເປັນທຸກ ສະມຸດໄທນິໂຣດ ມັກພາໄປສູ່ພຣະນິພານ ເຊິ່ງເປັນເປົ້າໝາຍ ແລະ ຈຸດໝາຍສູງສຸດຂອງພຣະພຸດທະສາສະໜາ.
ພຣະພຸດທະເຈົ້າ ຕັດທຳມະຈັກ ກັບ ປະວັດຕະນະສູດຢູ່ນັ້ນ ດວງພະເນດສ່ອງ ເຫັນ 15 ຊັ້ນນາຣົກ ແລະ 16 ຊັ້ນສະຫວັນ, ສະນັ້ນບູຮານລາວ ຈຶ່ງນິຍົມເອົາຂໍ້ນີ້ເປັນຂໍ້ສູງ ( 16 ຊັ້ນຟ້າ ແລະ 15 ຊັ້ນດິນ ) ແລະ ໄດ້ປະຕິບັດການເຮັດຍອດຊໍ້ຟ້າ ຫຼັງຄາຂອງວັດ ຕາມຂໍ້ຄະຕິດັ່ງກ່າວ ເພື່ອບັນລຸເປົ້າໝາຍຂອງພຸດທະສາສະໜາ ເພື່ອໃຫ້ຕົນໄດ້ບັນລຸເຖິງສະຫວັນຊັ້ນ ອະກະນິດຖາ ທີ່ເປັນຊັ້ນສູງສຸດ ຂອງຊ່ວງສະຫວັນ.
ລະດັບຊັ້ນຂອງຊ່ວງສະຫວັນ ຕາມການແບ່ງໄຕພູມມີຄື: 1. ປະຮະນິມມິຕະວະສະວະຕີ, 2. ພຣົມມະປະຣິສັດຊາ, 3. ພຮິມມະປຸໂຣຫິຕາ, 4. ມະຫາພຣິມມາ, 5. ປະຣິດຕາພາ, 6. ອັບປະມານາພາ, 7. ອາພັດສະຣາ, 8. ປະຣິດຕະສຸພາ, 9. ອັບປະມານະສຸພາ, 10. ສຸພະກິນຫາ, 11. ເວຫີບຜະລາ, 12. ອະເວຫາ, 13. ອະຕັບປາ, 14. ສຸທິດສາ, 15. ສຸທິດສີ, 16. ອະກະນິດຖາ.
ດັ່ງນັ້ນ ການເຮັດຍອດຊໍ່ຟ້າສ່ວນຫຼາຍ ແມ່ນໄດ້ຄະຕິນິຍົມ ຕາມຫຼັກດັ່ງກ່າວ ແລະ ເພີ່ນໄດ້ບວກມະນຸດໂລກ ເຂົ້າໄປອີກໜຶ່ງຊັ້ນດັ່ງນັ້ນ ພວກເຮົາຈຶ່ງສາມາດສັງເກດເຫັນວ່າ ຍອດຊໍ່ຟ້າ ຫຼາຍສຸດຈະມີ 17 ຍອດ ຍ້ອນໃນອະດິດ ໄດ້ກຳນົດຊັ້ນຊໍ່ຟ້າໄວ້ດັ່ງນີ້: ຖ້າເປັນວັດທີ່ເຈົ້າມະຫາຊີວິດຈາກວັງຫຼວງສ້າງ ແມ່ນໃຫ້ເຮັດຍອດຢູ່ເຄິ່ງກາງ 9 ຊັ້ນ, ຖ້າເປັນວັດທີ່ມະຫາຊີວິດຈາກວັງໜ້າ, ວັງຫຼັງ ແລະ ວັງກາງສ້າງ ຈະເຮັດຍອດຢູ່ເຄິ່ງກາງ 7 ຊັ້ນ, ຖ້າເປັນວັດທີ່ອາມາດ ແລະ ຂຸນນາງສ້າງ ໃຫ້ຍອດເຄິ່ງກາງ 5 ຊັ້ນ, ຖ້າເປັນຍອດທີ່ ປະຊາຊົນ ພາກັນສ້າງ ໃຫ້ເຮັດຍອດເຄິ່ງກາງ 3 ຊັ້ນ.
ແຕ່ມາຮອດໃນປັດຈຸບັນ ແມ່ນຈະສ້າງຕາມກຳລັງສັດທາ ຢາກສ້າງເທົ່າໃດກໍໄດ້ ແຕ່ທີ່ສຳຄັນຂໍໃຫ້ຮູ້ຄວາມໝາຍ ບໍ່ແມ່ນເອົາແຕ່ຄວາມງາມເທົ່ານັ້ນ ສ່ວນການທີ່ຈະຕີຄຳວ່າຫ້າຍອດ ໝາຍເຖິງຫຼັກທຳ ພະລະຫ້າ ອິນຊີຫ້າ ຫຼື ເກົ້າຍອດ ວ່າໂລກກຸດຕະຣະທຳ ເກົ້າປະການ, ທີ່ສຳຄັນການສ້າງຍອດຊໍ່ຟ້ານັ້ນ ຂໍໃຫ້ຄຳນຶງເຖິງປະໂຫຍດ ທີ່ຈະໄດ້ຄື: ໄດ້ຮັກສາມໍລະດົກ ສິນລະປະລາວໃຫ້ໝັ້ນຄົງ, ເພີ່ມຄວາມງາມອັນເຫຼື້ອມໃສ ໃຫ້ແກ່ອາຄານ, ສະແດງອອກໃນພູມປັນຍາ ຂອງບັນພະຊົນບູຮານ ທີ່ມີຄວາມເຂົ້າໃຈຕໍ່ຫຼັກທຳຄຳສອນ ຄະຕິຄວາມເຊື່ອ ທີ່ເລີກເຊິ່ງຈົນກາຍມາເປັນເອກະລັກຂອງຊາດລາວອີກດ້ວຍ.