Thursday, March 20, 2025

ຄວາມທ້າທາຍຂອງ ຂັນໄຊ ໃນການອອກແບບຊຸດປະຈຳຊາດ ຂອງ Miss Universe laos 2022

ຊຸດປະຈຳຊາດ Miss Universe laos 2022 ຖືເປັນການນຳສະເໜີ ຄວາມເປັນລາວ ໃນຮູບແບບໃໝ່ ທີ່ຕ່າງຊາດຍັງບໍ່ເຄີຍເຫັນ ນັ້ນກໍຄືວັດທະນະທຳການນຸ່ງຖື ທີ່ເປັນເອກກະລັກຂອງຊົນເຜົ່າໃນລາວ ເພື່ອສື່ເຖິງຄວາມສາມັກຄີພາຍໃນຊາດ, ໂດຍການໃຊ້ໂທນສີບົວ, ສົ້ມ, ແດງ ແລະ ການນຳເອົາຜ້າ 3 ຊົນເຜົ່າຫຼັກໃນລາວ ມາອອກແບບ ບໍ່ວ່າຈະເປັນຜ້າຕະໂອ້ຍ​ ຂອງຊົນເຜົ່າລາວເທິງ (ແຂວງສາລະວັນ), ຜ້າໄໝ ຂອງຊົນເຜົ່າລາວລຸ່ມ ແລະ ຜ້າ ຂອງຊົນເຜົ່າມົ້ງ ມາປະສົມປະສານກັນ, ເຊິ່ງພາຍໃນໂຕຊຸດ ຈະເນັ້ນເປັນງານປັກມືທັງໝົດ ຕ້ອງໄດ້ໃຊ້ຄວາມອົດທົນສູງ ບວກກັບເວລາໃນການເຮັດຊຸດພຽງແຕ່ 6 ອາທິດເທົ່ານັ້ນ ຖືເປັນຄວາມທ້າທາຍຫຼາຍ ສຳລັບ ຂັນໄຊ.

ທ້າວ ຂັນໄຊ ແຖມພູຄຳ (ໝີກ່ານ) ອາຍຸ 20 ປີ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກຳລັງສຶກສາຢູ່ ຄະນະສະຖາປັດຕະຍາກຳສາດ ສາຂາອອກແບບຜະລິດຕະພັນ ປີ 3 ແລະ ຍັງເປັນຜູ້ອອກແບບຊຸດປະຈຳຊາດ Miss universe laos 2022 ອີກດ້ວຍ.

ຂັນໄຊ ເວົ້າວ່າ: ຈຸດທ້າທາຍ ໃນການອອກແບບຊຸດ ກໍຄືຕົ້ນທຶນ ດ້ວຍຄວາມທີ່ນ້ອງ ບໍ່ໄດ້ເກີດໃນຄອບຄົວທີ່ມີຕົ້ນທຶນສູງ ທີ່ຈະສົ່ງໃຫ້ຮຽນອອກແບບ ຫຼື ຊື້ວັດສະດຸຕ່າງໆ ທີ່ນຳໃຊ້ເຂົ້າໃນການອອກແບບໄດ້ຢ່າງພຽງພໍ ອີກຢ່າງວັດສະດຸທີ່ຈະນຳມາປະດິດຊຸດໃນບ້ານເຮົາ ກໍຍັງບໍ່ຄ່ອຍມີຫຼາຍ ແລະ ທັນສະໄໝຄືກັບປະເທດອື່ນໆ, ຈຶ່ງໄດ້ປັບໃຊ້ວັດສະດຸທີ່ມີຢູ່ ໃຫ້ເກີດປະໂຫຍດທີ່ສຸດ ເພາະການທີ່ຈະອອກແບບຊຸດ ໃຫ້ເບິ່ງງົດງາມໄດ້ນັ້ນ ຕ້ອງຄິດຫາວັດສະດຸ ແລະ ໂຕຜູ້ສວມໃສ່ເປັນຫຼັກ.

ສຳລັບສ່ວນທີ່ຄິດວ່າເຮັດຍາກທີ່ສຸດ ກໍຈະເປັນເລື່ອງໂຄງສ້າງຂອງແຄນ ດ້ານຫຼັງທັງ 4 ເຕົ້າ, ການຕົບແຕ່ງຕ່າງໆຖືວ່າໃຊ້ເວລາດົນທີ່ສຸດ, ຕໍ່ມາກໍຈະເປັນເລື່ອງ ໝວກ ຫຼື ເຄື່ອງຫົວ ທີ່ຮ້ອຍເຮັດທຸ່ງຊາດລາວ ເຊິ່ງໄດ້ໃຊ້ຄວາມລະອຽດ ແລະ ຄວາມປານີດສູງ.

ຊ່ວງໄລຍະເວລາ ໃນການອອກແບບ ນັ້ນຖືວ່າຈໍ້ຫຼາຍ ຕອນທຳອິດຄິດວ່າຈະບໍ່ສົ່ງຜົນງານນີ້ແລ້ວເພາະແຕ້ມແບບບໍ່ທັນ ບວກກັບການຮຽນ ທີ່ໜັກໃນເວລາດຽວກັນ ແຕ່ດ້ວຍກຳລັງໃຈຈາກອ້າຍເອື້ອຍ, ໝູ່ເພື່ອນອ້ອມຂ້າງ ຢາກເຫັນເຮົາປະສົບຄວາມສຳເລັດ ນ້ອງຈຶ່ງຕັດສິນໃຈແຕ້ມແບບສົ່ງທາງກອງ ຈົນວິນາທີສຸດທ້າຍ ແລະ ກໍບໍ່ໄດ້ຄາດຫວັງ ວ່າຜົນງານຂອງຕົນເອງຈະໄດ້ ຮັບລາງວັນຊະນະເລີດ ໃນການປະກວດຄັ້ງນີ້.

ສ່ວນແຮງບັນດານໃຈ ໃນການເຮັດຊຸດນັ້ນ ມາຈາກຜູ້ຄົນຢູ່ໃນສັງຄົມ ບໍ່ວ່າຈະເປັນ ດີໄຊຣເນີ້ເກັ່ງໆທີ່ຢູ່ໃນລາວ ແລະ ຕ່າງປະເທດ ມາເປັນແຮງບັນດານໃຈ ໃນການອອກແບບທີ່ເປັນເອກກະລັກຂອງເຮົາ ບວກກັບການທີ່ ມັກເບິ່ງໜັງ ແນວຈິນຕະນາການ, ເບິ່ງການແຕ່ງກາຍຂອງຕົວລະຄອນ ແລ້ວນຳມາປັບໃຊ້ເຂົ້າໃນຊີວິດຈິງ ເພາະທີ່ຜ່ານມາກໍຖືກປະຕິເສດຜົນງານມາຕະຫຼອດ.

ອີກຢ່າງນ້ອງເກີດມາ ໃນຄອບຄົວທີ່ບໍ່ໄດ້ພຽບພ້ອມ ທີ່ຈະໃຫ້ພໍ່ແມ່ຊັບພອດໃນດ້ານນີ້ ເລີຍເຮັດໃຫ້ນ້ອງເປັນຄົນໜຶ່ງທີ່ໄດ້ຮັບໂອກາດ ໃນການຮຽນຮູ້ເລື່ອງອອກແບບໜ້ອຍ, ເພາະທຸກຢ່າງຄືໄດ້ສຶກສາ ແລະ ຮຽນຮູ້ດ້ວຍໂຕເອງ ຈົນຮູ້ສຶກທໍ້ໃນໄລຍະໜຶ່ງ.

ສຳລັບຜົນງານ ທີ່ເຂົ້າປະກວດ ແລະ ປະທັບໃຈທີ່ສຸດ ກໍຄືການປະກວດອອກແບບຊຸດປະຈຳຊາດ ໃຫ້ນາງງາມທັງ 2 ເວທີ ຄື: ເວທີ Miss Grand internatioanl 2022 ແລະ Miss Universe 2022 ເພາະເປັນເວທີທີ່ມັກ ແລະ ຕິດຕາມມາຕະຫຼອດ, ໂດຍສະເພາະ ແມ່ນຮອບຊຸດປະຈຳຊາດ ເຊິ່ງເປັນສິ່ງທີ່ບໍ່ຄາດຝັນວ່າ ນ້ອງຈະເຮັດໄດ້.

ຫຼັງຈາກທີ່ ເອື້ອຍ ປ່າ ໄດ້ສວມໃສ່ຊຸດດັ່ງກ່າວ ກໍໄດ້ຮັບຜົນຕອບຮັບດີ ຄົນລາວທັງຫຼາຍກໍເຂົ້າມາຊື່ນຊົມ ແລະ ຍັງມີກຸ່ມຄົນທີ່ເປັນຄົນຊົນເຜົ່າ ໃຫ້ຄວາມສົນໃຈຫຼາຍຂຶ້ນ ລວມທັງຄົນລາວ ທີ່ຢູ່ອາເມລິກາ ກໍໃຫ້ຄວາມສົນໃຈຊື່ນຊົມໃນຜົນງານ ເຮັດໃຫ້ຊີວິດນ້ອງປ່ຽນໄປ ຈາກເດັກຜູ້ໝຶ່ງ ທີ່ບໍ່ມີໃຜຮູ້ຈັກ ໃຊ້ຊີວິດໃນການອອກແບບໄປວັນໆ ກັບກາຍເປັນຄົນໜຶ່ງ ທີ່ຜູ້ໃຫຍ່ຫຼາຍໆຄົນໃຫ້ຄວາມສົນໃຈ ແລະ ຊື່ນຊົມໃນຜົນງານດັ່ງກ່າວ ຖືເປັນສິ່ງທີ່ນ້ອງພາກພູມໃຈທີ່ສຸດ.

ແຕ່ກໍມີບ່າງກຸ່ມຄົນນ້ອຍໆ ທີ່ບໍ່ເຂົ້າໃຈໃນງານສິນລະປະ ເພິ່ນກໍເຂົ້າມາຕິຊົມວ່າ ນີ້ເປັນຊຸດຊົນເຜົ່າ ບໍ່ແມ່ນຊຸດປະຈຳຊາດ ນ້ອງກໍເຂົ້າໃຈກັບຄຳຕິຊົມນັ້ນ ເພາະການທີ່ເຮົາສ້າງຜົນງານ ຫຼື ອອກແບບມານັ້ນ ບໍ່ແມ່ນທຸກຄົນຈະຍອມຮັບ ຫຼື ທຸກຄົນຈະມັກໃນຜົນງານຂອງເຮົາສະເໝີໄປ.

ເຖິງແນວໃດກໍຕາມ ການອອກແບບຊຸດກໍເປັນສິ່ງທີ່ນ້ອງມັກຮັກ ແລະ ຈະເຮັດມັນຕໍ່ໄປໃຫ້ດີທີ່ສຸດ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.