Monday, March 24, 2025

“Force for good” ມົງກຸດ Miss Universe ສຳລັບຜູ້ທີ່ໃຊ້ຄວາມສາມາດສ້າງການປ່ຽນແປງຕໍ່ໂລກໄດ້.

ໃກ້ເຂົ້າມາແລ້ວກັບຜົນງານແຂ່ງຂັນຮອບ Final ຂອງ Miss Universe ໃນວັນທີ 14 ມັງກອນ 2023 ທີ່ຈະມາເຖິງ ເຊິ່ງຕາມໂມງປະເທດລາວເຮົາແມ່ນ ຖືກວັນທີ 15 ມັງກອນ 2023 ມົງກຸດທີ່ມີພຽງໜຶ່ງດຽວທີ່ຈະໃສ່ໃຫ້ກັບ ຜູ້ທີ່ຖືກເລືອກມາຈາກຫຼາຍຮ້ອຍຄົນທີ່ເຂົ້າຊີງມົງລະດັບປະເທດກ່ອນຈະເລືອກໄດ້ປະເທດລະ 1 ຄົນ ເພື່ອມາປະກວດລະດັບໂລກ.

ປີນີ້ ມົງກຸດຖືກຕັ້ງຊື່ວ່າ “Force for good” ເປົ້າໝາຍສາວງາມທີ່ຈະສວມມົງຄື ຜູ້ມີແນວຄວາມຄິດດີພ້ອມຈະຂັບເຄື່ອນສັງຄົມສູ່ການພັດທະນາທີ່ດີ.

ມົງກຸດນີ້ຕ້ອງການຜູ້ທີ່ທີ່ຈະສື່ສານເລື່ອງລາວຂອງຜູ້ຍິງທີ່ໃຊ້ສຽງຂອງຕົວເອງສະໜັບສະໜູນໃນເລື່ອງຕົວເອງພັກດັນ ໂດຍໃຫ້ພວກເຂົາສາມາດສ້າງການປ່ຽນແປງຕໍ່ໂລກໃບນີ້ ເປັນການສ້າງແຮງບັນດານໃຈໃຫ້ກັບທຸກຄົນລົງມືເຮັດໃນການເປັນແຮງຂັບເຄື່ອນແຫ່ງຄວາມດີ.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.