Thursday, May 15, 2025
Kbank Laos โอน รับ จ่าย

ການໃຊ້ຊີວິດຂອງນັກສຶກສາໃນຊ່ວງເສດຖະກິດແບບນີ້

ເຊື່ອວ່າຫຼາຍໆຄົນ ທີ່ໃຊ້ຊີວິດຢູ່ໃນ ຊ່ວງເສດຖະກິດທີ່ເຄື່ອງຂອງແພງ ຈະຕ້ອງໄດ້ຄິດກ່ອນຈ່າຍສະເໝີ ເຊິ່ງໃນປັດຈຸບັນ ບໍ່ວ່າຈະເປັນລາຄານ້ຳມັນ ຫຼື ເຄື່ອງໃຊ້ຂອງສອຍຕ່າງໆກໍຂຶ້ນລາຄາສູງ, ການທີ່ຈະອອກເດີນທາງໄປໃສມາໃສ ຫຼື ຈະໃຊ້ເງິນຊື້ສິ່ງຂອງໃດໆ ກໍຕ້ອງຄິດໃຫ້ດີກ່ອນ, ມື້ນີ້ເຮົາມີໂອກາດໄດ້ໄປສອບຖາມ ນັກສຶກສາ ກ່ຽວກັບການໃຊ້ຊີວິດ ວ່ານ້ອງໆ ມີວິທີການໃຊ້ຈ່າຍແນວໃດ ໃນຊ່ວງເສດຖະກິດແບບນີ້.

ນາງ ພອນວິໄລ ວຶ່ໃຈມົວ ອາຍຸ 19 ປີ ກຳລັງສຶກສາຢູ່ສະຖາບັນການທະນາຄານ ປັດຈຸບັນຢູ່ ບ້ານໂຊກຄຳ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ເວົ້າວ່າ: ສິ່ງທີ່ ນັກສຶກສາ ຄືພວກນ້ອງໄດ້ຮັບຜົນກະທົບຫຼາຍທີ່ສຸດນັ້ນກໍຄື ຄ່າຄອງຊີບ ຫຼື ຄ່ານ້ຳມັນລົດ ທີ່ໃຊ້ໃນການເດີນທາງມາໂຮງຮຽນ ເພາະມັນເປັນສິ່ງທີ່ເຮົາບໍ່ສາມາດປະຕິເສດໄດ້ເລີຍ ເພາະສິ່ງເຫຼົ່ານີ້ລ້ວນແລ້ວແຕ່ຈຳເປັນທັງນັ້ນ.

ໃນສ່ວນຂອງການໃຊ້ຊີວິດ ກໍໄດ້ມີການຕັດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນອອກ ເພື່ອເປັນການຫຼຸດຜ່ອນ ແລະ ເກັບທ້ອນເງີນໄວ້ໃນກໍລະນີສຸກເສີນ, ຊອກວິທີທາງການຫາລາຍໄດ້ເສີມ ເພື່ອເປັນການສ້າງແຫຼ່ງລາຍຮັບ, ຫຼຸດຜ່ອນການເລາະຫຼີ້ນກິນຟຸມເຟືອຍ, ເພື່ອຄວາມປອດໄພ ແລະ ຫຼຸດຄ່າໃຊ້ຈ່າຍ.

ທ້າວ ເຢັ້ງລໍ່ ກຳລັງສຶກສາຢູ່ ສຸດສະກະ ເຄືອຂ່າຍຄອມພິວເຕີ ນ້ອງເປັນຄົນ ແຂວງຊຽງຂວາງ ທີ່ເຂົ້າມາເຊົ່າຫໍພັກຢູ່ ບ້ານຊ້າງຄູ້, ເມືອງໄຊທານີ ນະຄອນຫຼວງວຽງຈັນ ເວົ້າວ່າ: ໃນຊ່ວງເສດຖະກິດແບບນີ້ ມັນໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍ ບໍ່ວ່າຈະເປັນຄ່າທີ່ພັກ, ຄ່າກິນຄ່າຢູ່, ການໃຊ້ຊີວິດ, ການຈັບຈ່າຍໃຊ້ສອຍຕ່າງໆ ລ້ວນແຕ່ມີລາຄາທີ່ສູງ ແລະ ສິ່ງທີ່ນ້ອງເຮັດໄດ້ນັ້ນກໍຄືປະຍັດກິນປະຍັດຈ່າຍ, ໃຊ້ຈ່າຍໃນສິ່ງທີ່ຈຳເປັນເທົ່ານັ້ນ, ຈາກທີ່ເຄີຍສ້າງສັນກັບໝູ່ຕະຫຼອດ ກໍຫຼຸດຜ່ອນລົງເປັນດົນໆເທື່ອໜຶ່ງ ຖ້າບໍ່ໄປກໍຈະບໍ່ຮູ້ວ່າສັງຄົມໃນປັດຈຸບັນເຂົາໄປຮອດໃສກັນແລ້ວ ແລະ ອີກຢ່າງໜຶ່ງ ກໍຖືເປັນການສ້າງສຳພັນກັບໝູ່ຄູ່ໄວ້ ເພື່ອບໍ່ເປັນການຫ່າງເຫີນຈົນເກີນໄປ.

ສ່ວນ ນາງ ທະນາພອນ ຊວ້ານສວນດາວ, ປັດຈຸບັນກຳລັງສຶກສາຢູ່ທີ່ຄະນະສະຖາປັດຕະຍະກຳສາດ ເວົ້າວ່າ: ມັນໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍ ບໍ່ວ່າຈະເປັນທາງດ້ານການກິນ, ການໃຊ້ຊີວິດ, ການຈັບຈ່າຍໃຊ້ສອຍ, ຄຸນນະພາບການຮຽນທີ່ຫຼຸດລົງ, ສິ່ງດຽວທີ່ນ້ອງເຮັດໄດ້ ກໍຄືອົດທົນ, ໃຊ້ຈ່າຍໃນສິ່ງທີ່ຈຳເປັນເທົ່ານັ້ນ ຈາກທີ່ເຄີຍກິນໝາກໄມ້ທຸກມື້ກໍຕັດສ່ວນນີ້ອອກ ກິນແຕ່ເຂົ້າໃຫ້ອີ່ມ, ຈາກທີ່ເຄີຍໃຊ້ສະກິນແຄບຳລຸງຜິວ 5 ຢ່າງ ກໍຕັດໃຫ້ເຫຼືອພຽງ 1 ຢ່າງ, ພະຍາຍາມຫາວຽກເລັກໆນ້ອຍເຮັດເສີມ ເພື່ອຫາລາຍໄດ້ເພີ່ມ ເຊິ່ງຈຸດນີ້ອາດຈະກະທົບກັບເວລາຮຽນໃນບາງຄັ້ງ.

ບັນຫາເຫຼົ່ານີ້ຖືເປັນສິ່ງທີ່ເຮົາປາສະຈາກບໍ່ໄດ້ ໃນການໃຊ້ຊີວິດປະຈຳວັນ ເພາະທຸກມື້ນີ້ ທຸກສິ່ງທຸກຢ່າງຕ້ອງໄດ້ໃຊ້ໄດ້ຈ່າຍ ແຕ່່ເຮົາກໍຄວນຈ່າຍສະເພາະສິ່ງທີ່ສຳຄັນ ແລະ ຈຳເປັນເທົ່ານັ້ນ ເພື່ອເປັນການປະຢັດລາຍຈ່າຍຊ່ວຍຄອບຄົວ.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້