ເປົ້າໝາຍຊີວິດ ປຽບເໝືອນເຂັມທິດນຳທາງ ທີ່ຫຼາຍໆຄົນຍືດຖືໄວ້ ເພື່ອເປັນແຮງຈູງໃຈໃຫ້ມີພະລັງໃນການໃຊ້ຊີວິດ ອາດປ່ຽນແປງໄປຕາມອາຍຸ ແລະ ປະສົບການທີ່ຫຼາຍຂຶ້ນ ບໍ່ແປກເລີຍທີ່ຫຼາຍໆຄົນຈະຍັງບໍ່ແນ່ໃຈ ວ່າເປົ້າໝາຍຊີວິດຕົນເອງແມ່ນຫຍັງ ຫຼື ເປົ້າໝາຍມີການປ່ຽນແປງເລື່ອຍໆ, ແຕ່ການຮູ້ວ່າເປົ້າໝາຍໃນຊີວິດເຮົາແມ່ນຫຍັງນັ້ນຖືເປັນສິ່ງທີ່ສຳຄັນ ມື້ນີ້ເຮົາໄດ້ນຳເອົາການຕັ້ງເປົ້າໝາຍຂອງນ້ອງໆທີ່ກຳລັງສຶກສາຢູ່ມະຫາວິທະຍາໄລມາຝາກກັນ.


ທ້າວ ໄຊສົມພອນ ກອງມະນີ ສຶກສາຢູ່ ຄະນະ ນິຕິສາດ ແລະ ສັດຖະສາດ ເວົ້າວ່າ: ໃນປີ 2023 ນີ້ນ້ອງມີແຜນຈະເຮັດໂຄງການຊ່ວຍເຫຼືອສັງຄົມ ແລະ ສິ່ງແວດລ້ອມໃຫ້ສຳເລັດ ເນື່ອງຈາກວ່ານ້ອງໄດ້ຄິດເຫັນບັນຫາ ຫຼາຍໆຢ່າງ ໂດຍສະເພາະແມ່ນ ການປ່ຽນແປງທາງດ້ານສະພາບດິນຟ້າອາກາດ, ມົນລະພິດ, ການຖີ້ມຂີ້ເຫຍື້ອຊະຊາຍ ນ້ອງຈຶ່ງຕັ້ງໃຈເຂົ້າຮ່ວມປະກວດໃນໂຄງການ SDGS 2022 BY ZERO WASTE LAOS ທີ່ໄດ້ຈັດງານແຂ່ງຂັນ ນຳສະເໜີໄອເດຍ ໃນການແກ້ໄຂບັນຫາທາງສັງຄົມ ແລະ ສິ່ງແວດລ້ອມຂື້ນ ແລະ ປີນີ້ນ້ອງເອງກໍໄດ້ລາງວັນຊະນະເລີດ ໃນງານຄັ້ງນີ້ອີກດ້ວຍ ສະນັ້ນ ໃນປີນີ້ ນ້ອງຢາກເຮັດໂຄງການນີ້ໃຫ້ສຳເລັດຢ່າງຈົບງາມ.

ນາງ ທິບມະນີ ພົມມະຈັກ ນັກສຶກສາ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ເວົ້າວ່າ: ສຳລັບນ້ອງແລ້ວ ມີຢູ່ 2 ເປົ້າໝາຍໃນປີນີ້ຄື: ເປົ້າໝາຍໄລຍະສັ້ນ ແລະ ເປົ້າໝາຍໄລຍະຍາວ.
ເປົ້າໝາຍໄລຍຍະຍາວ ກໍຄືອາຊີບ, ເງິນ ເຊິ່ງໃນຂະບວນການທີ່ຈະໄປຮອດໄປເຖິງນັ້ນ ກໍຈະຕ້ອງໄດ້ໄປຕາມຂະບວນການຂອງເປົ້າໝາຍເລັກໆນ້ອຍໆ ເຊັ່ນ: ຕົວນ້ອງກຳລັງສຶກສາຢູ່ມະຫາວິທະຍາໄລ ເປົ້າໝາຍທຳອິດກໍຄື ຜົນສຳເລັດສູງສຸດໃນການສຶກສາ, ໃຫ້ໄດ້ຮັບໃບປະລລິນຍາ ໃນເກດທີ່ດີທີ່ສຸດ.
ສຳລັບເປົ້າໝາຍໄລຍະສັ້ນເປັນປີໆ ຫຼື ເປັນພາລະກິດ ທີ່ນ້ອງຢາກເຮັດ ແລະ ໃຫ້ສຳເລັດພາຍໃນປີນີ້ ຄືເລື່ອງຂອງການຮຽນພາສາຈີນ ເພາະມັນເປັນສິ່ງທີ່ຈະຊ່ວຍໃຫ້ເຮົາໄປສູ່ອາຊີບທີ່ເຮົາເຮັດ ເຊິ່ງທີ່ຜ່ານມາກໍໄດ້ມີໂອກາດໄປເຝິກອົບຮົມໃນພາສາຈີນ ແຕ່ບໍ່ໄດ້ຮຽນເປັນຈິງເປັນຈັງ, ໃນປີນີ້ ນ້ອງຈຶ່ງຢາກຮຽນພາສາຈີນ ໃຫ້ໄດ້ໃນລະດັບພື້ນຖານ ແລະ ເປົ້າໝາຍອີກອັນໜຶ່ງກໍຄື: ເມື່ອທ້າຍປີ 2022 ທີ່ຜ່ານມາ ໄດ້ມີກິດຈະກຳໂຄງການໃນເລື່ອງຂອງການຊ່ວຍເຫຼືອສັງຄົມ ນ້ອງມີຄວາມສົນໃຈຈຸດນີ້ເປັນພິເສດ ເລີຍຄິດຢາກເຮັດໂຄງການນ້ອຍໆເປັນຂອງຕົນເອງ ເພື່ອຊ່ວຍເຫຼືອສັງຄົມ ຄາດວ່າຈະສຳເລັດໃນຊ່ວງກາງປີນີ້.

ທ້າວ ອານຸສອນ ໄຊຍະລາດ ສຶກສາຢູ່ຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ ເວົ້າວ່າ: ນ້ອງມີແຜນຈະຜັກດັນຕົນເອງ ໃຫ້ເຂົ້າໄປຢູ່ໃນວົງການບັນເທິງຢ່າງເຕັມຕົວ ແລະ ສິ່ງທີ່ນ້ອງຢາກຈະເຮັດໃຫ້ສຳເລັດໃນປີ 2023 ກໍຄືການມີວຽກເຮັດງານທຳທີ່ດີ, ມີເງິນເກັບເພື່ອກຸ້ມຕົນເອງ ແລະ ແບ່ງເບົາພາລະໃຫ້ກັບພໍ່ແມ່.
ແລ້ວທ່ານເດ່ໃນປີ 2023 ນີ່ມີເປົ້າໝາຍຫຍັງແດ່ທີ່ຢາກເຮັດໃຫ້ປະສົບຜົນສຳເລັດ.