Saturday, February 8, 2025

ອາຫານລາວທົ່ວທຸກພາກ ມາລວມກັນທີ່ ງານເທສະການອາຫານລາວ 2023 ບໍລິສັດ ເບຍລາວ ໃຫ້ການສະໜັບສະໜູນຫຼັກ

ທ່ານໄດ້ໄປເລາະ ງານເທສະການອາຫານລາວ ແລ້ວຫຼືຍັງ? ປີນີ້ເປັນປີທີ່ມີຄວາມຄຶກຄື້ນ ເປັນພິເສດ ແລະ ກໍ່ຍັງແມ່ນບໍລິສັດ ເບຍລາວ ທີ່ຮ່ວມສົ່ງເສີມອາຫານລາວ ກ້າວສູ່ສາກົນ ໂດຍການເປັນຄູ່ຮ່ວມຍຸດທະສາດ ງານເທດສະການອາຫານລາວ ນັບຕັ້ງແຕ່ປີທຳອິດ ຈົນເຖີງ ປະຈຸບັນ ລວມໄລຍະເວລາ 19 ປີ !

ເທສະການອາຫານລາວ ຫຼື Lao Food Festival ຈັດຂື້ນໂດຍ ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ສະມາຄົມນັກທຸລະກິດແມ່ຍິງ ໄດ້ເປີດງານເທດສະການອາຫານລາວ ປະຈໍາປີ 2023 ຂຶ້ນ ພາຍໃຕ້ຄໍາຂວັນ: “ເທດສະການອາຫານລາວ ກ້າວສູ່ສາກົນ (Promoting Lao Food to International recognition)” ຈັດຂຶ້ນລະຫວ່າງວັນທີ 24-28 ມັງກອນ 2023 ທີ່ສວນເຈົ້າອານຸວົງແຄມຂອງ.

ງານເທດສະການອາຫານລາວແມ່ນຈັດຂື້ນທຸກປີ ເພື່ອສົ່ງເສີມວັດທະນະທໍາ, ຮີດຄອງປະເພນີກ່ຽວກັບ ອາຫານການກິນ,ວິຖີການກຳລົງຊີວິດ ແບບລາວ, ທັງເປັນການຊຸກຍູ້ ສົ່ງເສີມຜູ້ປະກອບການແມ່ຍິງລາວ ແລະ ຮ້ານອາຫານຕ່າງໆ ຈາກ ນະຄອນຫລວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ມາວາງສະແດງ ແລະ ຂາຍສິນຄ້າ ເພື່ອໃຫ້ເຂົ້າເຖີງກຸ້ມລູກຄ້າໄດ້ກວ້າງຂວາງຂື້ນ.

ພ້ອມກັນນັ້ນກໍ່ເປັນການສ້າງໂອກາດໃຫ້ແມ່ຍິງໜຸ່ມທີ່ມີພອນສະຫວັນໃນການປຸງແຕ່ງອາຫານໄດ້ມີເງື່ອນໄຂ ອອກມາວາງສະແດງ ແລະ ຂາຍອາຫານທີ່ໄດ້ມາດຕະຖານ ສາມາດບໍລິການນັກທ່ອງທ່ຽວ ໃຫ້ນັບມື້ນັບຫລາຍຂຶ້ນ.

ອາຫານລາວແມ່ນໜື່ງໃນຄວາມພູມໃຈຂອງຄົນລາວ ເຊັ່ນດຽວກັນກັບເບຍລາວ ທີ່ຜູ້ບໍລິໂພກ ທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມນິຍົມ. ບໍລິສັດເບຍລາວ ຍາມໃດກໍ່ຕິດພັນກັບການໂຄສະນາສົ່ງເສີມເອກະລັກທາງດ້ານ ອາຫານ, ວັດທະນະທຳ ແລະ ຮີດຄອງປະເພນີທີ່ເປັນຄວາມພູມໃຈຂອງຄົນລາວ.

ແນ່ນອນ ອາຫານຈະແຊບ ຖືກໃຈຜູ້ຮັບປະທານ ອາດມີ ປັດໃຈອື່ນໆ ປະກອບຢູ່ນໍາ ໂດຍສະເພາະ ແມ່ນເຄື່ອງດື່ມ. ສປປ ລາວ ຍັງເປັນປະເທດ ທີ່ມີຊື່ສຽງ ໃນເລື່ອງຜະລິດຕະພັນເຄື່ອງດື່ມ ໂດຍສະເພາະ ແມ່ນຜະລິດຕະພັນ ເບຍລາວ ທີ່ເປັນຄວາມພູມໃຈ ຂອງຄົນລາວ ແລະ ມີຊື່ສຽງໄປທົ່ວໂລກ. ບັນດານັກທ່ອງທ່ຽວ ຕ່າງປະເທດ ທີ່ມາທ່ຽວລາວ ຕ່າງກໍ່ໄດ້ດື່ມ ຜະລິດຕະພັນ ເບຍລາວ ຮ່ວມກັບ ອາຫານລາວ ຊຶ່ງເຂົ້າກັນໄດ້ເປັນຢ່າງດີ ແລະ ບາງຄົນ ຍັງຊື້ຜະລິດຕະພັນອາຫານລາວ ແລະ ເບຍລາວ ກັບຄືນປະເທດຕົນນຳອີກ.

ຢ່າລືມ ແວ່ມາສະໜັບສະໜູນ ງານ ເທສະການ ອາຫານລາວ 2023, ພ້ອມຮ່ວມຈັບຈ່າຍ ຊື້ອາຫານ ແລະ ຜະລິດຕະພັນ ຈາກລາວ ໄປລອງຮັບປະທານ ກັນໄດ້ເດີ້.

Cr ຮູບ: Jipnoii ພາເລາະ

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: