ໃນອະດີດແມ່ຍິງຊົນເຜົ່າຍວນ ຕ້ອງຮຽນຕ່ຳສິ້ນໃຊ້ເອງ ລວມທັງຜ້າທີ່ໃຊ້ໃນການດຳລົງຊີວິດ, ແມ່ຍິງທຸກຄົນ ຈະຕ້ອງຕ່ຳສິ້ນຕີນຈົກໃຫ້ເປັນ ເພາະຖືກັນວ່າ ແມ່ຍິງຜູ້ໃດ ຕ່ຳສິ້ນຕີນຈົກເປັນ ແມ່ນມີຄຸນສົມບັດ, ເປັນແມ່ຍິງທີ່ເໝາະສົມຈະອອກເຮືອນ ສ້າງຄອບຄົວ, ໄປເປັນແມ່ບ້ານແມ່ເຮືອນໄດ້ແລ້ວ ສະນັ້ນ ຜ້າທີ່ຕ່ຳຈຶ່ງຖືໄດ້ວ່າມີຄວາມສຳຄັນຫຼາຍ ຕໍ່ກັບຊົນເຜົ່າຍວນ.
ການຕ່ຳຜ້າ ຖືເປັນມໍລະດົກ ພູມປັນຍາທາງວັດທະນະທຳ ຂອງຊົນເຜົ່າຍວນ ທີ່ສະທ້ອນເຖິງເອກະລັກຂອງຊົນເຜົ່າ ແລະ ຖິ່ນກຳເນີດຂອງຕົນ ທີ່ໄດ້ຮັບການສືບທອດມາຈາກບັນພະບູລຸດ, ການຕ່ຳຜ້າແບບຈົກຖືເປັນເອກະລັກ ທາງວັດທະນະທຳລວມ ຂອງກຸ່ມຊົນທີ່ມີເຊື້ອສາຍຍວນ ທີ່ສືບທອດກັນມາຢ່າງຍາວນານ, ຜ້າຈົກນັ້ນ ຖືກັນວ່າມີຄຸນຄ່າຫຼາຍ ດ້ວຍເທັກນິກການຈົກ ຕ້ອງໃຊ້ຄວາມສາມາດ ແລະ ຄວາມອົດທົນຂອງຜູ້ຕ່ຳສູງ ຊົນເຜົ່າຍວນຈຶ່ງນິຍົມນຸ່ງ ໃນໂອກາດພິເສດເທົ່ານັ້ນ.
ການຕ່ຳຜ້າຂອງຊົນເຜົ່າຍວນ ທີ່ມີລັກສະນະ ແລະ ເອກະລັກພິເສດ ສະເພາະຕົວ ມີຄວາມລະອຽດອ່ອນທາງດ້ານການເລືອກສີສັນ ແລະ ຄວາມງົດງາມຂອງລວດລາຍ, ລັກສະນະສີສັນ ທີ່ນິຍົມໃຊ້ ສີແດງເປັນພື້ນ ທັງແດງສົດ ແລະ ແດງຊ້ຳ ເພາະເຊື່ອວ່າສີແດງເປັນສີແຫ່ງພະລັງ ແລະ ຄວາມສົດໃສ ຜ້າສິ້ນຕີນຈົກ ທີ່ພົບເຫັນໂດຍທົ່ວໄປມີ 3 ລັກສະນະປະກອບດ້ວຍກັນຄື:
ສິ້ນຕີນຈົກສະເພາະຕີນສິ້ນ: ນັ້ນຈະຕົບແຕ່ງລວດລາຍ ດ້ວຍເທັກນິກຈົກ ທີ່ລະອຽດງົດງາມ ດ້ວຍທັກສະສີມືຂອງຊ່າງ ນິຍົມໃຊ້ເສັ້ນຝ້າຍ ຫຼື ເສັ້ນໄໝສີແດງ, ສີດຳ, ສີເຫຼືອງເປັນສີຫຼັກ ແລະ ສີຂາວ, ສີຂຽວ, ສີນ້ຳຕານ ເປັນສີປະກອບ.
ຜ້າສິ້ນຕີນຈົກທີ່ມີການຈົກໝົດຜືນ: ລັກສະນະໂຕສິ້ນຕະມີໂຕສິ້ນ ແລະ ຕີນສິ້ນ ຕໍ່າດ້ວຍເທັກນິກການຈົກ ແຕ່ຕໍ່າດ້ວຍຜ້າຄົນລະໂຕ ແລ້ວນຳມາຫຍີບຕໍ່ກັນ ໃຫ້ເປັນຜືນດຽວກັນ, ລວດລາຍຈົກດ້ວຍລາຍທີ່ເປັນເອກະລັກ, ຕ່ຳໃນສ່ວນຂອງໂຕສິ້ນໂດຍຮອບ ເຊັ່ນ: ລາຍຜັກກູດ, ລາຍນົກ, ລາຍແມງກະເບື້ອ ແລະ ລາຍອື່ນໆຕາມທຳມະຊາດ.
ຜ້າສິ້ນຕີນຈົກ ທີ່ຕ່ຳຜືນສິ້ນ ດ້ວຍເທັກນິກການຈົກ ສະຫຼັບກັບ ໝັດໝີ່: ຜ້າສິ້ນຊະນິດນີ້ ມີລັກສະນະຫຼວດລາຍຕາມແນວຂວາງ ທົ່ວທັງຜືນສິ້ນ ນິຍົມຕ່ຳດ້ວຍໄໝ ແຕ່ໃນສ່ວນຂອງຕີນສິ້ນ ຕ່ຳດ້ວຍວິທີຈົກຄືກັບສິ້ນທົ່ວໄປ, ສິ້ນຕີນຈົກໃນເອກະລັກຂອງຊົນເຜົ່າຍວນ ຈະໃຊ້ພື້ນສີຂາວ ແລະ ແດງຫຍີບຕໍ່ກັນ ແລະນຳມາຫຍີບຕໍ່ກັນເປັນສ່ວນຫົວສິ້ນ.
ຊົນເຜົ່າຍວນ ຈະຕ່ຳຜ້າໄວ້ໃຊ້ໃນພິທີກຳຕ່າງໆ ຕາມປະເພນີວັດທະນະທຳ ແລະ ສັດທາຄວາມເຊື່ອທີ່ສືບຕໍ່ກັນມາ, ຜ້າບາງຊະນິດຕ່ຳຂຶ້ນ ເພື່ອໃຊ້ພຽງເທື່ອດຽວໃນຊີວິດ ບາງຊະນິດກໍເປັນຜ້າທີ່ໃຊ້ ໃນພິທີສຳຄັນທາງສາດສະໜາ, ບາງຊະນິດກໍໃຊ້ໃນຊີວິດປະຈຳວັນ ເຊັ່ນ: ຜ້າປົກຫົວນາກ ເປັນຜ້າທີ່ຕ່ຳຂຶ້ນໃຊ້ຄຸມຫົວນາກ ໃນຂະນະທີ່ແຫ່ນາກໄປບວດ ຜ້າທີ່ໃຊ້ຈະເປັນຜ້າໄຫວ້ ທີ່ຝ່າຍຍິງກຽມໄວ້ ກ່ອນມື້ແຕ່ງດອງ ເພື່ອຂໍຂະມາຕໍ່ພໍ່, ແມ່ສາມີ ຫຼື ຍາດຜູ້ໃຫຍ່ຝ່າຍສາມີ.
ແຕ່ມາເຖິງປັດຈຸບັນນີ້ ແມ່ຍິງຊົນເຜົ່າຍວນ ທີ່ສາມາດຕ່ຳສິ້ນຕີນຈົກເປັນ ຖືວ່າມີຈຳນວນໜ້ອຍ ເນື່ອງຈາກວ່າ ສັງຄົມໃນປັດຈຸບັນໄດ້ມີການພັດທະນາຂຶ້ນ ແລະ ການທີ່ຈະສ້າງຄອບຄົວໄດ້ ກໍຂຶ້ນຢູ່ກັບທັງສອງຝາຍຕົກລົງກັນເອງ ບໍ່ໄດ້ຂຶ້ນກັບການຕ່ຳສິ້ນເປັນ ຄືກັບສະໄໝກ່ອນແລ້ວ.